ຮູ້ຫຼືບໍ່? ມົດທຸກໂຕກໍມີຕຳແໜ່ງງານ ແຖມຍັງແບ່ງໜ້າທີ່ກັນຢ່າງຊັດເຈນອີກດ້ວຍ


ກ້າວເຂົ້າສູ່ລະດູຝົນ ຫຼາຍທ່ານຄົງຈະເຄີຍເຫັນຝູງມົດເລີ່ມພາກັນຍ້າຍຮັງຢ່າງເອົາຈິງເອົາຈັງ ເພື່ອພາກັນໄປຊອກຫາສະຖານທີ່ອາໄສທີ່ປອດໄພໃນຍາມຝົນ. ແຕ່ຮູ້ຫຼືບໍ່ວ່າ ກວ່າຈະມາເປັນມົດທຸກໂຕໃນຝູງນັ້ນ ພວກເຂົາກໍລ້ວນແຕ່ມີຕຳແໜ່ງຂອງຕົນ ແລະ ກໍເຮັດບົດບາດໜ້າທີ່ແຕກຕ່າງກັນ ດັ່ງນີ້:

ວ່າດ້ວຍການເຂົ້າຮັບຕຳແໜ່ງຕ່າງໆຂອງມົດ

  • ມົດງານ ຫຼື ມົດກຳມະກອນ (Worker) ສ່ວນໃຫຍ່ເປັນມົດເພດແມ່ທີ່ເປັນໝັນ, ບໍ່ມີປີກ ແລະ ມີຈຳນວນຫຼາຍສຸດໃນຮັງ, ມີໜ້າທີ່ໃນການຊອກຫາອາຫານ, ປ້ອງກັນສັດຕູ, ເບິ່ງແຍງຮັງໄຂ່ ແລະ ຕົວອ່ອນຂອງມົດ, ເບິ່ງແຍງລາຊິນີມົດ (Queen) ຫຼື ທີ່ເຮົາເອີ້ນວ່າ ແມ່ເປ້ງມົດ. ໃນຈຳພວກມົດງານ ຫຼື ມົດກຳມະກອນ ຍັງຖືແຍກອອກເປັນຮູບແບບຍ່ອຍໆອີກເຊັ່ນ: ມົດທະຫານ (Major Worker) ທີ່ເຮັດໜ້າທີ່ໃນການອາລັກຂາ ລາຊິນີມົດ ລວມທັງປົກປ້ອງຮັງ ແລະ ມົດກຳມະກອນ (Minor Worker) ທີ່ເຮັດໜ້າທີ່ອອກໄປຂົນຂວາຍຫາອາຫານພຽງແຕ່ຢ່າງດຽວ.
  • ລາຊິນີມົດ (Queen) ຫຼື ແມ່ເປ້ງ ຈະມີຂະໜາດໂຕໃຫຍ່, ໃນຮັງມີພຽງ 1 ໂຕ ຫຼື ອາດຈະຫຼາຍກວ່ານັ້ນເລັກນ້ອຍ, ມີປີກ, ມີໜ້າທີ່ວາງໄຂ່, ກຳນົດຈຳນວນປະຊາກອນ ແລະ ເພດຂອງມົດພາຍໃນຮັງ.
  • ມົດເພດຜູ້ (Male) ໂດຍທົ່ວໄປຈະມີປີກ, ແຕ່ຈະມີຂະໜາດນ້ອຍກວ່າແມ່ເປ້ງ, ມີໜ້າທີ່ໃນການປະສົມພັນ ຈະພົບຈຳນວນມົດເພດຜູ້ໃນຮັງໜ້ອຍກວ່າມົດກຳມະກອນ.

