ອັນຕະລາຍຈາກແສງແດດ ແລະ ວິທີເລືອກໃຊ້ຄຣີມກັນແດດ


ແສງແດດຈາກດວງຕາເວັນເປັນສິ່ງທີ່ຈຳເປັນໃນໂລກເຮົາ ແຕ່ເຖິງຢ່າງໃດກໍຕາມ ແສງແດດກໍສາມາດເປັນອັນຕະລາຍຕໍ່ເຮົາໄດ້. ສະນັ້ນ ຈຶ່ງມີການຄິດຄົ້ນຄຣີມກັນແດດຂຶ້ນມາເພື່ອປົກປ້ອງຜິວເຮົາຈາກຣັງສີອຸນຕຣາໄວໂອເລັດ ເຊິ່ງມີຜົນເສຍຫຼາຍຢ່າງ ເຊັ່ນ: ເຮັດໃຫ້ຜິວໄໝ້, ຜິວເກີດຮອຍ ແລະ ເພີ່ມໂອກາດການເປັນມະເຮັງຜິວໜັງ.

ແສງແດດປະກອບດ້ວຍຄື້ນແມ່ເຫຼັກໄຟຟ້າ ແລະ ເປັນແຫຼ່ງກຳເນີດຂອງຣັງສີອຸນຕຣາໄວໂອເລັດທີ່ມີລັກສະນະເປັນຄື້ນສັ້ນກວ່າແສງ ທີ່ຕາສາມາດເບິ່ງເຫັນໄດ້. ຖ້າແບ່ງປະເພດຕາມຄວາມຍາວຂອງຄື້ນ ມັນກໍຈະປະກອບມີ: ຣັງສີ UVA, UVB ແລະ UVC. ຄວາມຍາວຄື້ນ UVC ນັ້ນບໍ່ສາມາດສ່ອງມາເຖິງພື້ນຜິວໂລກໄດ້ ແຕ່ອີກສອງ UV ແມ່ນສາມາດມາເຖິງໄດ້. ຄວາມຍາວຄື້ນ UVB ສາມາດເຂົ້າສູ່ຜິວໜັງຊັ້ນນອກໄດ້ ແລະ ຄວາມຍາວຄື້ນ UVA ສາມາດຊຶມເຂົ້າຮອດຜິວໜັງຊັ້ນທີ່ເລິກກວ່າ. ໃນຄວາມຈິງແລ້ວ ວິຕາມິນດີແມ່ນໄດ້ມາຮັບຈາກ UVB, ຖ້າເຮົາຮັບ UVB ໃນປະລິມານທີ່ພໍພຽງ ຈະມີຜົນປະໂຫຍດຕໍ່ການສ້າງ ແລະ ຮັກສາກະດູກໃຫ້ແຂງແຮງ. ແຕ່ຫາກເຮົາປະເຊີນກັບຣັງສີ UVA ແລະ UVB ເປັນເວລາດົນເກີນໄປ ມັນຈະໄປທຳລາຍກຳມະພັນ ເຮັດໃຫ້ຜິວແຫ່ວ ແລະ ອາດພັດທະນາເປັນມະເຮັງຜິວໜັງໄດ້.

ຣັງສີ UVA ແລະ UVB ສົ່ງຜົນຕໍ່ຜິວເຮົາແຕກຕ່າງກັນໄປ ຍ້ອນຮູບແບບຂອງການດູດຊຶມຂອງໂຄຣໂມຟໍ (ສ່ວນໜຶ່ງຂອງໂມເລກຸນທີ່ກຳນົດສີ). ຣັງສີ UVB ສາມາດເຮັດໃຫ້ຜິວໜັງໄໝ້ໄດ້ ສ່ວນຣັງສີ UVA ແມ່ນເຮັດໃຫ້ສີຜິວຂອງເຮົາດຳຂຶ້ນ ສົ່ງຜົນຕໍ່ກົນໄກການເກີດມະເຮັງ ແລະ ຜິວເກີດຮອຍຕ່າງໆ. ສະນັ້ນ ເມື່ອເຮົາອອກແດດ ເຮົາກໍຄວນທາຄຣີມກັນແດດ ເພື່ອປົກປ້ອງຜິວເຮົາ ເຊິ່ງຄຣີມກັນແດດກໍມີຢູ່ສອງຮູບແບບຫຼັກໆຄື: ແບບກາຍະພາບ ແລະ ແບບເຄມີ.

ສານກັນແດດແບບກາຍະພາບ ມີ ຊິງອັອກຊາຍ (Zinc Oxide) ຫຼື ໄທທານຽມໄດອັອກຊາຍ (titanium Dioxide). ສານເຫຼົ່ານີ້ຊ່ວຍສະທ້ອນໃຫ້ຣັງສີກັບອອກໄປ ໂດຍປຽບທຽບກໍຄືການປ້ອງກັນທາງກາຍະພາບ. ໃນອະດີດ ຄຣີມຮູບແບບນີ້ບໍ່ສະດວກຕອນທາໃສ່ຜິວ ແລະ ຍັງສາມາດເບິ່ງເຫັນໄດ້ຢ່າງຊັດເຈນຕາມຜິວໜັງ, ແຕ່ປັດຈຸບັນ ໄດ້ມີສູດໃໝ່ໆເພື່ອຊ່ວຍແກ້ໄຂບັນຫາເຫຼົ່ານີ້.

