ຮູ້ຫຼືບໍ່ວ່າ ການເວົ້າກັບຕົນເອງບໍ່ແມ່ນເລື່ອງແປກ ເພາະຊ່ວຍລົດຄວາມກັງວົນ ເພີ່ມປະສິດທິພາບໃນການເຮັດວຽກໄດ້


ທ່ານເຄີຍບໍ່ ເວລາກໍາລັງຕັ້ງໃຈຈະເຮັດຫຍັງຈັກຢ່າງ ຫຼື ຢາກຈະບອກຕົນເອງບາງສິ່ງ ຈົນບາງເທື່ອກໍເວົ້າກັບຕົນເອງອອກມາ. ນັກຈິດຕະວິທະຍາກ່າວວ່າ “ການເວົ້າເລື່ອງນັ້ນແບບອອກສຽງກໍອາດຈະບໍ່ແມ່ນເລື່ອງແປກຫຍັງ ແຖມມັນຍັງມີປະໂຫຍດໃຫ້ເຮົາໃນດ້ານການເຮັດວຽກອີກດ້ວຍ”

ເຊື່ອວ່າຫຼາຍໆຄົນໜ້າຈະເຄີຍເວົ້າກັບຕົນເອງໃນບາງເລື່ອງ ເຊັ່ນ “ເຈົ້າເຮັດໄດ້ຢູ່ແລ້ວ” ຫຼື “ມັນບໍ່ໄດ້ຍາກດອກ” ບາງເທື່ອກໍເປັນຄໍາເວົ້າທີ່ຊ່ວຍສະທ້ອນຄວາມຮູ້ສຶກຂອງໝົດມື້ທີ່ຜ່ານມາ ເພື່ອເປັນແຮງກະຕຸ້ນໃຫ້ຕົນເອງເດີນໜ້າຕໍ່ໄປ.

ຈາກບົດຄວາມໃນ The New York Times ທີ່ໄດ້ສໍາພາດ Ethan Kross ອາຈານສອນດ້ານຈິດຕະວິທະຍາຈາກ University of Michigan ອະທິບາຍວ່າ ການເວົ້າແບບອອກສຽງທີ່ເປັນປະໂຫຍດກັບຕົນເອງ ສາມາດແບ່ງອອກເປັນ 2 ປະເພດຫຼັກໆຄື:

1. Instructional self-talk: ການເວົ້າກັບຕົນເອງໃນສິ່ງທີ່ກໍາລັງເຮັດ ຫຼື ຮູ້ສຶກຢູ່ ຄ້າຍໆກັບການຈົ່ມຫຍັງບາງຢ່າງເລັກນ້ອຍ

2. Motivational self-talk: ການບອກຫຍັງບາງຢ່າງກັບຕົນເອງເພື່ອເປັນແຮງກະຕຸ້ນໃຫ້ກັບຕົນ ໃນຮູບແບບນີ້ຈະໃຫ້ອາລົມໄປທາງບວກ

ໃນງານວິໄຈທີ່ Kross ແລະ ຄະນະໄດ້ເຮັດການຄົ້ນຄວ້າພົບອີກວ່າ ການເວົ້າກັບຕົນເອງໂດຍແທນວ່າຕົນເອງເປັນບຸກຄົນທີ່ສອງ ຫຼື ສາມ (ເຊັ່ນ: ເອີ້ນຕົນເອງດ້ວຍຊື່ສະເພາະ) ມັນສາມາດຊ່ວຍລົດພາວະຄວາມກະວົນກະວາຍໃນຈິດໃຈ ໃນລະຫວ່າງທີ່ກໍາລັງເຮັດວຽກຫຍັງບາງຢ່າງ.

ຕົວຢ່າງທີ່ເຫັນໄດ້ເລື້ອຍໆຄືບັນດານັກກິລາເຊັ່ນ: ນັກເທັນນິດ ມັກຈະເວົ້າຫຍັງບາງຢ່າງອອກມາໃນລະຫວ່າງການແຂ່ງຂັນສະເໝີເຊັ່ນ “Come on!” ເຊິ່ງລັກສະນະນີ້ມັນກໍເຮັດໃຫ້ເຮົາເຫັນເຖິງຂໍ້ດີຂອງການເວົ້າກັບຕົນເອງທີ່ຊ່ວຍປຸກອາລົມໃຫ້ຕັ້ງໃຈ ຫຼື ມຸ່ງໝັ້ນກັບສິ່ງທີ່ກໍາລັງເຮັດໄດ້.

