ລາວເຮົາກຳລັງສຶກສາໄຟຟ້າແສງຕາເວັນ ເກືອບ 60 ໂຄງການ


ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມ ປຶກສາຫາລືກ່ຽວກັບທິດທາງການພັດທະນາໄຟຟ້າແສງຕາເວັນ ຂຶ້ນໃນຕອນເຊົ້າວັນທີ 24 ມັງກອນ 2022 ທີ່ຜ່ານມານີ້, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່. ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າ, ຮອງຫົວໜ້າກົມ, ສະຖາບັນ ແລະ ລັດວິສາຫະກິດອ້ອມຂ້າງກະຊວງ ເຂົ້າຮ່ວມ.

ໃນໂອກາດມີຄຳເຫັນກ່າວເປີດກອງປະຊຸມ ທ່ານ ລັດຖະມົນຕີ ກ່າວວ່າ: ກອງປະຊຸມປຶກສາຫາລື ເພື່ອວາງທິດທາງ, ໜ້າທີ່ ການພັດທະນາພະລັງງງານແສງຕາເວັນ ມີຄວາມສໍາຄັນຫຼາຍ, ຍ້ອນວ່າ: ການພັດທະນາໄຟຟ້າແສງຕາເວັນແມ່ນຍຸດທະສາດທີ່ສໍາຄັນ, ມີລັັກສະນະຍາວນານ ຕາມທິດຜະລິດພະລັງງານທີ່ສະອາດ, ຍືນຍົງ ແລະ ເປັນທ່າແຮງບົ່ມຊ້ອນ ຕາມທິດທາງລວມ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກເຮົາໄດ້ວາງອອກຄື: ຜະລິດພະລັງງານໄຟຟ້າໃຫ້ມີຄວາມຫຼາກຫຼາຍ ແລະ ກຸ້ມຄ່າ, ສ້າງແຫຼ່ງສະໜອງພະລັງງານໃຫ້ຕະຫຼາດສົ່ງອອກ ແລະ ການຊົມໃຊ້ພາຍໃນຢ່າງໝັ້ນຄົງ, ເຂັ້ມແຂງ ແລະ ເປັນເຈົ້າການ.

ສປປ ລາວ ເປັນປະເທດໜຶ່ງ ທີ່ມີລະດັບການພັດທະນາເສດຖະກິດ-ສັງຄົມຢູ່ໃນລະດັບ ແລະ ຈັງຫວະທີ່ໄວ ເຊິ່ງໃນຂະບວນວິວັດຂອງການພັດທະນານັ້ນ, ນອກຈາກຄວາມຮຽກຮ້ອງຕ້ອງການໃນດ້ານອື່ນໆແລ້ວ, ຄວາມຕ້ອງການພະລັງງານໄຟຟ້າເຂົ້າໃນການພັດທະນາ ແມ່ນປັດໄຈທີ່ສໍາຄັນ ແລະ ເປັນພື້ນຖານ ສໍາລັັບການພັດທະນາ ເຊິ່ງນັບມື້ມີຄວາມຕ້ອງການໃນປະລິມານທີ່ສູງຂຶ້ນ.

ຂະນະທີ່ ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າສະຖາບັນສົ່ງເສີມພະລັງງານທົດແທນ ໃຫ້ຮູ້ວ່າ: ການພັດທະນາພະລັງງານໄຟຟ້າແສງຕາເວັນ ໃນໄລຍະຜ່ານມາຢູ່ປະເທດພວກເຮົາເຫັນວ່າ ໄດ້ມີນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈເຂົ້າມາລົງທຶນນັບມື້ນັບເພີ່ມຂຶ້ນ. ມາຮອດປະຈຸບັນ ລັດຖະບານ ໄດ້ອະນຸມັດໃຫ້ມີການສຶກສາຄວາມເປັນໄປໄດ້ ແລະ ພັດທະນາໂຄງການພະລັງງານໄຟຟ້າຈາກແສງຕາເວັນໃນຂອບເຂດທົ່ວປະເທດແລ້ວ 58 ໂຄງການ, ລວມກຳລັງຕິດຕັ້ງທັງໝົດ 7,656 ເມັກກາວັດ, ໃນນີ້ ມີ 8 ໂຄງການທີ່ກໍ່ສ້າງສຳເລັດ ແລະ ພວມດຳເນີນການຜະລິດກະແສໄຟຟ້າ ແລະ ອີກ 50 ໂຄງການກຳລັງຢູ່ໃນຂັ້ນຕອນການສຶກສາຄວາມເປັນໄປໄດ້.

ຂອບໃຈຂໍ້ມູນຈາກ: https://bit.ly/3HF2nC5

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/