Warner Bros. Discovery ກຳລັງກຽມທີ່ຈະຂາຍຊັບສິນເພງຈາກໃນອະດີດ ທີ່ມູນຄ່າຫຼາຍກວ່າ 500 ລ້ານໂດລາ


Warner Bros. Discovery ກຳລັງສຳຫຼວດຊັບສິນເພງທີ່ຕົນເອງມີ ເຊິ່ງອາດມີມູນຄ່າຫຼາຍກວ່າ 500 ລ້ານໂດລາ ແລະ ຈະນຳເອົາມາຂາຍໃຫ້ບໍລິສັດຕ່າງໆ ໂດຍເຫດຜົນນັ້ນຍັງບໍ່ມີຄວາມຊັດເຈນຫຼາຍພໍ ແຕ່ກໍມີຫຼາຍສື່ສັນນິຖານວ່າທາງ Warner Bros. Discovery ຕ້ອງການທີ່ຈະປິດໜີ້ທີ່ຕົນເອງມີຢູ່.

Variety ໄດ້ລາຍງານວ່າ David Zaslav ຜູ້ດຳລົງຕຳແໜ່ງຊີອີໂອຂອງ Warner Bros. Discovery ແລະ Allen Grubman ທະນາຍຄວາມດ້ານຄວາມບັນເທີງ ແລະ ມີອິດທິພົນສູງໃນວົງການເພງສະຫະລັດອາເມຣິກາ ກຳລັງເຈລະຈາຫາຂໍ້ຕົກລົງຮ່ວມກັນເພື່ອຂາຍຊັບສິນທີ່ໂດດເດັ່ນບາງສ່ວນຂອງທາງບໍລິສັດ.

ແຫຼ່ງຂ່າວທີ່ບໍ່ໄດ້ເປີດເຜີຍໄດ້ອ້າງວ່າ ທາງບໍລິສັດຈະຂາຍຊັບສິນເກືອບເຄິ່ງໜຶ່ງ ແລະ ມີມູນຄ່າກວ່າ 500 ລ້ານໂດລາ ແຕ່ຍັງບໍ່ຮູ້ໄດ້ຢ່າງຊັດເຈນວ່າເປັນຊັບສິນປະເພດໃດ ໂດຍໄດ້ມີການຄາດການເອົາໄວ້ວ່າຈະມີເພງດັງຈາກຮູບເງົາຊື່ດັງໃນອະດີດບໍ່ວ່າຈະເປັນ ‘Purple Rain’ (1984), ‘Evita’ (1996), ‘Sweeney Todd: The Demon Barber of Fleet Street’ (2007), ‘Rent’ (2005), ພ້ອມກັບເພງປະກອບຮູບເງົາຮີໂຣ ‘Batman’ ຫຼາຍພາກ ແລະ ເພງຈາກ ‘As Time Goes By’ ທີ່ໂດ່ງດັງ ແລະ ເພງທີ່ເປັນອຳມະຕະຈາກຮູບເງົາສຸດ Classic ຢ່າງ Casablanca’ (1942) ລວມຢູ່ນຳອີກດ້ວຍ.

Variety ໄດ້ລາຍງານວ່າທາງ Sony ໃຫ້ຄວາມສົນໃຈທີ່ຈະຊື້ຊັບສິນດັ່ງກ່າວ ແຕ່ທາງ Warner Bros. Discovery ແລະ Sony ເອງຍັງບໍ່ໄດ້ອອກມາສະແດງຄວາມຄິດເຫັນໃນເລື່ອງນີ້ແຕ່ຢ່າງໃດ. ທັງນີ້ອຸດສາຫະກຳບັນເທີງໃນປັດຈູບັນປ່ຽນແປງໄປຢ່າງໄວວາ ເຮັດໃຫ້ຫຼາຍບໍລິສັດຕ້ອງປັບຕົວ. ກ່ອນໜ້ານີ້ທາງ Warner Bros. Discovery ກໍເຄີຍປ່ອຍຂາຍຊັບສິນໄປແລ້ວສ່ວນໜຶ່ງ ແລະ ໃນປັດຈຸບັນທາງ Warner Bros. Discovery ຍັງຄົງເປັນໜີ້ຢ່າງມະຫາສານທີ່ມູນຄ່າ 49.500 ລ້ານໂດລາ ເຊິ່ງແນ່ນອນວ່າສົ່ງຜົນທາງການເງິນຂອງບໍລິສັດໂດຍກົງ.

ຂອບໃຈຂໍ້້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/