ລັດຖະບານ ສປປ ລາວ ຮ່ວມກັບປະຊາຊາດ ຮ່ວມໃຈລົດຜ່ອນການນຳໃຊ້ພລາສຕິກ


ວັນສິ່ງແວດລ້ອມສາກົນ, ວັນທີ 5 ມິຖຸນາ ທີ່ຫາກໍຜ່ານມານັ້ນ, ລັດຖະບານ ສປປ ລາວ ຮ່ວມກັບປະຊາຊາດ ໃນທົ່ວໂລກສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ 5​ ມິຖຸນາ ຄົບຮອບ 50 ​ປີ, ທັງເປັນ ວັນສິ່ງແວດລ້ອມ ແຫ່ງຊາດ ຄົບຮອບ 24 ​ປີ ພາຍໃຕ້ຄໍາຂວັນທີ່ວ່າ: “ສິ່ງແວດລ້ອມ ພວກເຮົາຈະດີ ຖ້າລົດຜ່ອນການນຳໃຊ້ພລາສຕິກ”.

ວັນສິ່ງແວດລ້ອມສາກົນ, ວັນທີ 5 ມິຖຸນາ ທີ່ຫາກໍຜ່ານມານັ້ນ, ລັດຖະບານ  ສປປ ລາວ ຮ່ວມກັບປະຊາຊາດ ໃນທົ່ວໂລກ ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ 5​ ມິຖຸນາ ຄົບຮອບ 50 ​ປີ, ທັງເປັນວັນສິ່ງ ແວດລ້ອມແຫ່ງຊາດ ຄົບຮອບ 24 ​ປີ ພາຍໃຕ້ຄໍາຂວັນທີ່ວ່າ: “ສິ່ງແວດລ້ອມພວກເຮົາຈະດີ ຖ້າລົດຜ່ອນການນຳໃຊ້ພລາສຕິກ”. ການສະເຫຼີມສະຫຼອງວັນດັ່ງກ່າວ ໄດ້ດໍາເນີນພ້ອມກັນກັບ ຂະບວນປູກຕົ້ນໄມ້ ແຫ່ງຊາດ ວັນທີ 1 ມິຖຸນາ ​ເຊິ່ງໄດ້ຖືໂອກາດເອົາວັນສໍາຄັນດັ່ງກ່າວ ເພື່ອປຸກລະດົມສ້າງຈິດສໍານຶກ ແລະ ໃຫ້ສັນຍານເຕືອນແກ່ປະຊາຊົນໃນທົ່ວໂລກ ຮ່ວມແຮງຮ່ວມໃຈກັນດຳເນີນການ ຢ່າງຈິງຈັງໃນການແກ້ໄຂບັນຫາ ສິ່ງແວດລ້ອມ.

ໃນສະພາບແຫ່ງການແຂ່ງຂັນກັນພັດທະນາ, ມາພ້ອມກັບຜົນສໍາເລັດໃນບັນດາເປົ້າໝາຂອງານພັດທະນານັ້ນ; ​ໂລກເຮົາຊໍ້າພັດ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍຢ່າງໜັກໜ່ວງ ​ຕໍ່ຄວາມສາມາດໃນການ​ຄຸ້ມ​ຄ້ອງ ຊັບພະຍາກອນທໍາມະຊາດ ແລະ ປົກ​ປັກຮັກ​ສາ​ ສິ່ງແວດລ້ອມ ຕາມທິດສີຂຽວ ແລະ ​ຍືນ​ຍົງ, ລວມທັງການປົກປັກຮັກສາ ແຫຼ່ງນໍ້າທໍາມະຊາດ ຈາກປັດ​ໄຈການ​ເພີ່ມ​ຂຶ້ນ​ຂອງປະຊາກອນໂລກ ຢ່າງໄວວາ, ສິ່ງແວດລ້ອມທໍາມະຊາດ​ຖືກ​ທຳ​ລາຍ, ການເສື່ອມໂຊມຂອງລະບົບນິເວດ ພື້ນຖານທໍາມະຊາດໂລກ ແລະ ຈາກສະພາບການ​ປ່ຽນ​ແປງ ​ຂອງ​ດິນ​ຟ້າ​ອາ​ກາດ ອັນໄດ້ສົ່ງຜົນກະທົບອັນສໍາຄັນ ຕໍ່ປະຊາກອນໂລກ, ໂດຍສະເພາະໃນບັນດາ ປະ ເທດດ້ອຍພັດທະນາ ເກີດມີບັນ​ຫາ​​ຂາດ​ແຄນ​ນ້ຳ. ນອກນັ້ນ, ຍັງປະເຊີນໜ້າ ກັບບັນ​ຫາມົນ​ລະ​​ພິດ​ທາງ​ນ້ຳ ແລະ ບັນ​ຫາໄພນໍ້າຖ້ວມ ຢ່າງກະທັນຫັນ ແລະ ໄພແຫ້ງແລ້ງຢ່າງຮຸນແຮງ ໄດ້ເພີ່ມຂຶ້ນໃນແຕ່ລະປີ​​ ​ເຊິ່ງໄດ້​ສົ່ງ​ຜົນ​ກະ​ທົບ ຢ່າງແຜ່ລາມ​​​ເປັນ ວົງກວ້າງ, ກະທົນຮຸນແຮງຕໍ່ການດຳລົງຊີວິດ​ຂອງຄົນ​ ແລະ ສັດ ໃນທົ່ວທຸກມູມ​ໂລກ.