ວ່າດ້ວຍພຶດຕິກຳເດັ່ນໆຂອງມົດ

ຮູ້ຫຼືບໍ່ວ່າມົດໃຊ້ໜວດຂອງມັນໃນການດົມກິ່ນ ແລະ ມີຄວາມສາມາດດົມກິ່ນໄດ້ດີກວ່າແມງໄມ້ຊະນິດອື່ນ 4-5 ເທົ່າ. ໜວດຂອງມົດ ຖືວ່າເປັນອະໄວຍະວະທີ່ສຳຄັນທີ່ສຸດໃນການຮັບຮູ້ສິ່ງອ້ອມຂ້າງ, ໜວດຂອງມັນມີຂໍ້ປະມານ 4-12 ຂໍ້ ໂດຍແຕ່ລະຂໍ້ຂອງໜວດມີໜ້າທີ່ໃຊ້ງານແຕກຕ່າງກັນເຊັ່ນ: ຖານໜວດ ໃຊ້ໄວ້ໝຸນເພື່ອປ່ຽນທິດທາງ, ຂໍ້ຕໍ່ໜວດໃຊ້ເພື່ອຄວບຄຸມໜວດໃຫ້ເຮັດວຽກໄດ້ດີຂຶ້ນ ແລະ ຂໍ້ອື່ນໆທີ່ເຫຼືອ ແມ່ນໃຊ້ໄວ້ເພື່ອດົມກິ່ນ.

ຮຽນຮູ້ເອົາແບບຢ່າງຄວາມອົດທົນ ແລະ ພະລັງແຫ່ງຄວາມສາມັກຄີ ຈາກມົດ

ເນື່ອງຈາກມົດເປັນສັດສັງຄົມທີ່ມັກຢູ່ຮ່ວມກັນເປັນຝູງ, ມີຄວາມອົດທົນສູງ, ມີຄວາມສາມັກຄີກັນດີ. ສະນັ້ນ, ບາງພຶດຕິກຳຂອງມົດ ກໍສາມາດເປັນບົດຮຽນ, ເປັນແບບຢ່າງອັນດີໃຫ້ແກ່ຄົນເຮົາໄດ້ເຊັ່ນກັນ, ຄົນເຮົາສາມາດຮຽນຮູ້ເອົາບາງພຶດຕິກຳຈາກມົດ ໄດ້ດັ່ງນີ້:

  • ຮຽນຮູ້ຄວາມອົດທົນຂອງມົດ ຜ່ານຂະບວນການຊອກຫາອາຫານ

ມົດສາມາດອອກຫາອາຫານໄດ້ທັງກາງເວັນ ແລະ ກາງຄືນ, ພວກເຂົາມີຄວາມອົດທົນສູງໃນການຊອກຫາອາຫານ ແລະ ຂົນຂວາຍຫາອາຫານກັບເຂົ້າຮັງ. ນອກນັ້ນ, ພວກເຂົາເປັນສັດທີ່ສາມາດກິນອາຫານໄດ້ຫຼາກຫຼາຍຊະນິດ ສາມາດກິນໄດ້ທັງຊາກເສດເຫຼືອ, ກິນເມັດພືດ, ກິນອາຫານທີ່ເປັນຂອງແຫຼວ. ນອກນັ້ນ, ມົດກຳມະກອນບາງຊະນິດ ຍັງມີຄວາມສາມາດເກັບອາຫານທີ່ເປັນຂອງແຫຼວໄວ້ໃນກະເພາະຈົນເຕັມ ແລ້ວນຳກັບໄປແຈກຈ່າຍໃຫ້ແກ່ສະມາຊິກຕົວອື່ນໃນຮັງອີກດ້ວຍ ໂດຍໃຊ້ວິທີຄາຍອອກມາພາຍໃນເວລາບໍ່ເກີນ 20 ຊົ່ວໂມງ.

