Monster Hunter ກຽມເປີດຕົວໃນໂທລະສັບ ໃນຮູບແບບອອກລ່າສັດປະຫຼາດ ຢູ່ໂລກຄວາມເປັນຈິງ ຄ້າຍຄືກັບ Pokemon Go


Niantic ບໍລິສັດເທັກໂນໂລຢີ ຜູ້ພັດທະນາ Pokemon Go ໄດ້ຈັບມືກັບ Capcom ກຽມເປີດຕົວເກມ Monster Hunter Now ເຊິ່ງມາຈາກ Monster Hunter ທີ່ເຮົາຫຼິ້ນກັນໃນຄອມ ຫຼື ເຄື່ອງຫຼິ້ນເກມຕ່າງໆ. ພ້ອມນຳເອົາ ສັດປະຫຼາດໃນເກມ ອອກມາໃຫ້ບັນດານັກລ່າທັງຫຼາຍໄດ້ໄລ່ລ່າກັນໃນໂລກແຫ່ງຄວາມເປັນຈິງ.

Monster Hunter Now ນີ້ຈະມາໃນຮູບແບບ ເກມໃນໂທລະສັບມືຖື ສະເໝືອນວ່າຜູ້ຫຼິ້ນໄດ້ອອກໄປລ່າ ສັດປະຫຼາດ ຫຼື Monster ຈາກເກມ Monster Hunter ໃນໂລກຂອງຄວາມເປັນຈິງ ຄ້າຍຄືກັນກັບ Pokemon Go, ເດີນທາງໄປບ່ອນຕ່າງໆເພື່ອຂຸດຄົ້ນແຮ່ທາດ ແລະ ໄອເທັມຕ່າງໆ ພາຍໃນເກມ.

ລະ​ບົບ​ການ​ຕໍ່​ສູ້​ໃນ​ເກມ​ໄດ້​ຖືກ​ອອກ​ແບບ​ໃຫ້​ເປັນ​ແນວ ແອັກຊັນ RPG​ ຄ້າຍຄືກັບທີ່ເຮົາຫຼິ້ນຢູ່ເຄື່ອງຫຼິ້ນເກມ ຫຼື ຄອມພິວເຕີ​ ພຽງ​ແຕ່​ປັບ​ໃຫ້​ມັນ​ຫຼິ້ນງ່າຍຂຶ້ນ​. ຜູ້ຫຼິ້ນສາມາດໃຊ້ອາວຸດທີ່ຕົນເອງມັກ ທ່າທາງ ລີລາຕ່າງໆ ເພື່ອໂຈມຕີ ສັດປະຫຼາດທີ່ຕົນກຳລັງປະເຊີນຢູ່.

ປະສົບການທີ່ດີທີ່ສຸດອັນໜຶ່ງໃນການຫຼິ້ນ Monster Hunter ກໍຄືການອອກໄປລ່າ ສັດປະຫຼາດກັບໝູ່ ແລະ Monster Hunter Now ນີ້ກໍຮອງຮັບຜູ້ຫຼິ້ນໄດ້ເຖິງ 4 ຄົນຮ່ວມເປັນທີມກັບນັກລ່າຄົນອື່ນໆທີ່ຢູ່ໃກ້ຄຽງ. ແຕ່ຢ່າງໃດກໍຕາມ ທາງຜູ້ພັດທະນາຍັງບໍ່ເຜີຍລາຍລະອຽດກ່ຽວກັບການຫຼິ້ນນຳກັນກັບໝູ່ເທື່ອ.

ໂດຍຕົວເກມ ມີກຳນົດຈະເປີດຕົວທົ່ວໂລກໃນເດືອນກັນຍາ 2023 ສໍາລັບທັງ iOS ແລະ Android.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/