ບົດລາຍງານເຜີຍ ອີກ 77 ປີທາງໜ້າ ນໍ້າກ້ອນເທິງສາຍພູຫິມາໄລ ອາດລະລາຍເຖິງ 75% ສ່ຽງກະທົບ 2 ພັນລ້ານຊີວິດ


ທີມນັກວິທະຍາສາດຈາກສູນພັດທະນາພູແບບປະສົມປະສານລະຫວ່າງປະເທດ (International Centre for Integrated Mountain Development: ICIMOD) ເຜີຍແຜ່ລາຍງານ ທີ່ຊີ້ໃຫ້ເຫັນວ່າ ໃນທ້າຍສະຕະວັດນີ້ ຫຼື ອີກ 77 ປີທາງໜ້າ ນໍ້າກ້ອນເທິງ ສາຍພູ ຮິນດູກູສ-ຫິມາໄລ (Hindu Kush Himalayas) ອາດລະລາຍໄປເຖິງ 75% ຈາກພາວະໂລກຮ້ອນ.

ໂດຍໃນລາຍງານຊີ້ໃຫ້ເຫັນວ່າ ນໍ້າກ້ອນເທິງ ສາຍພູ ຫິມາໄລ ກຳລັງລະລາຍຢ່າງໄວວາໃນອັດຕາທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ໂດຍອາດສູນເສຍປະລິມານນໍ້າກ້ອນເຖິງ 75% ໃນປີ 2100 ນີ້ ພ້ອມເຕືອນອັນຕະລາຍຈາກໄພນໍ້າຖ້ວມ ແລະ ພາວະຂາດແຄນນໍ້າທີ່ຈະກະທົບປະຊາກອນເກືອບ 2 ພັນລ້ານຄົນທີ່ອາໄສຢູ່ຕາມແນວສາຍນໍ້າຂອງແມ່ນໍ້າຫຼາຍສາຍທີ່ມີຕົ້ນກຳເນີດມາຈາກພື້ນທີ່ໃນພູດັ່ງກ່າວ.

ICIMOD ເຜີຍອີກວ່າ ພາວະນໍ້າຖ້ວມແບບກະທັນຫັນ ແລະ ຫິມະເຈື່ອນຈາກສາຍພູ ຮິນດູກູສ-ຫິມາໄລ ຈະມີທ່າອ່ຽງເພີ່ມຫຼາຍຂຶ້ນໃນປີຕໍ່ໆໄປ ຖ້າການແຜ່ກະຈາຍກ໊າສຄາບອນໄດອັອກໄຊ ຫຼື ກ໊າສເຮືອນແກ້ວຍັງບໍ່ລົດລົງຢ່າງຊັດເຈນ.

ໂດຍລາຍງານສະບັບດັ່ງກ່າວ ເຜີຍອີກວ່າ ນັບຕັ້ງແຕ່ປີ 2010 ຖານນໍ້າກ້ອນຫຼາຍແຫ່ງເທິງສາຍພູຫິມາໄລຫາຍໄປໄວກວ່າໄລຍະທົດສະວັດກ່ອນໜ້ານີ້ເຖິງ 65% ແລະ ນັບວ່າການປ່ຽນແປງທີ່ເກີດຂຶ້ນກັບ ນໍ້າກ້ອນ, ຫິມະ ແລະ ຊັ້ນແຊ່ເຢັນທີ່ປົກຄຸມດ້ວຍນໍ້າກ້ອນໃນພື້ນທີ່ ທີ່ຖືກຂັບເຄື່ອນຈາກພາວະໂລກຮ້ອນນັ້ນ ທະວີຄວາມຮຸນແຮງເປັນປະຫວັດສາດ ແລະ ສ່ວນໃຫຍ່ບໍ່ອາດຟື້ນຟູກັບຄືນມາໄດ້.

ຂະນະທີ່ການເພີ່ມຂຶ້ນຂອງລະດັບອຸນຫະພູມໂລກທີ່ 1,5 ຫຼື 2 ອົງສາ ເໜືອລະດັບອຸນຫະພູມກ່ອນຍຸກອຸດສາຫະກຳ ຈະສົ່ງຜົນໃຫ້ ຖານນໍ້າກ້ອນທົ່ວທັງພາກພື້ນອາຊີສູນເສຍໄປກວ່າ 30-50% ພາຍໃນປີ 2100.

ຂອບໃຈຂໍ້ມູນຈາກ: Thestandard, Reuter

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/