“Stubbs” ເເມວສົ້ມໂຕທຳອິດທີ່ເປັນເຈົ້າເມືອງເເມວໃນລັດ Alaska


Talkeetna ເປັນເມືອງນ້ອຍໆທີ່ຢູ່ໃນລັດ Alaska ໂດຍມີປະຊາກອນພຽງ 900 ຄົນເທົ່ານັ້ນ, ໃນປີ 1997 ໄດ້ມີການເລືອກຕັ້ງເຈົ້າເມືອງປະຈຳເມືອງຂຶ້ນ ເຊິ່ງຜົນປາກົດວ່າ ເເມວສົ້ມຊື່ວ່າ Stubbs ໄດ້ຖືກຮັບເລືອກໃຫ້ເປັນເຈົ້າເມືອງ.

ຫຼັງຈາກທີ່ Stubbs ໄດ້ຮັບຕຳເເໜ່ງເຈົ້າເມືອງເເລ້ວ ກໍໄດ້ປັກຫຼັກເຮັດວຽກຢູ່ທີ່ຮ້ານອາຫານເເຫ່ງໜຶ່ງ, ໂດຍ Stubbs ນັ້ນເປັນເເມວສົ້ມທີ່ດຶງດູດນັກທ່ອງທ່ຽວຈາກຫຼາກຫຼາຍບ່ອນ ເພາະໃຜໆກໍຢາກທີ່ຈະເຫັນໜ້ານາຍົກສົ້ມທີ່ເເສນຈະໜ້າຮັກນີ້.

Stubbs ມັກຈະຍ່າງປະປົນຢູ່ກັບພົນລະເມືອງ ເເລະ ນັກທ່ອງທ່ຽວ ຫຼື ອາດຈະນອນກິນນ້ຳທີ່ປະສົມກັບ catnip ຂອງເຂົາໃນຮ້ານ, ເຊິ່ງຄົນທີ່ຜ່ານໄປຜ່ານມາມັກຈະເຫັນນ້ອງກິນນ້ຳຄັອກເທລກັນຊາຢູ່ເປັນປະຈຳ

ເບິ່ງຄືວ່າຊີວິດຂອງ Stubbs ນັ້ນຈະສຸກເເສນສະບາຍ ເເຕ່ກົງກັນຂ້າມ ຊີວິດຂອງນ້ອງສົ້ມເຮົານັ້ນກວ່າທີ່ຈະມາເປັນນາຍົກຕ້ອງຜ່ານປະສົບການມາຢ່າງໂຊກໂຊນເຊັ່ນ: Stubbs ເຄີຍຖືກລູກຫຼົງຈາກປືນ BB Gun ເຊິ່ງມີລູກປືນຝັງຢູ່ໃນຮ່າງກາຍເເຕ່ກໍບໍ່ເປັນຫຍັງ, Stubbs ເຄີຍຕົກລົງໄປໃນໝໍ້ຈືນໄກ່ ເເຕ່ໂຊກດີພະນັກງານກຳລັງປ່ຽນນ້ຳມັນ ໝໍ້ນ້ຳມັນເລີຍບໍ່ຮ້ອນຫຼາຍເຮັດໃຫ້ໄດ້ຮັບບາດເຈັບພຽງເລັກນ້ອຍ, Stubbs ຍັງເຄີຍຖືກລອບສັງຫານຈາກໝາກຈອນຈັດທີ່ລຸມທຳຮ້າຍ ເຮັດໃຫ້ນ້ອງສົ່້ມຂອງເຮົາບາດເຈັບຢ່າງສາຫັດຈົນເຮັດໃຫ້ກະດູກຂ້າງຫັກ ເເລະ ປອດທະລຸ ເເຕ່ນ້ອງກໍລອດມາໄດ້.

ຫຼັງຈາກທີ່ Stubbs ໄດ້ຮັບການດູເເລ ເເລະ ປິ່ນປົວຈົນຫາຍດີ ນ້ອງສົ້ມ 9 ຊີວິດເຮົານີ້ກໍໄດ້ກັບມາເຮັດໜ້າທີ່ຕົນເອງອີກເທື່ອ. ໂດຍ Stubbs ໄດ້ເບິ່ງເເຍງ ເເລະ ເປັນຂວັນໃຈໃຫ້ປະຊາຊົນກວ່າ 20 ປີ ກ່ອນຈະຈາກໄປໃນປີ 2017 ດ້ວຍອາຍຸ 20 ປີກັບອີກ 3 ເດືອນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/