ອະທິບາຍໄດ້ແລ້ວ! ວ່າເປັນຫຍັງກົ້ນຈຶ່ງແຍກໄດ້ລະຫວ່າງຕົດ ແລະ ອາຈົມ


ມັນອາດຈະຟັງເປັນເລື່ອງທຳມະດາ ຫຼື ປົກກະຕິເກີນໄປທີ່ຈະມາສົງໄສ ແຕ່ວ່າຮູ້ຫຼືບໍ່ເປັນຫຍັງກົ້ນຂອງເຮົານັ້ນຈຶ່ງສາມາດແຍກອອກໄດ້ ລະຫວ່າງຕົດ ແລະ ອາຈົມ? ອ້າງອີງຈາກວີດີໂອໃນ YouTube, Dr. Matt Barton ທີ່ເປັນນັກວິໄຈຈາກມະຫາວິທະຍາໄລ Griffiths, ອອສເຕເລຍ ໄດ້ປ່ອຍວິດີໂອອະທິບາຍເລື່ອງນີ້ລົງໃນຊ່ອງທາງດັ່ງກ່າວໄວ້ແລ້ວ.

ການຈະຮູ້ວ່າຕົດ ແລະ ອາຈົມແຕກຕ່າງກັນແມ່ນເລີ່ມຕັ້ງແຕ່ຕອນທີ່ຄົນເຮົານັ້ນຍັງເປັນຕົວອ່ອນຢູ່, ມັນຈະມີທໍ່ຍາວທໍ່ໜຶ່ງເອີ້ນວ່າທໍ່ລຳໄສ້ ທີ່ພາຍຫຼັງຈະກາຍເປັນພື້ນທີ່ຍ່ອຍອາຫານ ໂດຍແບ່ງອອກເປັນລຳໄສ້ທັງ 3 ທໍ່ຄື: foregut, midgut  ແລະ hindgut. ພາຍໃນໄລຍະເວລາປະມານ 7 ອາທິດ, hindgut ແລະ ທໍ່ທີ່ໃຊ້ປັດສະວະກໍຈະແຍກອອກຈາກກັນ ກາຍເປັນຮູທະວານ ແລະ ຮູປັດສະວະ ມັນຈຶ່ງອະທິບາຍໄດ້ວ່າເປັນຫຍັງເຮົາຈຶ່ງບໍ່ຖ່າຍເບົາຈາກກົ້ນ.

ພາຍໃນ hindgut ນັ້ນກໍຈະມີບໍລິເວນໜຶ່ງຊື່ວ່າ pectinate line ທີ່ເຮັດໜ້າທີ່ຮັບຜິດຊອບໄຈ້ແຍກ ວ່າແມ່ນແກສ ຫຼື ສິ່ງເສດເຫຼືອທີ່ຮ່າງກາຍຕ້ອງການເອົາອອກ. ເມື່ອສິ່ງໃດສິ່ງໜຶ່ງລະຫວ່າງແກສ ແລະ ອາຈົມເຂົ້າໄປໃນເສັ້ນທາງຮູທະວານແລ້ວ, ບໍລິເວນລຳໄສ້ກໍຈະຂະຫຍາຍໄປກະຕຸ້ນຕ່ອມຮັບແຮງກົດ ຈາກນັ້ນກໍສົ່ງໄປທີ່ເສັ້ນປະສາດ ເພື່ອໃຫ້ຮ່າງກາຍຮູ້ສຶກວ່າມີສິ່ງໃດເຂົ້າມາໃນຮູທະວານແລ້ວ. ເມື່ອເຂົ້າໄປຮອດ pectinate line ທີ່ແປງຕ່ອມຮັບການຂະຍາຍເປັນຕ່ອມຮັບຮູ້ສຳຜັດຄືກັບສຳຜັດທີ່ຜິວໜັງ ດ້ວຍເຫດນັ້ນມັນຈຶ່ງເປັນບ່ອນທີ່ສາມາດແຍກອອກລະຫວ່າງແຮງດັນ ຫຼື ອາຈົມໄດ້. ສິ່ງນັ້ນຈະເປັນຕົວບອກວ່າຫຼັງຈາກນັ້ນຮ່າງກາຍເຮົາຄວນປ່ອຍແຮງດັນອອກມາ ຫຼື ໄປເຂົ້າຫ້ອງນ້ຳດີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/