Finn Askew ເຈົ້າຂອງຜົນງານເພງ Rose ຈາກເດັກນ້ອຍທີ່ແຕ່ງເພງໃນໂຮງຈອດລົດ ກາຍເປັນດາວດວງໃໝ່ທີ່ມີຊື່ສຽງ


ຈາກຜົນງານເພງ Rose ຂອງນັກຮ້ອງທີ່ມີຊື່ວ່າ: Finn Askew ອາຍຸພຽງ 19 ປີ ກໍສາມາດເຮັດໃຫ້ຫຼາຍໆຄົນຫຼົງຮັກໃນຕົວຕົນຂອງລາວ, ເພາະເພງນີ້ເປັນເພງທີ່ລາວແຕ່ງຂຶ້ນມາເອງ ຕອນອາຍຸ 16 ປີ, ແຕ່ງເພງນີ້ໂດຍການໃຊ້ສຽງ Beat ຈາກ YouTube ອັດສຽງໃນໂຮງຈອດລົດ, ໃຊ້ໄມໂຄຣໂຟນລາຄາພຽງ 20 ຢູໂຣເທົ່ານັ້ນ ແລະ ທີ່ສຳຄັນໄປກວ່ານັ້ນ Finn ໄດ້ຍົກເພງນີ້ໃຫ້ກັບພໍ່ຂອງລາວ.

ນອກຈາກນີ້ແລ້ວ ເພງນີ້ແມ່ນໄດ້ແຕ່ງຈາກຄວາມຄິດຈິນຕະນາການ ຈາກປະສົບການຕ່າງໆທີ່ຜ່ານເຂົ້າມາໃນຊີວິດຂອງລາວ, ເຊິ່ງໄດ້ນໍາມາແຕ່ງເປັນບົດເພງ ແລະ ສະແດງໃຫ້ເຫັນໄດ້ເລີຍວ່າ ເນື້ອເພງ, ສຽງດົນຕີ, ເອັມວີ ພ້ອມດ້ວຍອົງປະກອບຕ່າງໆ ທີ່ຄ້າຍກັບເຄມີໃໝ່ໆ ທີ່ນໍາມາປະສົມປະສານກັນຈົນລົງໂຕ, ປະກອບກັບເປັນແນວເພງ Lo-Fi ເປັນແນວທີ່ຟັງງ່າຍສະບາຍຫູ, ສ່ວນເນື້ອເພງບາງປະໂຫຍກ ກໍຈະເຂົ້າກັບຊີວິດຂອງແຟນເພງບາງກຸ່ມໄດ້ດີ, ຈົນເຮັດໃຫ້ຄົນທີ່ຮັບຟັງນັ້ນ ມີຄວາມສຸກໄປຕາມໆກັນ.

ປະຫວັດຂອງລາວນັ້ນຖືວ່າດີພໍສົມຄວນ ເພາະແຕ່ສະໄໝຍັງນ້ອຍນັ້ນ ລາວມັກວົງການດົນຕີເປັນຊີວິດຈິດໃຈ, ມີພອນສະຫວັນຕັ້ງແຕ່ຍັງໜຸ່ມນ້ອຍ. ເວລາໄປຮຽນດົນຕີ ຄູ-ອາຈານ ກໍມັກຈະເວົ້າວ່າ: ລາວເປັນຄົນທີ່ມີທັກສະ, ຈັບຈັງຫວະຂອງໂນ໊ດ, ຄອດເພງຕ່າງໆ ແລະ ຫຼິ້ນເພງເກັ່ງຫຼາຍທີ່ສຸດໃນກຸ່ມອີກດ້ວຍ.

ປັດຈຸບັນນີ້ Finn Askew, ແມ່ນສັງກັດຢູ່ໃນຄ້າຍເພງ Universal Music ໜຶ່ງໃນຄ້າຍເພງທີ່ໃຫຍ່ທີ່ສຸດໃນໂລກ. Finn Askew ຍັງເວົ້າອີກວ່າ: ແຜນຂອງຂ້ອຍຄື ຄ່ອຍໆພັດທະນາຕົນເອງ ໃຫ້ກາຍເປັນຄົນທີ່ມີຊື່ສຽງອັນດັບໜຶ່ງຂອງໂລກໃຫ້ໄດ້ ແລະ ນອກຈາກນີ້ ລາວຍັງເວົ້າອີກວ່າ: ຂ້ອຍມັກທີ່ຈະສອນໂຕເອງ ຂ້ອຍບໍ່ມັກທີ່ຈະໃຫ້ຄົນອື່ນມາສອນ.

ຖືໄດ້ວ່າເປັນແບບຢ່າງທີ່ດີອີກບຸກຄົນໜຶ່ງ ທີ່ນໍາເອົາຄວາມມັກ ແລະ ຮັກນັ້ນ ມາປະກອບເປັນອາຊີບ, ສ້າງລາຍໄດ້ແກ່ຕົນເອງ ແລະ ຄອບຄົວ, ພ້ອມທັງສ້າງຄວາມສຸກໃຫ້ແກ່ແຟນໆອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

https://www.naewna.com/entertain/546526?fbclid=IwAR3YSdlT5344diEVhE1VjHxe065e2pYmkO3T9n-30MWNHaSYcvqt1mFce-o

https://tonedeaf.thebrag.com/get-to-know-finn-askew/amp/?fbclid=IwAR1N5mly6Bg4ttlHTWZ7hE4ZQqb4nugXDR89vjerHatikGKOtYBckFa7be0