ປັດຈຸບັນ, ສິ່ງແວດລ້ອມທໍາມະຊາດກໍາລັງຖືກທໍາລາຍ, ລະບົບນິເວດ ກໍາລັງຊຸດໂຊມລົງ ຊຶ່ງມີສາເຫດມາຈາກ ສະພາບການປ່ຽນແປງຂອງດິນຟ້າອາກາດ ອັນໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ປະຊາກອນ ໂລກໃນປັດຈຸບັນ ແລະ ອາດຈະສົ່ງຜົນກະທົບ ແກ່ຍາວໄປສູ່ຄົນຮຸ່ນຫລັງໃນອະນາຄົດ. ສຳລັບ ປະເທດພວກເຮົາກໍເຊັ່ນດຽວກັນ ແມ່ນກຳລັງຜະເຊີນໜ້າ ກັບຜົນກະທົບຕໍ່ສິ່ງແວດລ້ອມທີ່ເກີດຈາກ ໄຟໄໝ້ປ່າ, ນໍ້າເປື້ອນ ແລະ ບັນຫາຂີ້ເຫຍື້ອ ໂດຍສະເພາະແມ່ນຂີ້ເຫຍື້ອພລາສຕິກ ທີ່ນັບມື້ນັບເພີ່ມຂຶ້ນຈາກການຊົມໃຊ້ ແລະ ການຖິ້ມຊະຊາຍຕາມຊຸມຊົນ, ຖະໜົນຫົນທາງ, ຕາມຕົວເມືອງໃຫຍ່, ຕົວເມືອງນ້ອຍ ຍ້ອນການກໍາຈັດ ແລະ ຫລຸດຜ່ອນ ຍັງ ເຮັດໄດ້ໜ້ອຍ. ຕໍ່ສະພາບການ ແລະ ບັນຫາດັ່ງກ່າວ ພັກ ແລະ ລັດຖະບານ ກໍໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ເພື່ອສ້າງໃຫ້ປະເທດລາວ ເປັນປະເທດ ຂຽວສະອາດງາມຕາ ໂດຍໃຫ້ມີນິຕິກໍາ, ຄູ່ມື, ຄໍາແນະ ນໍາຕ່າງໆ ແລະ ໃຫ້ໂຄສະ ນາເຜີຍແຜ່ ແລະ ສ້າງຈິດສໍານຶກ ໃຫ້ທົ່ວສັງຄົມ ພ້ອມກັນປະກອບສ່ວນ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດ ໂດຍສະເພາະການແກ້ໄຂ ບັນຫາຂີ້ເຫຍື້ອ ທີ່ນອນໃນແຜນພັດທະນາ ເສດຖະກິດ-ສັງຄົ ມ ແຫ່ງຊາດ 5 ປີ ກໍຄື ການຫລຸດ ຜ່ອນຂີ້ເຫຍື້ອ ແລະ ການສ້າງສະໜາມຂີ້ເຫຍື້ອ ເພື່ອຮອງຮັບສິ່ງເສດເຫລືອ ຈາກການຊົມໃຊ້ທີ່ເພີ່ມຂຶ້ນ, ພ້ອມທັງສ້າງຕົວເມືອງ ໃຫ້ສະອາດງາມຕາ ປາສະຈາກມົນລະພິດ. ​ສະເພາະ ສປປ ລາວ, ພັກ-ລັດ ກໍໄດ້ມີແນວທາງ ແລະ ນະໂຍບາຍ ໃນການແກ້ໄຂບັນຫາດັ່ງກ່າວ ຢ່າງສະເໝີຕົ້ນສະເໝີປາຍ ເປັນຕົ້ນແມ່ນໄດ້ຮັບຮອງ ແລະ ປະກາດໃຊ້ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ແລະ ກົດໝາຍ ອື່ນໆທີ່ກ່ຽວຂ້ອງ. ພ້ອມທັງໄດ້ ກຳນົດຢູ່ໃນ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກໍຄື ຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງ ສປປ ລາວ, ຄຽງຄູ່ກັບການສົ່ງເສີມຄຸນນະພາບ ສິ່ງແວດລ້ອມຕົວເມືອງທົ່ວ ສປປ ລາວ ໃຫ້ກາຍເປັນ ສີຂຽວ ສະອາດ ງາມຕາ ເພື່ອປະກອບສ່ວນເຂົ້າໃນການຂັບເຄື່ອນໃຫ້ ສປປ ລາວ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

ເພື່ອເປັນການສະເຫລີມສະຫລອງວັນສິ່ງແວດລ້ອມໂລກ, ວັນສິ່ງແວດລ້ອມແຫ່ງຊາດ, ວັນນໍ້າໂລກ, ວັນປຸກຕົ້ນໄມ້ແຫ່ງຊາດປີນີ້ ໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ບັນລຸເປົ້າໝາຍທີ່ວາງເອົາໄວ້, ສປປ ລາວ ກໍໄດ້ຖືເອົາໂອກາດ ທີ່ມີຄວາມໝາຍຄວາມສຳຄັນນີ້ ດຳເນີນການໂຄສະນາ, ປຸກຈິດສຳນຶກ ແລະ ສ້າງຂະບວນການສອດ ຄ່ອງຕາມຄໍາຂວັນສະເພາະປີນີ້ ແລະ ພ້ອມກັັນຫັນປ່ຽນຈິນຕະນາການ ໄປພ້ອມໆກັບການ ເພີ່ມທະວີການ ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ ຕາມລະບຽບການ ແລະ ກົດໝາຍຢ່າງເຂັ້ມງວດ ໃຫ້ບັນລຸຕາມວິໄສທັດ, ຕາມຍຸດທະສາດ ແລະ ແຜນການ 5 ປີ ຂອງຂະ ແໜງການ, ປະກອບສ່ວນ ໃຫ້ແກ່ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມຍືນຍົງ.

ຂໍ້ມູນຈາກ: https://cutt.ly/NwedIrEf

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/