ເຮືອບິນ Cessna C-206 ກໍາລັງຈະລົງຈອດ ແຕ່ໄປຕໍາເອົາໝູໃນເດີ່ນ ຈົນກໍ່ໃຫ້ເກີດຄວາມເສຍຫາຍ


ໃນວັນທີ 3 ກຸມພາ 2021 ທີ່ຜ່ານມາ, ມີເຮືອບິນ Cessna C-206 ທີ່ກໍາລັງລົງຈອດໃນເດີ່ນ ແຕ່ເກີດສິ່ງທີ່ບໍ່ຄາດຄິດຂຶ້ນ! ເຮືອບິນໄດ້ໄປຕຳເອົາກັບໝູ ທີ່ຍ່າງຢູ່ຕາມເດີ່ນນັ້ນ, ເຮັດໃຫ້ເຮືອບິນໄດ້ຮັບຄວາມເສຍຫາຍ ບໍ່ສາມາດໃຊ້ງານໄດ້. ສ່ວນປະກອບຂອງເຮືອບິນແຕກຫັກກະແຈກກະຈາຍໄປທົ່ວເດີ່ນ, ສ່ວນໝູກໍຂາດອາກາດຫາຍໃຈໃນທັນທີ. ເຫດການຄັ້ງນີ້ໄດ້ຖືກແຜ່ໄປທາງສັງຄົມອອນລາຍຢ່າງໄວວາ, ແຕ່ລະຄົນກໍອອກມາສະແດງຄຳຄິດເຫັນທີ່ບໍ່ຄືກັນ ບາງຄົນກໍອີຕົນໂຕໝູ ແລະ ໄວ້ອາໄລໃຫ້ກັບໂຕໝູ.

ຂະນະທີ່ເຮືອບິນກໍາລັງຈະລົງຈອດນັ້ນ ລໍ້ເກຍຂອງເຮືອບິນທີ່ເປັນລໍ້ທໍາອິດ ໄດ້ໄປຕໍາເອົາກັບໂຕໝູປ່າ, ຫຼັງຈາກທີ່ອອກບິນໄປປະມານ 300 ແມັດ, ຈົນເຮັດໃຫ້ໂຕໝູສິ້ນລົມຫາຍໃຈ ແລະ ເຮືອບິນກໍໄດ້ຮັບຜົນກະທົບຫຼາຍພໍສົມຄວນ ສ່ວນຄົນຂັບນັ້ນປອດໄພດີ.

ໃນເຫດການດັ່ງກ່າວ ແມ່ນເກີດຂຶ້ນທີ່ ລັດປາຣາ, ສະໜາມບິນ Pista Aldeia Kokraymoro, ເມືອງ Sao Felix Do Xingu, ປະເທດບຣາຊິວ, ໃນຂະນະທີ່ເຮືອບິນທະບຽນ PT-WEE ເປັນຂອງ Piquiatuba Taxi Aereo ເປັນເຮືອບິນ C-206 Stationair ທີ່ສ່ວນຫຼາຍພາກັນນິຍົມໃຊ້ຢູ່ທາງພາກເໜືອຂອງປະເທດ ເພາະຖືວ່າມີຄຸນະພາບ ພ້ອມໃຊ້ງານໄດ້ດີຮັບນ້ຳໜັກໄດ້ຫຼາຍ.

ຂໍຂອບໃຈຂໍ້ມູນຈາກ: