ສະພາແຫ່ງຊາດ ເນັ້ນແກ້ໄຂດ້ານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ


ເພື່ອເປັນການຮັບປະກັນການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງລັດຖະບານ ແລະ ທ້ອງຖິ່ນ ໄດ້ຮັບການຈັດຕັ້ງປະຕິບັດລວງດຽວກັນ ແລະ ມີຄວາມສະດວກໃນການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນວັນທີ 6 ມິຖຸນາ 2023 ທີ່ສະພາແຫ່ງຊາດ ກໍາມາທິການບັນດາເຜົ່າ ໄດ້ຈັດກອງປະຊຸມເພື່ອເອກະພາບບັນດາຄາດໝາຍ ດ້ານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ປະຈໍາປີ 2023 (ໃນຮູບແບບທາງໄກ) ໂດຍການເປັນປະທານຂອງທ່ານ ຄໍາຈັນ ໂສຕາປະເສີດ ປະທານກໍາມາທິການບັນດາເຜົ່າ ສະພາແຫ່ງຊາດ, ມີບັນດາທ່ານ ຮອງປະທານກໍາມາທິການບັນດາເຜົ່າ, ກໍາມາທິການເສດຖະກິດ, ເທັກໂນໂລຢີ ແລະ ສິ່ງແວດລ້ອມ; ກໍາມາທິການແຜນການ, ການເງິນ ແລະ ການກວດສອບ; ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ບັນດາທ່ານຕາງໜ້າຈາກພະແນກກະສິກໍາ ແລະ ປ່າໄມ້ແຂວງ 18 ແຂວງທົ່ວປະເທດ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການສະເໜີການຕິດຕາມກວດກາ ບັນດາຄາດໝາຍຂອງ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງກໍາມາທິການບັນດາເຜົ່າ ຈາກທ່ານ ຮອງປະທານກໍາມາທິການບັນດາເຜົ່າ ແລະ ການປະກອບຄໍາຄິດຄໍາເຫັນ ຂອງທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້; ການປະກອບຄໍາຄິດຄໍາເຫັນ ຂອງຫົວໜ້າ-ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຜົ້ງສາລີ, ບໍ່ແກ້ວ, ອຸດົມໄຊ, ຫົວພັນ, ໄຊສົມບູນ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ນະຄອນຫຼວງວຽງຈັນ.

ຂໍ້ມູນຈາກ:

https://cutt.ly/5werx4pO

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/