ພັດທະນາບໍ່ຢຸດຢັ້ງ! ອ່າງນ້ຳສຸຍ ເມືອງຈຳພອນ ກຳລັງຈະມີຮ້ານອາຫານທີ່ທັນສະໄໝຄົບວົງຈອນ


ຮ້ານອາຫານເຮືອນແພຄຳແພງ2 ກຳລັງມີແຜນພັດທະນາປ່ຽນແປງເປັນຮ້ານທີ່ທັນສະໄໝ ມີຄວາມພັດທະນາສະອາດງາມຕາ ທີ່ອ່າງນ້ຳສຸຍ ເມືອງຈຳພອນ ແຂວງສະຫວັນນະເຂດ, ເຊິ່ງຕອນນີ້ມີແບບໂຄງສ້າງອອກມາແລ້ວ ງາມຈົນໃຜກໍຢາກໄປແວ່ ແລະອີກບໍ່ດົນອາດຈະໄດ້ໄປທ່ຽວແລ້ວ.

ເມືອງຈຳພອນ ແຂວງສະຫວັນນະເຂດ ເປັນເມືອງໜຶ່ງທີ່ມີແຫຼ່ງທ່ອງທ່ຽວຫຼາຍພໍສົມຄວນ ໂດຍສະເພາະສະຖານທີ່ທ່ອງທ່ຽວທາງປະຫວັດສາດທີ່ມີຄວາມໂດດເດັ່ນ ແລະ ມີແຫຼ່ງທ່ອງທ່ຽວດ້ານວັດທະນະທຳອີກພ້ອມ ບໍ່ວ່າຈະເປັນຫໍໄຕຣປິດົກ, ວັດຕະແຫຼວ ທີ່ມີປະຫວັດສາດອັນຍາວນານ ຈົນກາຍເປັນສະຖານທີ່ທ່ອງທ່ຽວທີ່ໃຜໆກໍເຄົາລົບນັບຖື ແລະ ເປັນມິ່ງຂວັນຂອງປະຊາຊົນເມືອງຈຳພອນ, ພ້ອມກັນນີ້ ກໍຍັງມີໜອງ ປາຝາ ແລະ ດົງລີງ ອີກດ້ວຍ.

ນອກຈາກນັ້ນເວລາເດີນທາງໄປເມືອງຈຳພອນ ຍັງໄດ້ເຫັນທຳມະຊາດທົ່ງນາອັນໃຫຍ່ກວ້າງສວຍສົດງົດງາມ ພ້ອມກັບວິຖີຊີວິດຂອງປະຊາຊົນທີ່ທຳມາຫາກິນຕາມລຽບແມ່ນ້ຳ ຈະເຫັນຢູ່ປະຈຳກໍຄົງເປັນ ອ່າງນ້ຳສຸຍ ທີ່ເປັນທັງບ່ອນທ່ອງທ່ຽວ ແລະ ບ່ອນທຳມາຫາກິນ. ອ່າງນ້ຳສຸຍ ເປັນອີກແຫຼ່ງທ່ອງທ່ຽວຂອງເມືອງຈຳພອນ ເປັນອ່າງທີ່ກວ້າງໃຫຍ່ ພ້ອມມີຮ້ານອາຫານເຮືອນແພຄຳແພງ ເວລາມີຜູ້ໄປທ່ຽວຊົມກໍຈະໄດ້ທັງຊົມວິວ ແລະ ອີ່ມອາຫານໄປພ້ອມກັນ. ອ່າງນ້ຳສຸຍ ສ່ວນຫຼາຍຄົນຈະນິຍົມໄປຫຼິ້ນ ໂດຍສະເພາະໄລຍະປີໃໝ່ ຄົນຈະຫຼາຍເປັນພິເສດ.

ອ່າງນ້ຳສຸຍຄ່ອຍໆພັດທະນາໄປເທື່ອລະກ້າວ ແລະ ອີກບໍ່ດົນນີ້ ກໍຈະມີຮ້ານອາຫານທີ່ຈະສ້າງຂຶ້ນມາໃໝ່ ສ່ວນໂຄງການກໍມີອອກມາແລ້ວ, ທາງດ້ານໂຄງສ້າງເບິ່ງແລ້ວສະອາດງາມຕາ ມີຄວາມທັນສະໄໝ, ສ້າງຄວາມສະດວກສະບາຍເວລາຄົນມາທ່ຽວ ພ້ອມກັບໄດ້ຮັບຊົມວິວທຳມະຊາດອ້ອມແອ້ມບໍລິເວນນັ້ນ ມີທັງທົ່ງນາທີ່ຂຽວສົດງົດງາມ ປະກອບກັບອ່າງນ້ຳສຸຍອັນໃຫຍ່ກວ້າງ ຄົນຕ່າງເມືອງຕ່າງແຂວງທີ່ກາຍໄປມາກໍຕ້ອງໄດ້ແວ່ຢ່າງແນ່ນອນ.

ອ່າງນ້ຳສຸຍ ເປັນອ່າງທີ່ໃຫຍ່ທີ່ສຸດຂອງເມືອງຈຳພອນ ສາມາດເກັບນ້ຳໄດ້ເຖິງ 9,000,000 ແມັດກ້ອນ, ປັດຈຸບັນ ອ່າງເກັບນ້ຳດັ່ງກ່າວ ແມ່ນກຳລັງຈະຖືກປ່ຽນແປງໂສມໃໝ່ ເຊິ່ງຈະມີຮ້ານອາຫານເຮືອນແພ2 ທີ່ຈະສ້າງຂຶ້ນໃນອີກບໍ່ດົນ ຈະເປັນແນວໃດນັ້ນເຮົາມາຖ້າຕິດຕາມໄປພ້ອມໆກັນ.

อาจเป็นรูปภาพของ กลางแจ้ง

ຮູບພາບຈາກ: Nang Buapha (ເຈົ້າຂອງຮ້ານອາຫານແພຄຳແພງ2)

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/