OnlyFans ເອົາໃຈບັນດາແຟນຄລັບ Crypto! ໂດຍອະນຸຍາດໃຫ້ຜູ້ໃຊ້ງານ ນຳເອົາ NFT ມາຕັ້ງເປັນຮູບໂປຣຟາຍໄດ້


ເຄີຍຄິດກັນຫຼືບໍ່ວ່າ ວົງການ Crypto ສາມາດປັບຕົວເຂົ້າທຸກສະພາບແພລັດຟອມອີ່ຫຼີ ເພາະຫຼ້າສຸດນີ້ ທາງ OnlyFans ແພລັດຟອມສຳລັບຜູ້ໃຫຍ່ ໄດ້ປະກາດເປີດຟີເຈີໃໝ່ທີ່ໃຫ້ຜູ້ໃຊ້ ສາມາດນຳ NFT ທີ່ກວດສອບແລ້ວ ມາຕັ້ງເປັນຮູບພາບໂປຣຟາຍໃນ OnlyFans ໄດ້.

ຕາມການລາຍງານຂອງສຳນັກຂ່າວ Reuters ລະບຸວ່າ ບໍລິສັດໃນປະເທດອັງກິດກ່າວວ່າ OnlyFans ໄດ້ເປີດຕົວຟີເຈີນີ້ໃນເດືອນທັນວາທີ່ຜ່ານມາ ເພື່ອເຂົ້າຮ່ວມກັບສື່ໂຊຊຽວມີເດຍຊັ້ນນຳຂອງໂລກເຊັ່ນ: Twitter ແລະ Reddit ທີ່ໄດ້ມີການເລີ່ມສຳຫຼວດວິທີໃນການລວມເອົາ NFT ມາໄວ້ໃນແພລັດຟອມຂອງ OnlyFans.

Ami Gan, CEO ຂອງ OnlyFans ຍັງກ່າວໃນຖະແຫຼງການກັບສຳນັກຂ່າວ Reuters ວ່າ Onlyfan ນັ້ນສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນໃນດ້ານຄວາມປອດໄພ “ດ້ວຍການປະສົມປະສານເທັກໂນໂລຢີທີ່ລ້ຳສະໄໝເຂົ້າກັບທຶນສ້າງສັນ”, “ພາລະກິດຂອງເຮົາຄືການສົ່ງເສີມໃຫ້ຄຣີເອເຕີມີສັກກະຍະພາບສູງສຸດ, ຟີເຈີນີ້ເປັນຂັ້ນຕອນທຳອິດໃນການເລີ່ມຕົ້ນສຳຫຼວດບົດບາດຂອງ NFT ເທິງແພລັດຟອມຂອງເຮົາ”.

ຢ່າງໃດກໍຕາມ ທາງ OnlyFans ກ່າວວ່າ ຟີເຈີດັ່ງກ່າວຈະຮອງຮັບສະເພາະ NFT ທີ່ສ້າງຂຶ້ນມາໃນ Blockchain ຂອງ Ethereum ເທົ່ານັ້ນ ເຊິ່ງຮູບໂປຣຟາຍ NFT ຈະມີການສະແດງ ໄອຄອນ Ethereum ເພື່ອພິສູດວ່າ NFT ທີ່ນຳມາຕັ້ງໂປຣຟາຍນັ້ນເປັນຂອງແທ້.

OnlyFans ໄດ້ເປີດຕົວໃນປີ 2016 ແລະ ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ. ຕໍ່ມາ ໃນໄລຍະວິກິດການແຜ່ລະບາດຂອງໂຄວິດ-19 ເຮັດໃຫ້ OnlyFans ກາຍເປັນຊ່ອງທາງຂອງບັນດາຄຣີເອເຕີ້ໃນການສ້າງລາຍໄດ້ຈາກການຂາຍຄອນເທັ້ນໃຫ້ຜູ້ຕິດຕາມໂດຍກົງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/