ຮູ້ບໍ່ວ່າມະນຸດເອົາ “ໄມໂຄຣພລາສຕິກ” ເຂົ້າຮ່າງກາຍໃນປີໜຶ່ງຫຼາຍກວ່າ 1 ແສນອັນ!


ໄມໂຄຣພລາສຕິກ ແມ່ນພລາສຕິກຂະໜາດນ້ອຍ ມີຂະໜາດ 10 ໄມໂຄຣ ເຖິງ 5 ມິນລີແມັດ ຫຼື ເກືອບເທົ່າກັບເມັດເລືອດແດງຂອງມະນຸດ, ເກີດຈາກຂີ້ເຫຍື້ອພລາສຕິກທີ່ເມື່ອເວລາຜ່ານໄປດົນກໍຈະແຕກອອກເປັນເມັດນ້ອຍໆຈົນເຮົາບໍ່ເຫັນ ແຕ່ມັນຈະປົນເປື້ອນມາກັບສິ່ງຕ່າງໆບໍ່ວ່າຈະເປັນອາຫານທີ່ເຮົາກິນ ຫຼື ແມ່ນແຕ່ອາກາດທີ່ເຮົາຫັນໃຈເຂົ້າໄປ ເຊິ່ງເປັນອັນຕະລາຍຕໍ່ມະນຸດ, ສັດ ແລະ ສິ່ງແວດລ້ອມ ແຖມຍັງໃຊ້ເວລາໃນການຍ່ອຍສະຫຼາຍດົນ.

ຜົນການວິໄຈທີ່ເຜີຍແຜ່ໃນວາລະສານ Environmental Science and Technology ລະບຸວ່າ ມີຄວາມເປັນໄປໄດ້ທີ່ມະນຸດອາດຈະບໍລິໂພກໄມໂຄຣພລາສຕິກຢູ່ຕະຫຼອດ ຕັ້ງແຕ່ 39,000-52,000 ອະນຸພາກຕໍ່ປີ, ນອກຈາກນີ້ຍັງມີອະນຸພາກທີ່ເຮົາຫັນໃຈເຂົ້າໄປອີກ 74,000 ອະນຸພາກ.

ຍິ່ງໄປກວ່ານັ້ນ ການກິນນ້ຳຈາກຕຸກນ້ຳດື່ມ ຍິ່ງມີຄວາມສ່ຽງໃນການນຳເອົາໄມໂຄຣພລາສຕິກເຂົ້າສູ່ຮ່າງກາຍ, ຄົນທີ່ມັກກິນນ້ຳຈາກຕຸກນ້ຳດື່ມເປັນປະຈຳຈະເພີ່ມຄວາມສ່ຽງໃນການບໍລິໂພກເອົາໄມໂຄຣພລາສຕິກຫຼາຍກວ່າປົກກະຕິເພີ່ມເປັນ 130,000 ອະນຸພາກຕໍ່ປີ.

ການສຶກສານີ້ຍັງໄດ້ເຮັດການທົດລອງຫາປະລິມານໄມໂຄຣພລາສຕິກທີ່ຢູ່ໃນເບຍ, ເກືອ, ອາຫານທະເລ, ນ້ຳຕານ, ແອລກໍຮໍ ແລະ ນ້ຳເຜິ້ງ ເຊິ່ງພົບວ່າໄມໂຄຣພລາສຕິກມີພຽງ 15% ຂອງປະລິມານແຄລໍຣີທີ່ແນະນຳຕໍ່ມື້-ຕໍ່ຄົນ.

ລີອາ ເບນເດລ ນັກພິດວິທະຍາລະບົບນິເວດ ຂອງມະຫາວິທະຍາໄລໄຊມອນ ເຟຣເຊີ ປະເທດແຄນນາດາ ໄດ້ກ່າວວ່າຜົນງານການວິໄຈຂອງຄອກຊ໌ ເປັນການໃຫ້ມຸມມອງຢ່າງງ່າຍໃນປະເດັນທີ່ປະກອບດ້ວບປັດໄຈທີ່ມີຫຼາຍຕົວແປ ແຕ່ຂໍ້ສະຫຼຸບວ່າເຮົາບໍລິໂພກພລາສຕິກເຂົ້າສູ່ຮ່າງກາຍຈຳນວນຫຼາຍນັ້ນເປັນເລື່ອງແທ້”

ລາວກ່າວວ່າ ເປັນເລື່ອງສຳຄັນທີ່ໄມໂຄຣພລາສຕິກນັ້ນອາດມາໃນຮູບແບບຂອງຊິ້ນສ່ວນນ້ອຍໆ, ກ້ອນມົນໆ ຫຼື ເສັ້ນໃຍ, ມັນສາມາດກໍ່ຕົວຂຶ້ນຈາກສານຈຳນວນໜຶ່ງທີ່ຜ່ານຂະບວນການທາງເຄມີ ທີ່ມີຄວາມແຕກຕ່າງກັນ, ດ້ວຍເຫດນີ້ ລາວຈຶ່ງອະທິບາຍວ່າມັນມີຫຼາຍລັກສະນະ ບາງຊະນິດກໍປະກອບໄປດ້ວຍສານເຄມີທີ່ເປັນພິດ ບາງຊະນິດກໍເປັນແບັກທີເຣຍ ແລະ ປໍລະສິດເຂົ້າສູ່ຮ່າງກາຍ.

ຂອບໃຈຂໍ້ມູນຈາກ:

https://www.independent.co.uk/climate-change/news/microplastics-pollution-immune-reactions-toxic-substances-a8945281.html

https://www.facebook.com/environman.th/posts/2033226006805836