ຮອງລັດຖະມົນຕີກະຊວງການເງິນ ຮັບປະກັນຄວາມໂປ່ງໃສ ດ້ານງົບປະມານຕ້ານໂຄວິດ-19


ເມື່ອບໍ່ດົນມານີ້ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ສັງຄົມກ່ຽວກັບການວິຕົກກັງວົນ ໃນການໃຊ້ງົບປະມານ ແລະ ທຶນຊ່ວຍເຫຼືອຕ່າງໆ ຂອງບັນດາເພື່ອນມິດສາກົນ ໃຫ້ແກ່ປະເທດເຮົາ ເພື່ອຕ້ານ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂໄພໂຄວິດ-19 ເຊິ່ງເພິ່ນກ່າວວ່າ: ຫຼັງຈາກທີ່ໄດ້ຮັບງົບປະມານຈາກລັດຖະບານ ກໍໄດ້ມີການຈັດແບ່ງທາງສູນກາງ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຕ່າງປະເທດ ໃຫ້ທັງສອງກະຊວງຄຸ້ມຄອງກັນເອງ.

ປະເດັນທີ 2 ແມ່ນຈ່າຍໃຫ້ທາງແຂວງ ເບື້ອງຕົ້ນ 1 ຕື້ ບາງແຂວງປະມານ 500 ລ້ານເຖິງ 700 ລ້ານກີບ, ໃນປັດຈຸບັນແມ່ນກໍາລັງກວດກາ ພ້ອມທັງສະຫຼຸບຈໍານວນເງິນທີ່ແບ່ງນັ້ນ ແມ່ນຈ່າຍຖືກຕາມເປົ້າໝາຍ ຫຼື ບໍ່, ເຊິ່ງກໍາລັງດໍາເນີນການສະຫຼຸບ.

ສະເພາະສູນກາງ ທ່ານ ບຸນໂຈມ ຮັບປະກັນວ່າ: ບໍ່ຜິດເປົ້າໝາຍໃນການ ໃຊ້ງົບປະມານຢ່າງແນ່ນອນ, ເຊິ່ງມີລັກສະນະ, ຂໍ້ກໍານົດໂດຍສະເພາະ ແລະ ເພິ່ນກໍຮັບປະກັນຄວາມໂປ່ງໃສ ແລະ ບັງຄັບຢ່າງສຸດຂີດເພື່ອບໍ່ໃຫ້ເກີດບັນຫາອື່ນ ເພາະງົບປະມານສັງຄົມຍັງປະກອບສ່ວນດ້ວຍ, ເງິນທີ່ທາງສັງຄົມປະກອບສ່ວນນັ້ນ ຈະບໍ່ໃຊ້ທາງການບໍລິຫານເດັດຂາດ ຈະເນັ້ນຊື້ອຸປະກອນການແພດ ເຊິ່ງຊື້ອຸປະກອນທີ່ນໍາໃຊ້ໄດ້ຍາວນານ ໂດຍສະເພາະແມ່ນເຄື່ອງຫາຍໃຈ, ເຄື່ອງຕິດຕາມຄົນເຈັບ… ເຊິ່ງເປັນລັກສະນະຕອບສະໜອງໃຫ້ສັງຄົມຄືນ.

ຈາກເງິນທີ່ໄດ້ຈາກການປະມູນປະມານ 11 ຕື້ ນັ້ນ ແມ່ນໄດ້ໃຊ້ຢ່າງມີເຫດມີຜົນ, ຊື້ເຄື່ອງອຸປະກອນໄປແລ້ວ 6 ຕື້ ປັດຈຸບັນເຫຼືອ 4 ຕື້ ແລະ ຈະຮັກສາສືບຕໍ່ຮັກສາງົບຈາກສັງຄົມໄວ້ ເພື່ອປະກອບເຂົ້າໃນວຽກງານທີ່ຈໍາເປັນ.

ຂອບໃຈທີ່ມາ: