ຝູງຕັກແຕນ ໄດ້ທຳລາຍພືດ-ຜັກ ກວ່າ 800 ເຮັກຕາ ທີ່ແຂວງຜົ້ງສາລີ ປັດຈຸບັນຍັງແກ້ໄຂບັນຫານີ້ບໍ່ທັນໄດ້


ປັດຈຸບັນປະເທດເຮົາ ກຳລັງມີການພັດນາທາງດ້ານກະສິກຳການປູກຝັງ ຫຼາຍໆແຂວງກໍເອົາໃຈໃສ່ຫັນປ່ຽນຖານະທາງຄອບຄົວໃຫ້ມີອາຊີບ ມີລາຍຮັບໃນແຕ່ລະມື້, ເຊິ່ງຫຼາຍຄອບຄົວ ຫຼື ພາກສ່ວນທີ່ປູກຝັງໃນແຕ່ລະແຂວງກໍໄດ້ສົ່ງອອກໄປຍັງຕະຫຼາດເກືອບທົ່ວປະເທດ.

ຈາກອາຊີບປູກຝັງລ້ຽງສັດ ທີ່ຫຼາຍຄົນກ່າວວ່າເປັນອາຊີບທີ່ງ່າຍ ຫຼື ອາດຈະບໍ່ມີຄວາມຫຍຸ້ງຍາກແກ່ການຮັກສາ ແຕ່ໃນທາງກົງກັນຂ້າມ ມັນເປັນອາຊີບທີ່ລະອຽດອ່ອນ, ຕ້ອງໄດ້ຮັກສາພ້ອມມີວິທີທີ່ຖືກຕ້ອງ ເພື່ອໃຫ້ການປູກຝັງນັ້ນອອກດອກແຜ່ໝາກ ຖ້າບໍ່ຮູ້ວິທີ ບາງຄັ້ງຜົນຕອບຮັບອາດຈະບໍ່ກົງກັບໂຈດເຮົາກໍເປັນໄດ້.

ເປັນຕົ້ນແມ່ນແຂວງຜົ້ງສາລີ ທີ່ໄດ້ມີຂ່າວອອກມາວ່າ: ການກະສິກຳປູກຝັງບາງທ້ອງຖິ່ນ ໄດ້ຮັບຜົນກະທົບຈາກສັດຕູພືດເປັນຈຳນວນຫຼວງຫຼາຍ ເປັນຕົ້ນແມ່ນຝູງຕັກແຕນ ທີ່ໄດ້ເຂົ້າມາທຳລາຍພືດ-ຜັກ, ເຖິງແມ່ນວ່າໃນແຕ່ລະປີຈະມີການປ້ອງກັນຫຼາກຫຼາຍຮູບແບບເຊັ່ນ: ສີດຢາປ້ອງກັນ, ທຳລາຍການວາງໄຂ່ ພ້ອມສີດຢາຂ້າຕັກກະແຕນ ແລະ ວິທີອື່ນໆ ແຕ່ມາຮອດປັດຈຸບັນ ກໍຍັງບໍ່ສາມາດກຳຈັດກັບຕັກແຕນໄດ້.

ອຳນາດການປົກຄອງແຂວງຜົ້ງສາລີ ກ່າວວ່າ: ຝູງຕັກແຕນເລີ່ມລະບາດແຕ່ປີ 2015 ຢູ່ບ້ານກຸງຍາງ ເມືອງໃໝ່ ລຽບຕາມຊາຍແດນລາວ-ຫວຽດ ປັດຈຸບັນທົ່ວແຂວງມີການລະບາດ 115 ບ້ານ, ພົບຈຸດວາງໄຂ່ 181 ຈຸດ, ເນື້ອທີ່ຜົນລະປູກເສຍຫາຍກວ່າ 800 ເຮັກຕາ ຢູູ່ໃນ 89 ບ້ານ.

ພາບ: Brett Hondow, Adam Erdossy

ຂອບໃຈຂໍ້ມູນຈາກ:

ຝຸງຕັກແຕນໄມ້ປ່ອງທໍາລາຍພຶດກະສິກໍາຢູ່ແຂວງຜົ້ງສາລີຍັງບໍ່ສາມາດແກ້ໄຂໄດ້ – Vientiane Times Lao