ຮູ້ຫຼືບໍ່ວ່າ Olympic ລະດູໜາວທີ່ ປັກກິ່ງ ແມ່ນໃຊ້ຫິມະທຽມເກືອບ 100%


ທຸກຄົນຮູ້ບໍ່ວ່າການແຂ່ງຂັນກິລາ Olympics ລະດູໜາວ ປັກກິ່ງເກມ 2022 ນີ້ ແມ່ນຈະຕ້ອງໃຊ້ຫິມະທຽມເຂົ້າໃນການແຂ່ງຂັນເກືອບຈະ 100% ທີ່ມີກຳນົດແຂ່ງ ຕັ້ງແຕ່ວັນທີ 4 ກຸມພາ ຫາ ວັນທີ 20 ກຸມພານີ້.

ເນື່ອງຈາກສະພາບອາກາດໃນໂລກປັດຈຸບັນ ທີ່ກຳລັງພົບກັບສະພາວະໂລກຮ້ອນ ເຮັດໃຫ້ລະດູໜາວປີນີ້ທີ່ປັກກິ່ງມີໄລຍະສັ້ນລົງ ແລະ ຫິມະຕົກໜ້ອຍລົງກວ່າເກົ່າ, ລັດຖະບານປັກກິ່ງກໍເລີຍແກ້ບັນຫາໂດຍການ ສ້າງຫິມະທຽມຂຶ້ນມາເອງ. ນີ້ຍັງຖືເປັນຄັ້ງທຳອິດຂອງໂລກທີ່ມີການນຳໃຊ້ຫິມະທຽມເຂົ້າໃນການແຂ່ງຂັນ ກິລາ Olympics.

ເຖິງການສ້າງຫິມະທຽມຈະເປັນການແກ້ໄຂບັນຫາອີກໜຶ່ງວິທີກໍຕາມ ແຕ່ວິທີນີ້ກໍຕ້ອງໃຊ້ງົບປະມານຢ່າງຫຼວງຫຼາຍ ມີລາຍງານອອກມາວ່າ ລັດຖະບານໄດ້ເສຍເງິນໄປກັບໂຄງການນີ້ປະມານ 3.9 ພັນລ້ານ ໂດລາ, ມະຫາວິທະຍາໄລ Georgia state ຊີ້ໃຫ້ເຫັນວ່າ ການສ້າງຫິມະທຽມຂຶ້ນມາຄັ້ງນີ້ຕ້ອງໃຊ້ນຳ້ໄປຫຼາຍເຖິງ 185 ລ້ານລິດ ແລະ ຕ້ອງໃຊ້ເຄື່ອງຜະລີດຫິມະທີ່ໃຊ້ພັດລົມອີກປະມານ 130 ເຄື່ອງ ລວມໄປເຖິງ ປືນຍິງຫິມະອີກປະມານ 300 ເຄື່ອງ.

ເຖິງຢ່າງໃດກໍຕາມ ການໃຊ້ຫິມະທຽມເຂົ້າມາໃນການແຂ່ງຂັນກິລາ ກໍຍັງມີຄວາມແຕກຕ່າງຈາກຫິມະແທ້ພໍສົມຄວນ ຍິ່ງເປັນກິລາທີ່ຕ້ອງໃຊ້ຄວາມລະອຽດສູງແລ້ວ ເຖິງແມ່ນວ່າລາຍລະອຽດຈຸດນ້ອຍໆ ກໍສາມາດປ່ຽນຜົນການແຂ່ງຂັນໄດ້ເລີຍ, ໂດຍທີ່ ສຳນັກຂ່າວ NBC News ລາຍງານວ່າ ຫິມະທຽມມີການຈັບກັນເປັນນຳ້ກ້ອນໄດ້ໄວກວ່າ ແລະ ຫຼາຍກວ່າຫິມະແທ້ ເຊິ່ງຈະມີຜົນກັບການແຂ່ງຂັນປະເພດ ຂີ່ສະກີລົງພູ ໂດຍທີ່ຫິມະທຽມຈະເຮັດໃຫ້ການຂີ່ສະກີລົງພູຈະມີຄວາມໄວທີ່ສູງກວ່າ ແຕ່ກໍມີໂອກາດເກີດອຸບັດຕິເຫດຕໍ່ນັກກິລາໄດ້ຫຼາຍກວ່າ.

ສຸດທ້າຍນີ້ຜູ້ຊ່ຽວຊານຈາກມະຫາວິທະຍາໄລ ​​​Georgia ​State ໄດ້ກ່າວໃນລາຍງານວ່າ: ນັກກິລາ, ນັກວິທະຍາສາດ ລວມໄປເຖິງຄະນະກຳມະການ ຝ່າຍຈັດການແຂ່ງຂັນ ຄວນຈະຄຳນຶງເຖິງປັດໄຈດ້ານສະພາບແວດລ້ອມໃຫ້ຫຼາຍກວ່ານີ້ ໃນການພິຈາລະນາເລືອກສະຖານທີ່ຈັດການແຂ່ງຂັນ Olympics ລະດູໜາວຄັ້ງຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/