ເຊກອງ ມີການລົງທຶນຂອງພາກເອກະຊົນທັງໝົດ 113 ໂຄງການ ໃນນັ້ນມີໂຄງການພະລັງງານໄຟຟ້າ 52 ໂຄງການ


ປັດຈຸບັນ ທົ່ວແຂວງເຊກອງ ມີການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ (FDI) ທັງໝົດ 113 ໂຄງການ ລວມມູນຄ່າ 509 ລ້ານໂດລາສະຫະລັດ. ໃນນີ້​ຫຼາຍທີ່ສຸດແມ່ນໂຄງການກ່ຽວກັບພະລັງງານໄຟຟ້າ ທີ່ມີເຖິງ 56 ໂຄງງການ.

ໂດຍໃນບັນດາໂຄງການເຫຼົ່ານີ້ເປັນການລົງທຶນພາຍໃນ 78 ໂຄງການ ມູນຄ່າ 242,7 ລ້ານໂດລາສະຫະລັດ ກວມເອົາ 47,6% ແລະ ການລົງທຶນຕ່າງປະເທດ 35 ໂຄງການ ມູນຄ່າ 265 ລ້ານໂດລາສະຫະລັດ ກວມເອົາ 52,4% ເຊິ່ງນອນໃນ 4 ຂົງເຂດຄື: ຂົງເຂດພະລັງງານໄຟຟ້າ 52 ໂຄງການ, ມູນຄ່າ 370 ລ້ານໂດລາສະຫະລັດ; ຂົງເຂດບໍ່ແຮ່ 18 ໂຄງການ, ມູນຄ່າ 109 ລ້ານໂດລາສະຫະລັດ; ຂົງເຂດກະສິກໍາ-ປ່າໄມ້ 34 ໂຄງການ, ມູນຄ່າ 27,8 ລ້ານໂດລາສະຫະລັດ ແລະ ຂົງເຂດບໍລິການ 9 ໂຄງການ, ມູນຄ່າ 2,2 ລ້ານໂດລາສະຫະລັດ.

ທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງເຊກອງ ໃນກອງປະຊຸມພົບປະແລກປ່ຽນ ລະຫວ່າງ ພາກລັດ ແລະ ພາກທຸລະກິດ ທົ່ວແຂວງເຊກອງ ປະຈໍາປີ 2023 ເມື່ອບໍ່ດົນນີ້ວ່າ: ໃນໄລຍະຜ່ານມາ ແຂວງເຊກອງ ໄດ້ເອົາໃຈໃສ່ເອົາໃຈໃສ່ຕິດຕາມ ກວດກາ ແລະ ຊຸກຍູ້ການປະຕິບັດກິດຈະກໍາຕ່າງໆຂອງໂຄງການທີ່ອະນຸມັດໄປແລ້ວ ໃຫ້ປະຕິບັດຕາມກົດໝາຍ ແລະ ສັນຍາຢ່າງເຄັ່ງຄັດ. ພ້ອມທັງ ສ້າງເງື່ອນໄຂ-ສິ່ງອໍານວຍຄວາມສະດວກ, ສ້າງບັນຊີຮຽກການລົງທຶນ ແລະ ປັບປຸງກົນໄກການບໍລິການລົງທຶນຜ່ານປະຕູດຽວໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ມີປະສິດທິຜົນ ເພື່ອດຶງດູດການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ໃຫ້ນັບມື້ຫຼາຍຂຶ້ນ.ປັດຈຸບັນ ທົ່ວແຂວງມີການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ທັງໝົດ 113 ໂຄງການ ລວມມູນຄ່າ 509 ລ້ານໂດລາສະຫະລັດ. ໃນນີ້, ການລົງທຶນພາຍໃນ 78 ໂຄງການ ມູນຄ່າ 242,7 ລ້ານໂດລາສະຫະລັດ ແລະ ການລົງທຶນຕ່າງປະເທດ 35 ໂຄງການ ມູນຄ່າ 265 ລ້ານໂດລາສະຫະລັດ.

ທ່ານ ສາກົນ ພອນປະເສີດ ຍັງໃຫ້ຮູ້ອີກວ່າ: ການລົງທຶນຂອງພາກສ່ວນເອກະຊົນພາຍໃນ ແລະ ຕ່າງປະເທດ ຍັງແມ່ນແຫຼ່ງທຶນທີ່ສໍາຄັນ ຍູ້ແຮງເສດຖະກິດປະກອບສ່ວນສ້າງວຽກເຮັດງານທໍາໃຫ້ປະຊາຊົນ ແລະ ສ້າງການຫັນປ່ຽນທາງດ້ານພື້ນຖານ-ເຕັກນິກໃໝ່, ຂະຫຍາຍຕາໜ່າງທາງດ້ານອຸດສາຫະກໍາ, ກະສິກໍາ, ການຄ້າ-ການບໍລິການ ຊຸກຍູ້ໃຫ້ມີການຜະລິດ, ແປຮູບ ແລະ ສົ່ງອອກບັນດາຜະລິດຕະພັນທີ່ເປັນທ່າແຮງສໍາຄັນ, ເຮັດໃຫ້ເສດຖະກິດ ກໍຄື ລວມຍອດຜະລິດພະພັນພາຍໃນ ສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນຢ່າງຕໍ່ເນື່ອງ.

https://www.facebook.com/permalink.php?story_fbid=pfbid08kXQrVFFojhJ1ZyYwHYpzJa2CSJQuqq9Ywp9VqeNqpJ7395dunkAjrfFxZsSWKC4l&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/