ຮູ້ຫຼືບໍ່? ພາວະໂລກຮ້ອນ ເຮັດໃຫ້ຄົນເຮົາສູນເສຍເວລານອນ ສະເລ່ຍ 44 ຊົ່ວໂມງຕໍ່ປີ


ໄລຍະຜ່ານມາ ຫຼາຍຄົນຄົງເຄີຍປະສົບກັບບັນຫານອນບໍ່ຫຼັບເມື່ອອາກາດຮ້ອນໃນຕອນກາງຄືນແມ່ນບໍ່?

ຈາກຜົນການສຶກສາຂອງນັກວິໄຈທີ່ນຳທີມໂດຍ Kelton Minor ຈາກມະຫາວິທະຍາໄລໂຄເປັນເຮເກັນ (The University of Copenhagen) ປະເທດເດນມາກ ແລະ ໄດ້ຮັບການຕີພິມລົງວາລະສານວິທະຍາສາດ One Earth ໃນເດືອນທີ່ຜ່ານມາ ຜົນການວິໄຈໄດ້ໃຫ້ຮູ້ວ່າ: ອຸນຫະພູມທີ່ເພີ່ມສູງຂຶ້ນໃນຕອນກາງຄືນນັ້ນ ມີຜົນເປັນອັນຕະລາຍຕໍ່ການນອນຫຼັບ ໂດຍທີມວິໄຈໄດ້ລົງສຳຫຼວດເກັບກຳສະຖິຕິຂໍ້ມູນການນອນຫຼາຍກວ່າ 7 ລ້ານຄັ້ງ ຈາກກຸ່ມຕົວຢ່າງ 47.000 ຄົນ ຢູ່ 68 ປະເທດ ໃນລະຫວ່າງປີ 2015-2017 ພົບວ່າ ເມື່ອອຸນຫະພູມເພີ່ມຂຶ້ນສູງໃນຕອນກາງຄືນ ຈະເຮັດໃຫ້ຄົນເຮົານອນໄດ້ໜ້ອຍລົງ ສະເລ່ຍປະມານ 44 ຊົ່ວໂມງຕໍ່ປີ ແລະ ເມື່ອຮອດປີ 2100 ຖ້າຫາກໂລກເຮົາຍັງສືບຕໍ່ປ່ອຍແກ໊ສເຮືອນແກ້ວໃນອັດຕາປັດຈຸບັນ ຈະເຮັດໃຫ້ຄົນເຮົາສູນເສຍການນອນຫຼັບສະເລ່ຍປະມານ 50-58 ຊົ່ວໂມງຕໍ່ປີ.

ທັງນີ້, ຜົນການວິໄຈຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ກຸ່ມຄົນທີ່ສ່ຽງຕໍ່ການນອນໄດ້ໜ້ອຍໃນຕອນກາງຄືນ ໄດ້ແກ່ ກຸ່ມຜູ້ສູງອາຍຸ, ກວມເອົາເພດຍິງເປັນສ່ວນໃຫຍ່, ອາໄສຢູ່ໃນປະເທດທີ່ມີລາຍໄດ້ຕ່ຳ ແລະ ກຸ່ມທີ່ອາໄສໃນເຂດທີ່ມີໂຊນອາກາດຮ້ອນ ນັບທັງເຂດຊົນນະບົດ ຈະເປັນກຸ່ມທີ່ໄດ້ຮັບຜົນກະທົບສ່ຽງຫຼາຍທີ່ສຸດ ເນື່ອງຈາກຄົວເຮືອນຂອງປະຊາຊົນກຸ່ມດັງກ່າວສ່ວນໃຫຍ່ແມ່ນຍັງບໍ່ທັນມີແອ, ສິ່ງດັ່ງກ່າວສະທ້ອນໃຫ້ເຫັນເຖິງຄວາມບໍ່ເທົ່າທຽມກັນທີ່ຍັງມີກະຈາຍຢູ່ໃນທົ່ວໂລກ.

ສຳລັບອຸນຫະພູມທີ່ເໝາະສົມສຳລັບການນອນຫຼັບໃນຕອນກາງຄືນ ແມ່ນຢູ່ລະຫວ່າງ 16-20 ອົງສາ ເນື່ອງຈາກຮ່າງກາຍຈະຄວບຄຸມອຸນຫະພູມຢູ່ພາຍໃນຮ່າງກາຍອັດຕະໂນມັດເມື່ອຄົນເຮົານອນຫຼັບ ແຕ່ເມື່ອໃດທີ່ອຸນຫະພູມອາກາດຢູ່ພາຍນອກເພີ່ມສູງຂຶ້ນ ຈະເຮັດໃຫ້ຮ່າງກາຍເລີ່ມປັບຕົວໄດ້ຍາກ ໂດຍສະເພາະແມ່ນຮ່າງກາຍຂອງຜູ້ສູງອາຍຸ.

ສະນັ້ນ, ເມື່ອອຸນຫະພູມອາກາດຢູ່ພາຍນອກເພີ່ມສູງຂຶ້ນ ຈຶ່ງສົ່ງຜົນກະທົບຕໍ່ການນອນພັກຜ່ອນຂອງຄົນເຮົາໃນຕອນກາງຄືນຢ່າງຫຼີກເວັ້ນບໍ່ໄດ້ ແລະ ການອົດນອນ ຫຼື ນອນບໍ່ພໍເປັນເວລາດົນນານນັ້ນ ກໍມີຜົນກະທົບຕໍ່ສຸຂະພາບຈິດ ແລະ ສຸຂະພາບຮ່າງກາຍ ໂດຍເຊື່ອມໂຍງກັບປະສິດທິພາບໃນການຮັບຮູ້ ແລະ ການເຮັດວຽກຂອງພູມຕ້ານທານພາຍໃນຮ່າງກາຍລົດລົງ ເຮັດໃຫ້ມີຄວາມສ່ຽງຕໍ່ການເກີດຄວາມດັນ, ໂຣກຫົວໃຈ, ເຮັດໃຫ້ອາຍຸສັ້ນ. ນອກຈາກນັ້ນ, ເວລາທີ່ເຮົານອນບໍ່ພຽງພໍ ກໍຍັງສ່ຽງຕໍ່ການເກີດອຸບັດຕິເຫດ ໃນເວລາທີ່ຕ້ອງຂັບຂີ່ຍານພາຫະນະອີກດ້ວຍ.

ແຫຼ່ງຂໍ້ມູນອ້າງອີງ:

http://cuts2.com/OxaKK

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/