ນົບພົນ ອິນທະສານ ຊາຍທີ່ຜ່ານການປະກວດເຕັ້ນ B-Boy ມາຫຼາຍເວທີ ຈົນມີສູນສອນເຕັ້ນ-ສິລະປະ ເປັນຂອງຕົນເອງ


ນົບພົນ ອິນທະສານ ອາຍຸ 24 ປີ ເປັນໄວໜຸ່ມທີ່ມີຄວາມພິເສດໃນຕົວ ໂດດເດັ່ນທາງດ້ານການເຕັ້ນ, ການສະແດງ, ການຮ້ອງເພງ-ແຕ່ງເພງ ໂດຍຜ່ານການເຂົ້າຮ່ວມປະກວດເຕັ້ນ B-Boy ມາແລ້ວຫຼາຍເວທີຫຼາຍປະເທດ ບໍ່ວ່າຈະເປັນປະເທດຝຣັ່ງ, ຫວຽດນາມ, ຮ່ອງກົງ, ໄທ, ຈີນ ແລະ ໄດ້ຮາງວັນຈາກການປະກວດທີ່ຫຼາກຫຼາຍ. ນອກຈາກນີ້ ນົບພົນ ຍັງມີທີມແຕ້ມຮູບທີ່ສີມືດີ ພ້ອມກັບມີສູນສອນເຕັ້ນ-ສິລະປະ ເປັນຂອງຕົນເອງ ເຊິ່ງກໍໄດ້ຈັດການແຂ່ງເຕັ້ນຢູ່ເປັນປະຈຳຮ່ວມກັບທີມງານ. ເວົ້າໄດ້ວ່າເປັນໄວໜຸ່ມທີ່ມີຄວາມຄິດຢາກຈະພັດທະນາວົງການເຕັ້ນ ແລະ ພັດທະນາສິລະປະການແຕ້ມຢູ່ສະເໝີ.

ທາງທີມຂ່າວ Lao X ຢາກຈະນຳສະເໜີໄວໜຸ່ມສີມືດີຄົນນີ້ ກ່ຽວກັບຜົນງານທີ່ໜ້າສົນໃຈ ແລະ ໜ້າຈັບຕາເບິ່ງ ເຊິ່ງຈະມີຫຍັງແດ່ນັ້ນເຮົາມາຕິດໄປພ້ອມໆກັນເລີຍ.

1.ນົບພົນ ອິນທະສານ ອາຍຸ 24 ປີ ເປັນຄົນນະຄອນຫຼວງວຽງຈັນ ມີສູນສິລະປະເປັນຂອງຕົນເອງຊື່ວ່າ Dongdok Studio ເປັນໄວໜຸ່ມຄົນໜຶ່ງທີ່ໜ້າສົນໃຈ ແລະ ໜ້າຕິດຕາມ ເພາະມີຫຼາກຫຼາຍຄວາມສາມາດ ພ້ອມກັບມີຄວາມຄິດຢາກພັດທະນາວົງການ ການເຕັ້ນ-ສິລະປະ ໃຫ້ອອກໄປສູ່ໂລກກວ້າງ.

2.ຈຸດເລີ່ມຕົ້ນໃນການກ້າວເຂົ້າມາສູ່ການເຕັ້ນ ນົບພົນ ໄດ້ເລົ່າໃຫ້ຟັງວ່າ: ປົກກະຕິຕັ້ງແຕ່ຍັງນ້ອຍບໍ່ເຄີຍຮູ້ຈັກຄຳວ່າເຕັ້ນມາກ່ອນ ຍ້ອນຕົນເອງເປັນຄົນດື້ພໍປະມານ ແລ້ວໄດ້ໄປກວນອ້າຍໆທີ່ເຕັ້ນຢູ່ ພວກອ້າຍເພິ່ນກໍເລີຍຈັບມາລົງໂທດໂດຍການໃຫ້ເຕັ້ນ. ຫຼັງຈາກນັ້ນ ກໍມີຄວາມມັກຮັກໃນການເຕັ້ນມາເລີຍ ແລ້ວກໍຮຽນເຕັ້ນມາເລື້ອຍໆຈົນມາຮອດປັດຈຸບັນ ເຊິ່ງຕອນນັ້ນເລີ່ມຕົ້ນປະມານປີ 2010, ເຕີບໃຫຍ່ ແລະ ຮຽນຮູ້ຈາກຮຸ່ນອ້າຍທີມ Dongdok.

3.ເຄີຍໄດ້ໄປແຂ່ງ ຫຼື ໄດ້ຮາງວັນຫຍັງບໍ?