ດັ່ງນັ້ນ, ການເວົ້າກັບຕົນເອງແດ່ ສົ່ງສຽງອອກມາເຕືອນຕົນເອງໃນບາງຄັ້ງຄາວກໍບໍ່ແມ່ນເລື່ອງຜິດປົກກະຕິຫຍັງດອກ ໃນຂະນະດຽວກັນມັນຍັງຊ່ວຍເນັ້ນໜັກໃຫ້ເຮົາມີສະມາທິກັບສິ່ງທີ່ຢາກເຮັດຢູ່, ຊ່ວຍປຸກໃຈຕົວເຮົາເອງ, ຊ່ວຍລົດຄວາມຄຽດ, ຄວາມກະວົນກະວາຍ ແລະ ເຕືອນໃຫ້ເຮົາມີສະມາທິຫຼາຍຂຶ້ນ.

ສ່ວນບົດຄວາມຊື່ “Is talking to yourself a sign of mental illness? an expert delivers her verdict” ໃນເວັບໄຊ The conversation ອະທິບາຍວ່າ ຄວາມຈິງແລ້ວພວກເຮົາກໍເວົ້າກັບຕົນເອງກັນເປັນປົກກະຕິ ພຽງແຕ່ມັນເປັນການເວົ້າໃນຫົວໂດຍບໍ່ໄດ້ສົ່ງສຽງອອກມາເພື່ອທົບທວນຄວາມຄິດ.

ເຊິ່ງຢ່າງໃດກໍດີ, ສິ່ງທີ່ຕ້ອງເນັ້ນຫຼາຍໆກໍຄື ການເວົ້າກັບຕົນເອງ ຫຼື self-talk ໃນລະດັບເວົ້າຄ່ອຍໆ ຫຼື ເຕືອນຕົນເອງແບບນີ້ ເປັນຄົນລະເລື່ອງກັບອາການເຫັນພາບຫຼອນ ຫຼື ພາບລວງຕາທີ່ເຮັດໃຫ້ເຮົາເວົ້າກັບໃຜອີກຄົນໜຶ່ງເດີ້ ເຊິ່ງຖ້າຫາກເປັນຢ່າງຫຼັງກໍຖືວ່າເປັນພາວະທີ່ຂ້ອນຂ້າງໜ້າກັງວົນຕໍ່ສຸຂະພາບຈິດໃຈ.

ແນວໃດກໍຕາມ, ສຸດທ້າຍແລ້ວ ການໃຫ້ກຳລັງໃຈຕົນເອງ ການປຸກອາລົມຄວາມຕັ້ງໃຈຕົນເອງກໍເປັນສິ່ງທີ່ສຳຄັນແລະຈຳເປັນທີ່ທຸກຄົນຕ້ອງການ. ສະນັ້ນເຮົາເອງກໍຢ່າລືມເປັນຄົນໆນັ້ນ ຄົນທີ່ຄອຍໃຫ້ກຳລັງໃຈຕົນເອງຢູ່ສະເໜີ ເພາະສຸດທ້າຍແລ້ວ ຄົນທີ່ຢູ່ນຳເຮົາທຸກທີ່ທຸກເວລາກໍຄື “ຕົວເຮົາ” ນັ້ນເອງ ດັ່ງຄຳເວົ້າທີ່ວ່າ “Self-love begins with self-talk”

ພາບ: Volodymyr Hryshchenko , Healthline

ຂອບໃຈຂໍ້ມູນຈາກ:

https://www.nytimes.com/2017/06/08/smarter-living/benefits-of-talking-to-yourself-self-talk.html

https://www.huffpost.com/entry/is-it-normal-to-talk-to-yourself_l_5d5fd004e4b0b59d25734ee6

https://theconversation.com/is-talking-to-yourself-a-sign-of-mental-illness-an-expert-delivers-her-verdict-77058

https://wearetennis.bnpparibas/en_UK/#/2013/10/10/but-why-do-tennis-players-talk-to-themselves/3381