ຕຳຫຼວດເຂົ້າຈັບກຸມຕົວຜູ້ໂດຍສານຊາຍເທິງເຮືອບິນ ໃນຂໍ້ຫາຂົ່ມຂືນແມ່ຍິງຄົນໜຶ່ງໃນຊັ້ນ Business Class


ໃນວັນທີ 8 ທີ່ຜ່ານມາ ສຳນັກຂ່າວ The Sun ຂອງອັງກິດໄດ້ລາຍງານເລື່ອງທີ່ເກີດຂຶ້ນກັບຜູ້ໂດຍສານຍິງຊາວອັງກິດ ໃນລະຫວ່າງຖ້ຽວບິນຂອງສາຍການບິນ United Airlines ທີ່ເດີນທາງຈາກ Newark ລັດ New Jersey ສະຫະລັດອາເມຣິກາ ໄປທີ່ London ປະເທດອັງກິດ ຜູ້ໂດຍສານສາວຄົນນີ້ໄດ້ແຈ້ງຕຳຫຼວດວ່າຕົນເອງຖືກຊາຍອາຍຸ 40 ປີທີ່ຢູ່ໃນຖ້ຽວບິນດຽວກັນຂົ່ມຂືນ.

ຕາມລາຍງານລະບຸວ່າ ຜູ້ໂດຍສານຍິງຄົນນີ້ ແລະ ຊາຍຜູ້ຖືກກ່າວຫາ ແມ່ນບໍ່ໄດ້ເດີນທາງມານຳກັນ ໂດຍແຫຼ່ງຂ່າວລະບຸວ່າ ກ່ອນທີ່ທັງສອງຈະຂຶ້ນເຮືອບິນ ແມ່ນໄດ້ມີການໂອ້ລົມແລະກິນດື່ມນຳກັນ ໃນບໍລິເວນສະໜາມບິນຕົ້ນທາງ, ຕໍ່ມາເມື່ອຮອດເວລາຂຶ້ນເຮືອບິນ ທັງສອງກໍໄດ້ນັ່ງຢູ່ຄົນລະບ່ອນ ແລະ ການເດີນທາງທຸກຢ່າງກໍເບິ່ງຄືປົກກະຕິ.

ແຕ່ເມື່ອເຮືອບິນເດີນທາງໄປໄດ້ບໍ່ດົນ ຫຼັງຈາກພະນັກງານໄດ້ປິດໄຟຫ້ອງໂດຍສານເພື່ອໃຫ້ທຸກຄົນໄດ້ພັກຜ່ອນ, ທາງພະນັກງານຕ້ອນຮັບເທິງເຮືອບິນກໍເກີດອາການຕົກໃຈ ເມື່ອຜູ້ໂດຍສານສາວຄົນດັ່ງກ່າວໄດ້ມາແຈ້ງຜ່ານວິທະຍຸວ່າ ຕົນເອງຖືກຂົ່ມຂືນ ໃນລະຫວ່າງທີ່ຜູ້ໂດຍສານອື່ນໆ ກຳລັງນອນຫຼັບຢູ່. ນອກຈາກນີ້ຜູ້ໂດຍສານສາວກໍໄດ້ແຈ້ງກັບທາງຕຳຫຼວດເຊັ່ນດຽວກັນ.

ຫຼັງຈາກທີ່ເຮືອບິນຈອດທີ່ສະໜາມບິນ Heathrow (ສະໜາມບິນປາຍທາງ) ໃນຕອນເຊົ້າຂອງວັນຈັນທີ 7 ກຸມພາ ເວລາ 6:30 ຕໍາຫຼວດກໍໄດ້ຂຶ້ນໄປທີ່ເຮືອບິນ ແລະ ເຮັດການຈັບກຸມຊາຍຄົນດັ່ງກ່າວໃນຖານະຜູ້ຕ້ອງສົງໄສ ແລະ ພາຕົວລົງຈາກເຮືອບິນທັນທີ.

ໂດຍໃນເບື້ອງຕົ້ນຊາຍອາຍຸ 40 ປີຄົນນີ້ ຖືກຄວບຄຸມຕົວເພື່ອສືບສວນ ແລະຖືກນຳຕົວໄປທີ່ຫ້ອງການຕຳຫຼວດ Heathrow ເຊິ່ງໄດ້ມີການເກັບຂໍ້ມູນ, ຕົວຢ່າງເລືອດ ແລະ ເກັບຕົວຢ່າງ DNA ຈາກນ້ຳລາຍຂອງລາວ. ຫຼັງຈາກນັ້ນ ຕຳຫຼວດກໍໄດ້ໃຫ້ສິດປະກັນຕົວຊາຍຄົນດັ່ງກ່າວໃນໄລຍະເວລາຕໍ່ມາ.

ນອກຈາກນີ້ ຕາມລາຍງານຍັງລະບຸອີກວ່າ ຖ້ຽວບິນເກີດເຫດທີ່ຜູ້ໂດຍສານຍິງຄົນນີ້ໃຊ້ໃນການເດີນທາງແມ່ນ ຊັ້ນທຸລະກິດ ຫຼື Business Class ທີ່ມີລາຄາສູງເຖິງ 3,000 ປອນ ຫຼື ປະມານ 46 ລ້ານກີບ ເຊິ່ງຖືວ່າແພງຫຼາຍ. ຖ້າຫາກການສືບສວນພົບວ່າຊາຍຄົນດັ່ງກ່າວມີຄວາມຜິດແທ້ ນັ້ນກໍອາດຢືນຢັນໄດ້ວ່າ ເຖິງຈະເປັນສະຖານທີ່ໃດ ແລະມີຄ່າໃຊ້ບໍລິການທີ່ສູງພຽງໃດ ກໍຍັງບໍ່ຮັບຄວາມປອດໄພໄດ້ 100%.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/