ໃຜທີ່ຢ້ານກັບແກ້ກຽມແລ່ນ! ອິນເດຍຄົ້ນພົບ “Gekko Mizoramensis” ກັບແກ້ສາຍພັນໃໝ່ທີ່ບິນໄດ້


Gekko Mizoramensis ຫຼື ເອີ້ນສັ້ນໆວ່າ Mizoram ເເມ່ນກັບແກ້ສາຍພັນໃໝ່ທີ່ມີຜິວໜັງ ເເລະ ຕີນເປັນຜັງຜືດຮ່ວມກັນ ເຮັດໃຫ້ສາມາດບິນຮ່ອນໄປມາລະຫວ່າງຕົ້ນໄມ້ໄດ້ ເເລະ ເປັນ 1 ໃນ 13 ສາຍພັນຂອງກັບແກ້ບິນ.

Mizoram ຖືກຄົ້ນພົບໃນປ່າທາງຕາເວັນອອກສຽງເໜືອຂອງອິນເດຍ, ລຳຕົວຂອງມັນມີຄວາມຍາວປະມານ 20 ຊັງ​ຕີ​ແມັດ, ອາໄສຢູ່ຕາມຕົ້ນໄມ້ ເເລະ ອອກຫາກິນໃນເວລາກາງຄືນ. ສັດເລືອຄານທີ່ບິນໄດ້ຊະນິດອື່ນໆອາດໃຊ້ກະດູກເພື່ອເສີມພື້ນຜິວໃນການບິນ ເເຕ່ Mizoram ຕ່າງຈາກຊະນິດອື່ນໆທີ່ຈະໃຊ້ຜັງຜືດຜິວໜັງ, ເມື່ອມັນໂດດລົງມາຈາກບ່ອນສູງ ເເຮງຕ້ານອາກາດຈະດັນໃຫ້ກາງປີກອອກຄ້າຍຄືໂດດຈ້ອງ.

ນອກຈາກນີ້ ຕີນ ເເລະ ຫາງຂອງມັນຍັງມີລັກສະນະເເບນເຮັດໃຫ້ສາມາດບັງຄັບທິດທາງ ໄດ້ ຜິວໜັງຂອງມັນກໍສາມາດຫຼົບຫຼີກຈາກການຖືກລ່າໄດ້ອີກດ້ວຍ.

ກັບແກ້ສາຍພັນນີ້ເຄີຍຖືກຄົ້ນພົບເມື່ອ 20 ປີກ່ອນ ເເຕ່ຖືກຈັດປະເພດສາຍພັນຜິດໄປຢູ່ໃນສາຍພັນຊື່ວ່າ Ptychozoon lionotum ເຊິ່ງສາຍພັນນີ້ຖືກຄົ້ນພົບຢູ່ໃນມຽນມາ ເຊິ່ງຫ່າງອອກໄປຈາກທີ່ຢູ່ຂອງສາຍພັນໃໝ່ນີ້ເຖິງ 700 ກິໂລເເມັດ, ເເຕ່ຫຼັງຈາກນັ້ນກໍໄດ້ມີການຄົ້ນພົບວ່າ Mizoram ມີຄວາມເເຕກຕ່າງທາງ DNA ເຖິງ 21% ເຮັດໃຫ້ກັບແກ້ບິນໃນອິນເດຍໂຕນີ້ຖືກຈັດເປັນສາຍພັນໃໝ່ນັ້ນເອງ.

ທີ່ມາ:

https://cutt.ly/hwtMYQ8C

https://cutt.ly/RwtMUDUd

https://cutt.ly/9wtMUZuu

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/