ໃນທາງກົງກັນຂ້າມ ສານກັນແດດແບບເຄມີ ຈະດູດຊຶມເອົາຣັງສີຈາກດວງອາທິດ ແລະ ເສື່ອມສະພາບໄວກວ່າກັນແດດແບບກາຍະພາບ ເພາະມີປະສິດທິພາບໃນການດູດຊຶມຣັງສີໜ້ອຍລົງ. ຄຣີມກັນແດດແບບນີ້ມີຄາບອນເປັນສ່ວນປະກອບຫຼັກ ເພື່ອດູດຊຶມໂປຣຕົງຂອງ UV ເຮັດໃຫ້ອຸນຫະພູມຄວາມຮ້ອນກະຈາຍອອກໄປ ບໍ່ກໍ່ໃຫ້ເກີດອັນຕະລາຍ. ໂດຍປົກກະຕິ ສານກັນແດດແບບເຄມີຈະໂປ່ງແສງຕອນທາໃສ່ຜິວ ແຕ່ບາງຄົນກໍອາດແພ້ສານເຄມີ. ນອກຈາກນີ້ ຄຣີມກັນແດດທີ່ມີຄາບອນນັ້ນອາດທຳຮ້າຍສັດນ້ຳໄດ້ ເມື່ອເຮົາຕ້ອງລົງໄປໃນນ້ຳ ຫຼື ທະເລ. ມີການວິໄຈທີ່ພົບວ່າສ່ວນປະກອບຂອງຄຣີມກັນແດດທີ່ເປັນຄາບອນ ເຊັ່ນ: ອັອກຊີເບັນໂຊນ, ບິວທິວພາຣາເບນ, ອັອກທີນັອກເຊດ ແລະ ໂຟເອັມບີຊີ ມີສ່ວນເຮັດໃຫ້ເກີດພາວະທີ່ເອີ້ນວ່າ ປາກົດການປະກາລັງຟອກຂາວ. ສານເຫຼົ່ານີ້ອາດເຮັດໃຫ້ສາຫຼ່າຍທີ່ອາໄສຢູ່ກັບປະກາລັງຕາຍ ຫາກປາສະຈາກສາຫຼ່າຍ ປະກາລັງກໍຈະຂາວຈືດ ລວມເຖິງ ເຮັດໃຫ້ໄວຕໍ່ເຊື້ອໂຣກ ແລະ ອາດຕາຍໄດ້, ຫາກປະກາລັງຕາຍ ລະບົບນິເວດກໍຈະເສື່ອມໄປນຳ.

ບໍ່ວ່າຈະເປັນຄຣີມກັນແດດປະເພດໃດກໍຕາມ ກໍຕ້ອງໄດ້ຜ່ານການທົດສອບ ເພື່ອຫາປັດໄຈໃນການປ້ອງກັນການໄໝ້ຂອງຜິວ ຫຼື ຄ່າການປ້ອງກັນແສງແດດ (SPF). SPF ແມ່ນຕົວຊີ້ບອກສຳຄັນທີ່ຈະບົ່ງບອກວ່າຄຣີມກັນແດດນັ້ນຈະສາມາດປ້ອງກັນຣັງສີ UVB ໄດ້ ກ່ອນທີ່ຜິວຄົນຈະເລີ່ມໄໝ້ ແລະ ເຖິງວ່າຜິວເຮົາຈະບໍ່ໄໝ້ ເຮົາກໍຍັງຈຳເປັນໃຊ້ຄຣີມກັນແດດ ເພາະຄົນເຮົາບໍ່ມີພູມຕ້ານທານຕໍ່ຜົນກະທົບຂອງແສງຕາເວັນ. ສຳລັບຄົນທີ່ມີຜິວດຳງ່າຍ ແມ່ນຢູ່ວ່າເຂົາເຈົ້າມີເກາະປົກປ້ອງຜິວໄໝ້ຈາກທຳມະຊາດຫຼາຍກວ່າຄົນທີ່ມີຜິວຂາວ ແຕ່ພວກເຂົາກໍຍັງຈະໄດ້ຮັບຜົນກະທົບຈາກຣັງສີ UVB ແລະ ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 6 ເດືອນ ກໍຄວນຫຼີກຫ່າງຈາກແສງແດດ ເພາະກົນໄກການປ້ອງກັນຂອງພວກເຂົາຍັງເຮັດວຽກໄດ້ບໍ່ເຕັມສ່ວນ.

