ກະດານເທຣດ OKX ໄດ້ປະກາດອັບເດດຂໍ້ມູນ Proof of Reserve ເປັນຄັ້ງທີ 13 , ເພື່ອເພີ່ມຄວາມໂປ່ງໃສ ແລະ ຄວາມເຊື່ອໝັ້ນໃຫ້ແກ່ຜູ້ໃຊ້


OKX ໜຶ່ງໃນກະດານເທຣດ crypto ຊັ້ນນຳຂອງໂລກໄດ້ອອກມາປະກາດ ການອັບເດດຂໍ້ມູນ Proof of Reserve ຂອງບໍລິສັດເປັນຄັ້ງທີ 13 ເພື່ອເພີ່ມຄວາມໂປ່ງໃສ ແລະ ຄວາມເຊື່ອໝັ້ນໃຫ້ແກ່ຜູ້ໃຊ້, ຫຼັງຈາກທີ່ພົບເຫັນການເພີ່ມຂຶ້ນຫຼາຍຂອງຜູ້ໃຊ້ໃນແພລັດຟອມ.

Proof of Reserve ແມ່ນວິທີການເພື່ອພິສູດວ່າແພລັດຟອມກະດານເທຣດ Crypto ດັ່ງກ່າວມີຈຳນວນ Crypto ຖືຄອງມີຫຼາຍເທົ່າໃດ ແລະ ເງິນສຳຮອງທັງໝົດຂອງບໍລິສັດທີ່ຖືຢູ່, ເພື່ອເປັນແນວທາງການປະຕິບັດໃນການກວດສອບເພື່ອຈັດການກັບຂໍ້ກັງວົນດ້ານຄວາມໂປ່ງໃສຂອງສິນຊັບທີ່ເກັບຮັກສາໄວ້ ແລະ ຊ່ວຍໃຫ້ຜູ້ໃຊ້ຮູ້ເຖິງປະລິມານໜີ້ສິນຂອງບໍລິສັດທີ່ຖືຄອງຢູ່ມີຫຼາຍປານໃດ ແລະ ຈໍານວນ Crypto ທີ່ບໍລິສັດມີຢູ່ໃນແພລັດຟອມແມ່ນໄດ້ຮັບການສຳຮອງໂດຍປະເພດສິນຊັບດຽວກັນ.

ໂດຍລາຍງານສິນຊັບສຳຮອງທີ່ທາງບໍລິສັດ OKX ໄດ້ເປີດເຜີຍອອກມານັ້ນໄດ້ແກ່:

  • Bitcoin (BTC): ການຖືຄອງ Bitcoin ຂອງຜູ້ໃຊ້ສູງເຖິງ 139,000 BTC, ເຊິ່ງເພີ່ມຂຶ້ນຢ່າງຫຼວງຫຼາຍ 2.18% ເມື່ອທຽບກັບຕົວເລກທີ່ໄດ້ລາຍງານໃນເດືອນກ່ອນ.
  • Ethereum (ETH): ການຖືຄອງ Ethereum ເພີ່ມຂຶ້ນເຖິງ 1.47 ລ້ານ ETH, ເພີ່ມຂຶ້ນ 4.03% ເຊິ່ງຖືເປັນຕົວເລກທີ່ມີການເຕີບໂຕຂຶ້ນຢ່າງເຂັ້ມແຂງໃນໄລຍະເດືອນດຽວກັນ.
  • Tether (USDT): ປັດຈຸບັດຜູ້ໃຊ້ໃນ OKX ຖືຄອງ USDT ຢູ່ທີ່ 5.24 ຕື້, ເພິ່ມຂຶ້ນ 6.8% ເຊິ່ງນີ້ໄດ້ສະແດງເຖິງການເພີ່ມຂຶ້ນຢ່າງຫຼວງຫຼາຍໃນເດືອນທີ່ຜ່ານມາ.

ການທີ່ກະດານເທຣດມີທຶນສຳຮອງເພີ່ມຂຶ້ນ ສະແດງໃຫ້ເຫັນວ່າທ່າອ່ຽງຂອງຕະຫຼາດ Crypto ແມ່ນກຳລັງຈະກັບຄືນມາ. ນີ້ແມ່ນສອດຄ່ອງກັບເຫດການ Bitcoin Halving ທີ່ກຳລັງໃກ້ຈະມາຮອດໃນເດືອນເມສາ ປີ2024.

ຢ່າງໃດກໍຕາມ, ການເປີດເຜີຍຂໍ້ມູນດັ່ງກ່າວບໍ່ພຽງແຕ່ເຮັດໃຫ້ລູກຄ້າມີຄວາມຮູ້ສຶກປອດໄພເທົ່ານັ້ນ, ແຕ່ມັນຍັງສ້າງຄວາມໄວ້ວາງໃຈໃນລະບົບນິເວດ cryptocurrency ອີກດ້ວຍ.

ທີ່ມາ:

bitcoinsistemi

okx

siamblockchain

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/