  • ຮຽນຮູ້ຄວາມສາມັກຄີຂອງມົດ ຈາກການຕິດຕໍ່ສື່ສານກັນ

ມົດສາມາດຕິດຕໍ່ສື່ສານກັນໄດ້ດ້ວຍການປ່ອຍສານຟີໂຣໂມນ (Pheromone) ເພື່ອໃຫ້ມົດໂຕອື່ນຮູ້ຜ່ານການອາໄສໜວດ ແລະ ສອງຂາໜ້າ ໂດຍຜ່ານສານຟີໂຣໂມນ 3 ຮູບແບບຄື: 1). ຟິໂຣໂມນນຳທາງ (trail pheromone) ໂດຍມົດຈະປ່ອຍເອົາໄວ້ຕາມທາງຍ່າງທີ່ມັນຜ່ານໄປ ເພື່ອໃຫ້ມົດໂຕອື່ນໃນທີມ ສາມາດໄຕ່ຕາມນຳໄປ ເພື່ອໄປຫາແຫຼ່ງອາຫານໄດ້ຢ່າງຖືກຕ້ອງ ແລະ ເມື່ອພົບອາຫານຈຳນວນຫຼາຍ ມົດກໍຈະຊ່ວຍກັນປ່ອຍສານນີ້ເພີ່ມຂຶ້ນເລື້ອຍໆ ເພື່ອເລັ່ງໃຫ້ມົດໂຕອື່ນຮີບມາຂົນອາຫານຊ່ວຍກັນ; 2). ຟິໂຣໂມນເຕືອນໄພ (alarm pheromone) ມົດຈະປ່ອຍສານນີ້ອອກມາໃນຈຳນວນໜ້ອຍ ເພື່ອໃຊ້ສື່ສານດ້ານການເຕືອນໄພ ແຕ່ຖ້າປ່ອຍອອກມາຈຳນວນຫຼາຍ ແມ່ນເປັນການອອກຄຳສັ່ງໃຫ້ໂຈມຕີສັດຕູ; 3). ຟີໂຣໂມນອື່ນໆ ຈະປ່ອຍອອກມາໃນເຫດການຕ່າງໆເຊັ່ນ: ມົດຕົວອ່ອນສາມາດປ່ອຍຟີໂຣໂມນນີ້ອອກມາ ເພື່ອກະຕຸ້ນໃຫ້ມົດກຳມະກອນເຮັດໜ້າທີ່ປ້ອນອາຫານໃຫ້ກິນເມື່ອຮູ້ສຶກຫິວ ແລະ ຍັງມີຟິໂຣໂມນບາງຊະນິດທີ່ແມ່ເປ້ງຈະປ່ອຍອອກມາ ເພື່ອຄວບຄຸມກິດຈະກຳເຄື່ອນໄຫວຂອງປະຊາກອນມົດຢູ່ພາຍໃນຮັງ.

ສະຫຼຸບແລ້ວ ວົງຈອນຊີວິດຂອງມົດ ມີຂະບວນວິວັດທີ່ຍາວນານ, ເຊິ່ງນັກວິທະຍາສາດເຊື່ອວ່າ ມົດມີຕົ້ນກຳເນີດຂຶ້ນມາໃນໂລກນີ້ 50 ລ້ານປີມາແລ້ວ ຈຶ່ງເຮັດໃຫ້ມົດມີຫຼາກຫຼາຍຊະນິດແຜ່ກະຈາຍທົ່ວໄປໃນເຂດຕ່າງໆຍົກເວັ້ນແຖບຂົ້ວໂລກ. ດ້ວຍຄຸນລັກສະນະດັ່ງກ່າວຂອງມົດ ຈຶ່ງບໍ່ແປກທີ່ມົດຈະກາຍເປັນສັດສັງຄົມທີ່ບໍ່ສູນພັນງ່າຍ ແຖມຍັງມີຄວາມສາມາດປັບຕົວໃຫ້ເຂົ້າກັບສະພາບແວດລ້ອມໄດ້ດີອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

http://cuts2.com/bGQCs

http://cuts2.com/iRCFy

http://cuts2.com/NZTti

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/