ສະຕຣີມເມີຊາວຈີນ ເສຍຊີວິດຫຼັງຈາກ Live ຕິດຕໍ່ກັນ 5 ມື້


ສຳນັກຂ່າວ China Daily ໄດ້ອອກມາເປີດເຜີຍວ່າ ມີນັກສຶກສາມະຫາວິທະຍາໄລ ທີ່ເຮັດວຽກເປັນສະຕຣີມເມີໃຫ້ກັບບໍລິສັດແຫ່ງໜຶ່ງໃນປະເທດຈີນ ໄດ້ເສຍຊີວິດລົງຫຼັງຈາກການຝືນຮ່າງກາຍຕົນເອງນັ່ງ Live ແບບອົດຫຼັບອົດນອນເປັນໄລຍະເວລາ 5 ມຶ້ຕິດຕໍ່ກັນ.

ນັກສຶກສາຄົນດັ່ງກ່າວມີນາມສະກຸນວ່າ Li ເຊິ່ງຫຼັງຈາກລາວເສຍຊີວິດ ທາງຝ່າຍພໍ່ໄດ້ໃຫ້ລາຍລະອຽດວຽກຂອງລູກກັບທາງສື່ວ່າ ລູກຊາຍໄດ້ຖືກຈ້າງໂດຍບໍລິສັດ Henan Qinyi Culture and Media Co. ພ້ອມກັບບອກວ່າລູກຊາຍມີເປົ້າໝາຍທີ່ຈະຕ້ອງ Live ສະຕຣີມໃຫ້ຄົບ 240 ຊົ່ວໂມງຕໍ່ 26 ມື້ ພ້ອມກັບຕ້ອງລົງວິດີໂອສັ້ນອີກ 15 ຄລິບຕໍ່ເດືອນ.

ໂດຍໃນວັນທີ 5 ພະຈິກ 2023 ທີ່ຜ່ານມາ Li ຕ້ອງຍ້າຍເວລາມາ Live ເປັນຕອນແລງເພື່ອເພີ່ມໂອກາດຮັບລາຍໄດ້ທີ່ຫຼາຍຂຶ້ນ ໂດຍໄດ້ Live ເປັນເວລາ 9 ຊົ່ວໂມງຕິດຕໍ່ກັນເປັນເວລາ 5 ມື້ ແລະ ໃນວັນທີ 10 ພະຈິກ 2023 ທີ່ຜ່ານມາ ໝູ່ຮ່ວມຫ້ອງໄດ້ພົບວ່າ Li ນັ້ນບໍ່ສາມາດຕອບສະໜອງໄດ້ແລ້ວ ໃນສ່ວນລາຍງານການເສຍຊີວິດຍັງບໍ່ໄດ້ຮັບການເປີດເຜີຍແຕ່ຢ່າງໃດ.

ເຊິ່ງທາງບໍລິສັດ Henan Qinyi Culture and Media Co. ກໍໄດ້ອອກມາປະຕິເສດທຸກຂໍ້ກ່າວຫາ ພ້ອມບອກວ່າບໍ່ໄດ້ມີການບັງຄັບແຕ່ຢ່າງໃດ ແລະ ທາງບໍລິສັດເອງກໍໄດ້ສະເໜີເງິນຊົດເຊີຍໃຫ້ແກ່ຄອບຄົວ Li ຕາມຫຼັກມະນຸດສະທຳເປັນເງິນຈຳນວນ 700 ໂດລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/