ໃນການໄປປະກວດແຂ່ງ ກໍເຄີຍໄດ້ໄປແຂ່ງຫຼາຍລາຍການໃນຫຼາຍປະເທດ ເຊັ່ນ: ໄປແຂ່ງຢູ່ປະເທດຝຣັ່ງ, ຮ່ອງກົງ, ຈີນ, ໄທ ແລະ ຫວຽດນາມ. ຮາງວັນທີ່ໄດ້ຮັບສ່ວນຫຼາຍຈະໄດ້ຢູ່ລາວ, ຢູ່ຈີນແມ່ນເຄີຍໄດ້ທີ 2 ແລະ ເຄີຍໄປແຂ່ງຢູ່ໄທໄດ້ທີ 1. ສ່ວນໃນເລື່ອງການປະກວດ ປະທັບໃຈສຸດແມ່ນຈະເປັນປະເທດຝຣັ່ງກັບຮ່ອງກົງ.

4.ປົກກະຕິຈັດງານແຂ່ງຂັນເອງບໍ?

ເມື່ອມາຮູ້ວ່າຕົນມັກສິ່ງໃດ ກໍເລີ່ມເຫັນແນວທາງກັບຄວາມຝັນ, ເຮົາໄດ້ຈັບໄດ້ຕ້ອງມັນ ແລະ ຮູ້ຂໍ້ດີວ່າເປັນແບບໃດ ຈຶ່ງເຮັດສູນ Dongdok Studio ເປັນຂອງຕົນເອງ. ຫຼັກໆຈະສອນເຕັ້ນ ແລະ ມີທີມສອນສິລະປະແຕ້ມຮູບ ເພື່ອຢາກແບ່ງຄວາມຮູ້ກໍເລີຍສ້າງສູນນີ້ຂຶ້ນມາ ແລ້ວກໍໄດ້ມີການຈັດງານແຂ່ງຂັນຂຶ້ນເອງກັບທີມ ບໍ່ວ່າຈະເປັນງານປະກວດການເຕັ້ນ ແລະ ງານປະກວດແຕ້ມຮູບ.

5.ນອກຈາກເຕັ້ນແລ້ວເຮັດຫຍັງອີກແດ່?

ນອກຈາກເຕັ້ນແລ້ວ ຍັງໄດ້ເຮັດເພງ, ການສະແດງກໍພໍໄດ້, ໄດ້ມີການສອນແຣັບ-ສອນຮ້ອງເພງ, ແຕ່ງເພງເອງເຮັດດົນຕຣີເອງ, ຜົນງານຫຼ້າສຸດປະກອບມີເພງ: ໝາກຂາມຈໍ້າແຈ່ວ, ແກ໋ງລໍ້ໝາກສົ້ມ, ເຂົ້າຈີ່ປາເຕ້ ແລະ I see you very happy.

6.ຢາກພັດທະນາການເຕັ້ນຄືແນວໃດ?

ໃນວົງການເຕັ້ນ ແລະ ສິລະປະ ເປັນສິ່ງທີ່ຕົນເອງມັກ ແລະ ຢາກຈະພັດທະນາຂະຫຍາຍໄປສູ່ພາຍນອກໃຫ້ກວ້າງໄກ ແລະ ກວ້າງໃຫຍ່ຂຶ້ນກວ່າເກົ່າ. ຢາກພັດທະນາໄວໜຸ່ມນ້ອຍຫັນມາໃຊ້ເວລາວ່າງ ໂດຍການຝຶກຊ້ອມເຕັ້ນ-ແຕ້ມຮູບ ແລະ ຢາກຈະໃຫ້ຄົນໄດ້ສຳຜັດ. ໂດຍສ່ວນຕົວແລ້ວ ຖ້າງານສິລະປະໄປໄດ້ດີ ກໍເປັນສິ່ງໜຶ່ງທີ່ຈະໄດ້ເສີມສ້າງພັດທະນາເສດຖະກິດບ້ານເຮົາອີກດ້ວຍ.

ເປັນອີກໄວໜຸ່ມຄົນໜຶ່ງທີ່ສານຝັນໃນສິ່ງທີ່ຕົນເອງມັກ ຈົນສາມາດຖ່າຍທອດວົງການໃຫ້ກັບຄົນຮຸ່ນໃໝ່ຜູ້ທີ່ສົນໃຈດ້ານສິລະປະເພີ່ມຂຶ້ນ, ເປັນໄວໜຸ່ມທີ່ມີຄວາມຄິດທີ່ຢາກພັດທະນາຢູ່ຕະຫຼອດ. ຫຼ້າສຸດ ກໍໄດ້ຮ່ວມການແຂ່ງແຣັບໃນງານ RAP BATTLE to the MAX 2 ແລະ ໄດ້ເຂົ້າຮອບ Final 8 ຄົນສຸດທ້າຍ. ພ້ອມກັນນີ້ ອີກບໍ່ດົນກໍຈະມີຜົນງານເພງປ່ອຍອອກໃໝ່ ກຽມຮັບຊົມຮັບຟັງກັນໄດ້ເລີຍ.

ທຸກຄົນສາມາດຕິດຕາມ ນົບພົນ ໄດ້ທີ່:
Facebook: Rangerbox DongDok Junior
YouTube: House OutSide Entertainment

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/