ຮູບເງົາ ໝູ່ບໍ່ສະໜິດ (NOT FRIENDS) ກາຍເປັນຕົວແທນຮູບເງົາໄທເຂົ້າຊິງ Oscars


ປະທານສະມາພັນສະມາຄົມຮູບເງົາແຫ່ງຊາດ ໄດ້ມີການຄັດເລືອກເອົາຮູບເງົາໄທເພື່ອເຂົ້າຊິງຮາງວັນ Oscars ຄັ້ງທີ 96 ໃນສາຂາຮູບເງົາຕ່າງປະເທດດີເດັ່ນ  (Best International Feature Film) ໂດຍຜ່ານການຄັດເລືອກຈາກບັນດາບຸກຄົນທີ່ມີຄວາມຮູ້ຄວາມສາມາດໃນດ້ານອຸດສາຫະກຳຮູບເງົາ ແລະ ຮູບເງົາທີ່ຖືກເລືອກກໍຄື ໝູ່ບໍ່ສະໜິດ (NOT FRIENDS).

ຮູບເງົາເລື່ອງ ໝູ່ບໍ່ສະໜິດ (NOT FRIENDS) ເປັນຜົນງານການໂປຣດິວຂອງ ວັນ ວັນນະລືດີ ພົງສິດທິສັກ ແລະ ບາສ ນັດທະວຸດ ພູນພິຣິຍະ ໂດຍມີຜົນງານສ້າງຊື່ມາຈາກເລື່ອງ ສະຫຼາດເກມໂກງ ໂດຍທີ່ຮູບເງົາເລື່ອງນີ້ມີກຳນົດສາຍໃນວັນທີ 26 ຕຸລາ 2023 ທີ່ຈະມາເຖິງນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/