ຜູ້ປ່ວຍອຳມະພາດກັບມາຍ່າງໄດ້ອີກຄັ້ງຫຼັງຈາກປູກຖ່າຍຂວັ້ນໄຟຟ້າໃສ່ກະດູກສັນຫຼັງ


Michel Roccati ຊາຍຜູ້ປະສົບອຸບັດຕິເຫດຈາກການຂັບຂີ່ລົດຈັກເມື່ອປີ 2017 ໄດ້ກາຍເປັນຜູ້ປ່ວຍອຳມະພາດໂດຍບໍ່ສາມາດຍ່າງ ຫຼື ເຄື່ອນໄຫວຂາທັງສອງຂ້າງຂອງລາວໄດ້. ແຕ່ວິທະຍາການຍຸກໃໝ່ໄດ້ຊ່ວຍໃຫ້ລາວກັບມາຍ່າງໄດ້ອີກຄັ້ງ ຫຼັງຈາກໄດ້ປູກຖ່າຍຂວັ້ນໄຟຟ້າໃສ່ໃນກະດູກສັນຫຼັງ.

ກຸ່ມນັກວິໄຈຈາກສະວິດເຊີແລນໄດ້ອະທິບາຍວ່າ ດ້ວຍເທັກໂນໂລຢີໃນປັດຈຸບັນ, ຜູ້ປ່ວຍສາມາດນຳໃຊ້ແອັບຜ່ານແທັບເລັດແລ້ວກົດເລືອກທ່າທາງການກະທຳທີ່ຕ້ອງການໄດ້ເຊັ່ນ: ການຢືນ, ຍ່າງ, ຖີບລົດ ຫຼື ເຕະ ເພື່ອການລອຍນ້ຳ. ຕົວແອັບ ຫຼື ລະບົບປະຕິບັດການນັ້ນຈະເຂົ້າໄປສັ່ງການໃນຂວັ້ນໄຟຟ້າ ທີ່ຖືກຕິດໄວ້ເທິງເສັ້ນປະສາດຂອງກະດູກສັນຫຼັງຜູ້ປ່ວຍ, ເມື່ອໄດ້ຮັບຄຳສັ່ງແລ້ວ ມັນກໍຈະສົ່ງຄື້ນກະແສໄຟຟ້ານັ້ນໄປໃຫ້ເສັ້ນປະສາດຂອງກະດູກສັນຫຼັງ ເພື່ອສົ່ງຕໍ່ໄປຄວບຄຸມກ້າມຊີ້ນຂອງຂາທີ່ບໍ່ສາມາດເໜັງຕີງເອງໄດ້ໄປຈົນຮອດຮ່າງກາຍຂອງຜູ້ປ່ວຍ. ບໍ່ພຽງເທົ່ານີ້, ການສົ່ງຄື້ນສັນຍານຍັງກະຕຸ້ນກ້າມຊີ້ນສະເພາະສ່ວນ ເພື່ອໃຫ້ເໝາະສົມຕໍ່ຈຸດປະສົງໃນການນຳໃຊ້ແຕ່ລະຄັ້ງ. ຕົວຢ່າງແມ່ນການເຄື່ອນທີ່ຂາລະຫວ່າງການຍ່າງ ຫຼື ການແກວ່ງໄປມາເທົ່ານັ້ນ.

ນອກຈາກ Michel ແລ້ວ, ການທົດລອງນີ້ຍັງໄດ້ມີອາສາສະໝັກເປັນຜູ້ປ່ວຍອຳມະພາດອີກສອງຄົນ ເຊິ່ງຜົນແມ່ນມັນໄດ້ຊ່ວຍໃຫ້ພວກເຂົາທັງສາມຢືນຂຶ້ນໄດ້ເປັນເວລາຫຼາຍຊົ່ວໂມງ, ແຕ່ການເຄື່ອນໄຫວຕ່າງໆ ແມ່ນຍັງຕ້ອງໄດ້ຝຶກຝົນໄປອີກຢ່າງໜ້ອຍ 3–4 ເດືອນ.

ເທັກໂນໂລຢີນີ້ຈະຊ່ວຍຜູ້ປ່ວຍທີ່ສູນເສຍກ້າມຊີ້ນ ແລະ ບໍ່ສາມາດເຄື່ອນໄຫວໃຫ້ກັບມາເຄື່ອນໄຫວໄດ້ຢ່າງອິດສະຫຼະອີກຄັ້ງ ເພື່ອໃຫ້ພວກເຂົາໄດ້ກັບມາໃຊ້ຊີວິດເປັນປົກກະຕິ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/