UN ໂຫວດສະມາຊິກບໍ່ຖາວອນ 5​ ປະເທດທີ່ຖືກຮັບເລືອກເປັນຄະນະມົນຕີຄວາມໝັ້ນຄົງ ປີ 2024-2025


ເມື່ອວັນທີ 7​ ມິຖຸນາ 2023 ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ສະມັດຊາສະຫະປະຊາຊາດ (UNGA) ໄດ້ມີການລົງມະຕິເລືອກສະມາຊິກໃໝ່ ເພື່ອໝູນວຽນໃນຖານະ ສະມາຊິກບໍ່ຖາວອນຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ຕາມວາລະປະຈຳປີ 2024-2025 ຕາມໂຄຕ້າຂອງແຕ່ລະພູມມີພາກ.

ໂດຍປະເທດທີ່ໄດ້ຮັບການຖືກເລືອກຄື ປະເທດ ແອວຈີເລຍ (Algeria), ປະເທດ ກາຍອານາ (Guyana), ປະເທດ ເຊຍລາລີໂອນ (Sierra Leone), ປະເທດ ສະໂລວີເນີຍ (Slovenia) ແລະ ປະເທດ ເກົາຫຼີໃຕ້ (Republic of Korea) ໂດຍຈະມານັ່ງຕຳແໜ່ງຄະນະມົນຕີຄວາມໝັ່ນຄົງແຫ່ງສະຫະປະຊາຊາດ (UNSE) ແທນທີ່ປະເທດ ແອວບາເນີຍ, ປະເທດ ບຣາຊິວ, ປະເທດ ກາບອງ, ປະເທດ ການາ ແລະ ປະເທດ ອາເມຣິກາ ນັບຕັ້ງແຕ່ວັນທີ 1 ມັງກອນ 2024 ເປັນຕົ້ນໄປ.

ສະຫະປະຊາຊາດ (UNSC) ມີສະມາຊິກລວມທັງໝົດ 15 ປະເທດ ປະກອບໄປດ້ວຍສະມາຊິກຖາວອນ 5 ປະເທດໄດ້ແກ່ ສະຫາລາຊະອານາ, ຈີນ, ຝຣັ່ງ, ຣັດເຊຍ ແລະ ອາເມຣິກາ ໂດຍສະມາຊິກຖາວອນຈະມີສິດໂຫວດວີໂຕ້ ສ່ວນອີກ 10 ປະເທດຈະເປັນສະມາຊິກບໍ່ຖອນມີໄລຍະເວລາ 2 ປີ ແລະ ທຸກໆປີຈະມີຕຳແໜ່ງວ່າງຢູ່ ​5 ຕຳແໜ່ງ ຂອງສະມາຊິກບໍ່ຖາວອນ ພ້ອມຈະຖືກຈັດແບ່ງໃຫ້ເປັນຕົວແທນຂອງທຸກພູມີພາກທົ່ວໂລກຢ່າງເທົ່າທຽມ ໃນສ່ວນ ປະເທດ ແອວຈີເລຍ, ປະເທດ ກາຍອານາ, ປະເທດ ເຊຍລາລີໂອນ ແລະ ປະເທດ ເກົາຫຼີໃຕ້ ຖືກຮັບເລືອກໃຫ້ເປັນສະມາຊິກຢ່າງໄຮ້ຜູ້ແຂ່ງຂັນ ສ່ວນປະເທດ ສະໂລວີເນີຍ ສາມາດຍາດເອົາໄຊຊະນະໃນການໂຫວດລົງຄະແນນລັບທີ່ສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ.

ໂດຍປະເທດ ສະໂລວີເນີຍ ຊະນະ ເບລາລຸດຂາດລອຍດ້ວຍຄະແນນສະໜັບສະໜູນ 153 ຕໍ່ 38 ສຽງ ສຳລັບໂຄຕ້າຂອງໂຊນອາຟຣິກາ ປະເທດ ເຊຍລາລີໂອນ ໄດ້ຮັບຄະແນນສຽງສະໜັບສະໜູນ 188 ສຽງ, ປະເທດ ແອວຈີເລຍ ໄດ້ຮັບຄະແນນສຽງສະໜັບສະໜູນ 184 ສຽງ ສ່ວນໂຄຕ້າຂອງໂຊນລາຕິນອາເມຣີກາ ແລະ ແຄລິບບຽນ ເປັນຂອງປະເທດ ກາຍອານາ ໄດ້ຮັບຄະແນນສຽງສະໜັບສະໜູນ 191 ສຽງ ແລະ ປະເທດ ເກົາຫຼີໃຕ້ ເປັນຕົວແທນຂອງອາຊີປາຊີຟິກ ໄດ້ຮັບຄະແນນສຽງສະໜັບສະໜູນ 180 ສຽງ.

ສ່ວນອີກ 5 ປະເທດທີ່ເປັນສະມາຊິກບໍ່ຖາວອນໄດ້ແກ່ ປະເທດ ເອກວາດໍ, ປະເທດ ຢີ່ປຸ່ນ, ປະເທດ ມອນຕາ, ປະເທດ ໂມຊຳເບີກ ແລະ ປະເທດ ສະວີດເຊີແລນ ທີ່ຍັງຢູ່ໃນວາລະຢູ່ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/