XRP ເເລະ ຫຼຽນດິຈິຕອນອື່ນໆອາດຈະກ້າວຂຶ້ນມາເປັນຄູ່ເເຂ່ງຂອງຄຳ ເນື່ອງຈາກເງິນໂດລາສະຫະລັດອ່ອນຄ່າລົງ


ຫຼ້າສຸດໄດ້ມີລາຍງານຈາກນັກວິເຄາະໃນສະຫະລັດວ່າ ສະກຸນເງິນດິຈິຕອນເຊັ່ນ XRP ອາດຈະໄດ້ຮັບຄວາມສົນໃຈຈາກນັກລົງທຶນສະຖາບັນ ຫຼັງຈາກການຫຼົ້ມສະຫຼາຍລົງຂອງເງິນສະຫະລັດເມື່ອບໍ່ດົນມານີ້

ໂດຍໃນລາຍງານໄດ້ລະບຸວ່າ ນັກວິເຄາະຈາກບໍລິສັດການລົງທຶນ Jefferies Group ໄດ້ອອກມາເຕືອນວ່າ ເງິນໂດລາສະຫະລັດອາດຈະຫຼຸດລົງອີກຄັ້ງຫຼັງຈາກທີ່ຈຳນວນໜີ້ສິນໃນປະເທດຂຶ້ນໄປຮອດລະດັບສູງສຸດເປັນປະຫວັດສາດທີ່ 33 ລ້ານໂດລາ ເຊິ່ງນີ້ເຮັດໃຫ້ນັກລົງທຶນທັງຫຼາຍມີຄວາມເປັນກັງວົນກັບສະຖານະການດັ່ງກ່າວ, ລວມທັງການປັບອັດຕາດອກເບ້ຍຂອງ FED ທີ່ເພີ່ມຂຶ້ນເຮັດໃຫ້ເກີດຄວາມກັງວົນວ່າ “ເງິນໂດລາອາດຈະຢູ່ໃນວົງຈອນຂອງໜີ້ສິນທີ່ບໍ່ມີວັນສິ້ນສຸດ” ເເລະ ລັດຖະບານເອງກໍອາດຈະພິມເງິນໂດລາເພີ່ມຂຶ້ນອີກຄັ້ງເພື່ອເເກ້ໄຂສະຖານະການດັ່ງກ່າວ. ເຊິ່ງດ້ວຍສະຖານະການທັງໝົດທີ່ກ່າວມານັ້ນ ສົ່ງຜົນໃຫ້ລາຄາຂອງສິນຊັບດິຈິຕອນເພີ່ມຂຶ້ນຫຼາຍຈົນສາມາດເປັນຄູ່ເເຂ່ງກັບຄຳໄດ້

ໃນລາຍງານຍັງໄດ້ເປີດເຜີຍອີກວ່າ XRP, Bitcoin (BTC) ແລະ Ethereum (ETH) ກໍາລັງໄດ້ຮັບຄວາມສົນໃຈຈາກນັກລົງທຶນສະຖາບັນທີ່ສໍາຄັນ ເຊິ່ງນໍາພາໂດຍ BlackRock ບໍລິສັດຈັດການຊັບສິນທີ່ໃຫຍ່ທີ່ສຸດຂອງໂລກ ທີ່ໃນຕອນນີ້ກໍາລັງຍື່ນຂໍອະນຸມັດ Bitcoin ETF ໃນສະຫະລັດອາເມຣິກາ.

ຢ່າງໃດກໍຕາມ, ການກວດສອບກົດລະບຽບ ເເລະ ການດຳເນີນງານທີ່ຊັກຊ້າຂອງ SEC ອາດເປັນໜຶ່ງໃນປັດໄຈທີ່ເຮັດໃຫ້ນັກລົງທຶນຫຼຸດລົງ, ເເຕ່ຜູ້ຊ່ຽວຊານເຊື່ອວ່າ ຖ້າຫາກ Bitcoin ETF ໄດ້ຮັບການອະນຸມັດກໍຈະສົ່ງຜົນດີໃຫ້ຕະຫຼາດ Crypto ກັບມາຟື້ນຕົວຂຶ້ນໄດ້ອີກຄັ້ງ

ອີງຕາມຂໍ້ມູນຂອງ CoinMarketCap , ຫຼຽນ XRP ໄດ້ມີການຊື້ຂາຍກັນຢູ່ທີ່ 0.5 ໂດລາໃນຂະນະທີ່ຂຽນ ເເລະ ໃນໄລຍະ 24 ຊົ່ວໂມງທີ່ຜ່ານມາລາຄາຂອງຫຼຽນໄດ້ມີການຫຼຸດລົງ 3.80%

ທີ່ມາ:

coinedition

coinmarketcap.xrp

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/