ຮູ້ບໍ່ວ່າ ໃນໂລກຕາເວັນຕົກ ຄົນຂັບລົດເກັບຂີ້ເຫຍື້ອມີລາຍໄດ້ສະເລ່ຍ ເຖິງປີລະ 40.000 ໂດລາ ຫຼື ປະມານ  673 ລ້ານກີບຕໍ່ປີ

ຮູ້ບໍ່ວ່າ ໃນໂລກຕາເວັນຕົກ

ໃນສັງຄົມລາວ ວຽກເກັບຂີ້ເຫຍື້ອ ຍັງຖືເປັນເລື່ອງທີ່ຫຼາຍໆຄົນຄິດວ່າເປັນວຽກທີ່ບໍ່ໜ້າສົນໃຈ ແລະ ຍັງຖືວ່າເປັນວຽກທີ່ເປິເປື້ອນ. ແຕ່ຮູ້ຫຼືບໍ່ວ່າ ຄົນເກັບຂີ້ເຫຍື້ອ ໃນສັງຄົມຕາເວັນຕົກຢ່າງ ອາເມຣິກາ ຫຼື ເຢຍລະມັນນັ້ນ ແມ່ນມີລາຍໄດ້ສະເລ່ຍ ສະເລ່ຍ ປີລະ 40.000 ໂດລາ ຫຼື ປະມານ  673 ລ້ານກີບຕໍ່ປີ.

ອີງຕາມຂໍ້ມູນຂອງກະຊວງແຮງງານຂອງປະເທດ ສະຫະລັດ ອາເມຣິກາ ເປີດເຜີຍວ່າ ເງິນເດືອນເລີ່ມຕົ້ນ ຂອງພະນັກງານຂັບລົດເກັບຂີ້ເຫຍື້ອ ຢູ່ທີ່ປີລະ 40.000 ໂດລາ ຫຼື ປະມານ  673 ລ້ານກີບຕໍ່ປີ ຕົກເປັນເດືອນລະ 3.300 ໂດລາ ຫຼືປະມານ 55 ລ້ານກີບຕໍ່ເດືອນ. ໃນຂະນະທີ່ ເງິນເດືອນຂັ້ນຕໍ່າຂອງນັກຮຽນທີ່ຈົບມັດທະຍົມຕອນປາຍ ແມ່ນຈະຢູ່ທີ່ 30.000 ໂດລາຕໍ່ປີ ຫຼື ປະມານ 500 ລ້ານກີບ ຕົກເປັນເດືອນລະ 2.500 ໂດລາ ຫຼື ປະມານ 42 ລ້ານກີບຕໍ່ເດືອນ.

ຮູ້ບໍ່ວ່າ ໃນໂລກຕາເວັນຕົກ

ເຊິ່ງຕົວເລກເປັນພຽງລາຍໄດ້ສະເລ່ຍຂອງຄົນເຮັດວຽກທົ່ວໆໄປ ເພາະຄົນຂັບລົດເກັບຂີ້ເຫຍື້ອບາງຄົນທີ່ເຮັດວຽກຢູ່ເມືອງໃຫຍ່ໆ ທີ່ມີຄ່າແຮງສູງໆ ທີ່ລວມທັງຄ່າລ່ວງເວລາ ແລະ ຄ່າອື່ນໆແລ້ວ ແມ່ນສາມາດເຮັດເງິນໄດ້ເຖິງ 80.000 ໂດລາ ຫຼື ປະມານ 1,3 ຕື້ກີບ.

ແຕ່ເຖິງຢ່າງໃດກໍຕາມ ເຖິງແມ່ນວ່າວຽກນີ້ຈະເປັນວຽກທີ່ສຸຈະລິດ ແລະ ມີຕົວເລກລາຍໄດ້ທີ່ໜ້າພໍໃຈພໍສົມຄວນ ແຕ່ຄົນທົ່ວໄປສັງຄົມໂລກຕາເວັນຕົກ ກໍຍັງຄົງບໍ່ຢາກຈະເຮັດວຽກນີ້ປາານໃດ ເພາະເບິ່ງວ່າສຸດທ້າຍແລ້ວກໍເຮັດວຽກກັບຂີ້ເຫຍື້ອ ແລະ ເພາະເປັນຂີ້ເຫຍື້ອຄົນເລີຍບໍ່ຢາກສົນໃຈ.

ຮູ້ບໍ່ວ່າ ໃນໂລກຕາເວັນຕົກ

ສ່ວນສາເຫດທີ່ເຮັດໃຫ້ ການເປັນຄົນເກັບຂີ້ເຫຍື້ອ ມີຄ່າແຮງທີ່ສູງນັ້ນ ກໍຍ້ອນວ່າ ໃນໂລກຕາເວັນຕົກ ວຽກງານດ້ານການກຳຈັດສິ່ງເສດເຫຼືອ ແລະ ຮັກສາຄວາມສະອາດໃນສັງຄົມນັ້ນ ຖືເປັນເລື່ອງທີ່ສຳຄັນອັນດັບຕົ້ນໆ ບວກກັບ ການຂາດບຸກຄະລາກອນໃນດ້ານນີ້ ເຮັດໃຫ້ຄ່າແຮງຂອງຄົນເກັບຂີ້ເຫຍື້ອນັ້ນເພີ່ມສູງຂຶ້ນໃນທຸກໆ ປີ.

ເຊິ່ງໃນໂລກຕາເວັນຕົກ ຄົນທີ່ເຮັດວຽກແບບນີ້ ສ່ວນຫຼາຍຈະແມ່ນ ຜູ້ອົບພະຍົບ ຫຼື ຜູ້ທີ່ຂາດການສຶກສາ ແລະ ຂາດທັກສະດ້ານວຽກການບໍລິການ ຫຼື ມະນຸດສຳພັນ.

ຮູ້ບໍ່ວ່າ ໃນໂລກຕາເວັນຕົກ

ແຕ່ການເຮັດວຽກເປັນຄົນເກັບຂີ້ເຫຍື້ອ ຫຼື ຄົນຂັບລົດເກັບຂີ້ເຫຍື້ອ ໃນໂລກຕາເວັນຕົກ ກໍບໍ່ແມ່ນວຽກງ່າຍໆ ທີ່ໃຜໆກໍຈະເຮັດໄດ້ ເພາະມັນເປັນວຽກທີ່ຕ້ອງອາໄສປະສົບການ ເຊັ່ນ: ການເຮັດວຽກກັບລົດເກັບຂີ້ເຫຍື້ອ ທີ່ເປັນລົດທີ່ມີລັກສະນະສະເພາະຕົວ ທີ່ຊອກໃຊ້ທົ່ວໄປບໍ່ໄດ້ ທີ່ມີທັງການຄວບຄຸມກົນຈັກ ແລະ ກົນໄກຕ່າງໆ ຂອງຕົວລົດ ເຊິ່ງຕ້ອງອາໄສຄວາມຮູ້ສະເພາະ ແລະ ປະສົບການ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/