ຜ່ານມາ 1 ເດືອນ ມີນັກທ່ອງທ່ຽວເຂົ້າມາທ່ຽວນະຄອນຫຼວງວຽງຈັນ 84 ຄົນ


ນັບແຕ່ວັນທີ 1 ມັງກອນ ຫາ ວັນທີ 9 ກຸມພາ 2022 ທີ່ຜ່ານມານີ້ ເຊີ່ງແມ່ນໄລຍະທີ່ລັດຖະບານເລີ່ມທົດລອງເປີດຮັບນັກທ່ອງທ່ຽວຕ່າງປະເທດໃນເຂດທ່ອງທ່ຽວສີຂຽວ ໄລຍະທີ 1, ມີ 4 ບໍລິສັດນໍານັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວນະຄອນຫຼວງວຽງຈັນ ທັງໝົດ 84 ຄົນ, ໃນນີ້ ຫຼາຍກວ່າໝູ່ແມ່ນນັກທ່ອງທ່ຽວຈາກ ເກົາຫລີໃຕ້. ນອກຈາກນີ້ ແມ່ນນັກທ່ອງທ່ຽວຈາກຟິລິບປິນ, ເນເທີແລນ, ໄທ, ຍີ່ປຸ່ນ ແລະ ຄົນລາວທີ່ໄປອາໄສຢູ່ຕ່າງປະເທດ.

ທ່ານ ນາງ ວິໄລວອນ ຈັນທະລາຕີ, ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ໃຫ້ສໍາພາດວ່າ: ນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ອງທ່ຽວຢູ່ນະຄອນຫຼວງວຽງຈັນ ທັງໝົດນີ້ໄດ້ປະຕິບັດຕາມມາດຕະຖານລາວເຊບ ( Lao Safe ) ທີ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງ ກໍຄື ລັດຖະບານລາວກໍານົດທຸກຢ່າງ, ພ້ອມທັງພັກເຊົາຢູ່ພາຍໃນ 40 ໂຮງແຮມທີ່ມີເງື່ອນໄຂຮັບນັກທ່ອງທ່ຽວຕ່າງປະເທດທີ່ກໍານົດໄວ້ ແລະ ທ່ອງທ່ຽວພາຍໃນສະຖານທີ່ທ່ອງທ່ຽວສີຂຽວທີ່ກໍານົດໄວ້ ຄື: ທາດຫຼວງ, ຫໍພະແກ້ວ, ວັດສີສະເກດ, ຫໍຫຼັກເມືອງ, ວັດສີເມືອງ, ສວນວັດທະນະທໍາຊຽງຄວນ, ນໍ້າປຽນຢໍລະປາ, ພິພິທະພັນສິລະປະລາວສະໄໝ ແລະ ສວນພຶກສາ. ສ່ວນຂໍ້ຫຍຸ້ງຍາກທີ່ພົບ ແມ່ນບັນຫາການກວດຫາເຊື້ອພະຍາດໂຄວິດ-19 ນໍານັກທ່ອງທ່ຽວຕ່າງປະເທດທີ່ເດີນທາງເຂົ້າມາ ເຊິ່ງເບື້ອງຕົ້ນກໍານົດ 24 ຊົ່ວໂມງ ແຕ່ເຮັດບໍ່ໄດ້ຈຶ່ງຈໍາເປັນຕ້ອງເພີ່ມເປັນ 48 ຊົ່ວໂມງ ເຮັດໃຫ້ນັກທ່ອງທ່ຽວເສຍເວລາ ແລະ ມີການຈົ່ມວ່າເລັກນ້ອຍ.

ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ໃຫ້ຮູ້ຕື່ມວ່າ: ເຖິງວ່າໃນໄລຍະ 1 ເດືອນກວ່າມານີ້ ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວນະຄອນຫຼວງວຽງຈັນ 84 ຄົນ, ແຕ່ນີ້ຖືເປັນສັນຍານທີ່ດີທີ່ບອກໃຫ້ຮູ້ວ່ານັກທ່ອງທ່ຽວຕ່າງປະເທດຍັງສົນໃຈເດີນທາງເຂົ້າມາທ່ອງທ່ຽວລາວຢູ່ ແລະ ຄາດວ່າ ຖ້າຫາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ລາວນັບມື້ລົດລົງ ໝົດປີ 2022 ນີ້ ຈະມີນັກທ່ອງທ່ຽວຕ່າງປະເທດເດີນທາງມາທ່ອງທ່ຽວນະຄອນຫຼວງວຽງຈັນ ປະມານ 300,000 ຄົນ.

ຂໍ້ມູນຈາກ: https://bit.ly/34uuLIS

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/