ນອກຈາກນີ້ ການທາຄຣີມກັນແດດຊ່ວຍປ້ອງກັນສານກໍ່ມະເຮັງ 3 ຊະນິດຄື: ເບເຊີເຊວ (basal cell carcinoma), ສະເຄວມັດເຊວ (squamous cell carcinoma) ແລະ ເມລາໂນມາ. ໃນທຸກໆມື້ ກຳມະພັນໃນເຊວຂອງຄົນເຮົາຈະກາຍພັນ ແລະ ເກີດການຜິດພາດ ເຊິ່ງໂດຍທົ່ວໄປຈະຖືກຮັບມືໂດຍກົນໄກໃນເຊວຂອງເຮົາ ແຕ່ຣັງສີອຸນຕຣາໄວໂອເລັດຈາກດວງຕາເວັນນຳໄປສູ່ການກາຍພັນທີ່ເຊວພາຍໃນຂອງພວກເຮົາບໍ່ສາມາດຈັດການໄດ້ ເຮັດໃຫ້ເກີດການເຕີບໃຫຍ່ ທີ່ບໍ່ອາດຄວບຄຸມໄດ້ ແລະ ໃນທີ່ສຸດກໍກາຍເປັນມະເຮັງຜິວໜັງ. ຜົນຮ້າຍນີ້ເປັນຕາຢ້ານຍ້ອນວ່າເຮົາບໍ່ສາມາດເບິ່ງເຫັນໄດ້ ເຊິ່ງເມື່ອຮູ້ ກໍອາດສວາຍເກີນແກ້.

ອີກເຫດຜົນໜຶ່ງທີ່ເຮົາຄວນໃຊ້ຄຣີມກັນແດດ ກໍແມ່ນເພື່ອຄວາມງາມຂອງຕົວເຮົາເອງ. ແສງຈາກດວງຕາເວັນພາໃຫ້ເກີດຮອຍຕ່າງໆຂຶ້ນກ່ອນໄວອັນຄວນ ຖ້າຫາກພົບກັບແສງແດດຢ່າງຕໍ່ເນື່ອງ ກໍຈະເຮັດໃຫ້ຜິວແຫ່ວ. ສະນັ້ນ ກ່ອນຈະອອກໄປປະເຊີນກັບແດດເຮົາຄວນທາຄຣີມກັນແດດກ່ອນປະມານ 15-30 ນາທີ ແລະ ທາຊໍ້າອີກ ພາຍໃນ 2-3 ຊົ່ວໂມງ ໂດຍສະເພາະຫຼັງຈາກເຫື່ອອອກ ຫຼື ຖືກນ້ຳ ຫຼື ຖ້າບໍ່ດັ່ງນັ້ນກໍຄວນໃສ່ເຄື່ອງນຸ່ງທີ່ປົກປິດຜິວ ທີ່ຈະຊ່ວຍປ້ອງກັນຣັງສີອຸນຕຣາໄວໂອເລັດ, ພະຍາຍາມຢູ່ບ່ອນຮົ່ມ ແລະ ຫຼີກເວັ້ນແສງແດດຮ້ອນລະຫວ່າງ 10ໂມງ ຫາ 16ໂມງ.

ຄຣີມກັນແດດມີຫຼາຍແບບ ເຊິ່ງຕ່າງກໍມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຮ່າງກາຍ ແຕກຕ່າງກັນໄປ ດັ່ງທີ່ອະທິບາຍມາຂ້າງຕົ້ນ. ສະນັ້ນ ເວລາເລືອກຊື້ຄຣີມກັນແດດ ເຮົາຄວນເລືອກຄຣີມທີ່ປ້ອງກັນຣັງສີໄດ້ຢ່າງທົ່ວເຖິງ, ມີ SPF 30 (ຢ່າງຕໍ່າ) ແລະ ກັນນ້ຳໄດ້, ເລືອກຕາມສ່ວນປະກອບຂອງຄຣີມກັນແດດ. ຫາກຕ້ອງການປ້ອງກັນການລະຄາຍເຄືອງ ແມ່ນໃຫ້ເລືອກຄຣີມກັນແດດແບບທີ່ມີ ຊິງອັອກຊາຍ (Zinc Oxide) ຫຼື ໄທທານຽມໄດອັອກຊາຍ (titanium Dioxide) ເນື້ອຄຣີມອາດໜຽວ ແຕ່ມັນກໍຈະດີກວ່າຄຣີມກັນແດດແບບມີຄາບອນ ແລະ ຄຣີມກັນແດດທີ່ມີແຮ່ທາດທຳມະຊາດຍັງເປັນມິດຕໍ່ສິ່ງແວດລ້ອມ. ຫາກເລືອກໃຊ້ກັນແດດແບບສະເປກໍຕ້ອງໃຊ້ຫຼາຍໆຊັ້ນເພື່ອປະສິດທິພາບທີ່ດີ ແຕ່ມັນອາດມີຄວາມສ່ຽງຕໍ່ສຸຂະພາບ ເພາະເຮົາອາດສູດດົມເອົາລະອອງສ່ວນປະກອບຂອງຄຣີມກັນແດດໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/