ລ້າງແຄ້ນ 10 ປີກໍຍັງບໍ່ສວາຍ! ຕຳຫຼວດອາເມຣິກາເຊີນຊວນປະຊາຊົນສະຫຼອງວັນແຫ່ງຄວາມຮັກ ໂດຍໃຫ້ແຈ້ງເບາະແສການກະທຳທີ່ຜິດກົດໝາຍຂອງແຟນເກົ່າ


ວັນວາເລນທາຍ ຫຼື 14 ກຸມພາ ອາດເອີ້ນໄດ້ວ່າເປັນວັນທີ່ຄົນທົ່ວໂລກອອກມາສະແດງຄວາມຮັກເຊິ່ງກັນແລະກັນ ແຕ່ສຳລັບຫຼາຍຄົນແລ້ວອາດເບິ່ງຄືວ່າມື້ນີ້ ເປັນມື້ແຫ່ງຄວາມຄຽດແຄ້ນແຟນເກົ່າທີ່ທຸກໆປີມັນຈະຢ້ອນເອົາຄວາມຊົງຈຳກັບແຟນເກົ່າກັບມາຫາເຮົາຢູ່ທຸກຄັ້ງ! ຢ່າງໃດຕາມ ເຖິງວ່າແຟນເກົ່າຈະເຮັດບໍ່ດີກັບເຮົາ ແຕ່ວ່າການລ້າງແຄ້ນແຟນເກົ່າ 10 ປີກໍຍັງບໍ່ສວາຍເທື່ອ ເພາະທາງພະແນກຕຳຫຼວດຂອງລັດຕ່າງໆ ໃນສະຫະລັດອາເມຣິກາ ໄດ້ອອກແຄັມເປນ ທີ່ເຊີນຊວນຜູ້ຄົນມາຮ່ວມສະຫຼອງວັນວາເລນທາຍດ້ວຍການແຈ້ງເບາະແສການກະທຳທີ່ຜິດກົດໝາຍຂອງແຟນເກົ່າ ສ່ວນທີ່ເຫຼືອທາງເຈົ້າໜ້າທີ່ຈະຈັດການເອງ.

ພະແນກຕຳຫຼວດຈາກລັດຕ່າງໆ ໃນສະຫະລັດອາເມຣິກາ ເຊັ່ນ: Florida, Louisiana, Georgia ໄດ້ຮ່ວມກັນເຊີນໃຫ້ຜູ້ຄົນແຈ້ງເບາະແສການກະທຳຜິດກົດໝາຍໃນຮູບແບບຕ່າງໆ ຂອງແຟນເກົ່າຕົນເອງ ບໍ່ວ່າຈະເປັນການໃຊ້ຄວາມຮຸນແຮງ, ຢາເສບຕິດ ຫຼື ຄະດີອື່ນໆ ແລ້ວທາງເຈົ້າໜ້າທີ່ຕຳຫຼວດຈະນຳເອົາຂວງຂວັນສຸດພິເສດໄປມອບໃຫ້ໜ້າປະຕູເຮືອນຂອງຜູ້ກະທຳຜິດ.

ສຳລັບຜູ້ແຈ້ງເບາະແສກໍຈະໄດ້ຮັບຮາງວັນອີກເຊັ່ນ: ເປັນສາຍແຂນ platinum limited-edition, ລົດຮັບສົ່ງຟຣີພ້ອມຄົນຂັບ, ທີ່ພັກຢ່າງໜ້ອຍໜຶ່ງຄືນກັບຮູບຖ່າຍງາມໆ ແລະປິດທ້າຍດ້ວຍອາຫານຄ່ຳສຸດພິເສດ ເຊິ່ງໂປຣໂມຊັ່ນຂອງແຄັມເປນນີ້ ແມ່ນຈະແກ່ຍາວຕະຫຼອດເດືອນກຸມພາ 2022 ນີ້ ເອີ້ນໄດ້ວ່າແຄັມເປນນີ້ແມ່ນກຸ້ມສຸດໆເລີຍ ທັງໄດ້ລ້າງແຄ້ນແຟນເກົ່າ ແລະ ຍັງໄດ້ສະຫຼອງວັນວາເລນທາຍແບບຄັກໆອີກພ້ອມ.

ຫຼັງຈາກແຄັມເປນນີ້ຖືກປະກາດອອກມາ ຫຼາຍຄົນກໍອອກມາຊົມເຊີຍຄວາມຄິດສ້າງສັນຂອງພະແນກຕຳຫຼວດໃນການຫາເບາະແສຂອງຜູ້ກະທຳຜິດ. ແຕ່ຄົນບາງສ່ວນບອກວ່າແຄັມເປນນີ້ອາດຈະໄປກະຕຸ້ນໃຫ້ຜູ້ກະທຳຜິດຮ້ອນຕົວແລະພະຍາຍາມຈະ “ຈັດການ” ຜູ້ແຈ້ງເບາະແສ ເຊິ່ງອາດໃຫ້ເກີດອາຊະຍາກຳຂຶ້ນໄດ້ ຂຶ້ນຢູ່ກັບວ່າພວກເຂົາເຮັດຄວາມຜິດມາຮ້າຍແຮງເທົ່າໃດ.

ທາງດ້ານ Maria Haberfeld ຫົວໜ້າພະແນກກົດໝາຍແລະວິທະຍາສາດຕໍາຫຼວດຂອງວິທະຍາໄລ John Jay College of Criminal Justice ກ່າວວ່າແນວທາງນີ້ອາດນຳມາສູ່ການໃຫ້ຂໍ້ມູນທີ່ບໍ່ເປັນຄວາມຈິງເພື່ອເປັນການແກ້ແຄ້ນ ເຊິ່ງມັນໝາຍຄວາມວ່າກຳລັງມີຜູ້ບໍລິສຸດກຳລັງຕົກເປັນເຫຍື່ອໃນແຄັມເປນນີ້ ແລະ ມັນຍັງເປັນການເພີ່ມວຽກສອບສວນໃຫ້ກັບຕຳຫຼວດອີກດ້ວຍ.

ຢ່າງໃດກໍຕາມ Sgt. William Harrison ເຈົ້າໜ້າທີ່ປະຊາສໍາພັນຊົ່ວຄາວຂອງ Port Orange ກ່າວວ່າ ແຄັມເປນນີ້ເປັນແຄັມເປນທີ່ກະຕຸ້ນໃຫ້ປະຊາຊົນອອກມາແຈ້ງເບາະແສການເຮັດຜິດໃນສັງຄົມ ເຊິ່ງເປັນແນວທາງປົກກະຕິໃນການປະຕິບັດໜ້າທີ່ຢູ່ແລ້ວ “ເຮົາບໍ່ສາມາດເຮັດວຽກໄດ້ຫາກບໍ່ໄດ້ຮັບການຮ່ວມມືຈາກປະຊາຊົນ ເຮົາບໍ່ສາມາດຫາຄົນເຮັດຜິດໄດ້ໂດຍບໍ່ໄດ້ຮັບເບາະແສ ດັ່ງນັ້ນຈຶ່ງເປັນໜຶ່ງໃນແນວທາງໃນການປະຕິບັດໜ້າທີ່ຂອງເຮົາ” William ໄດ້ກ່າວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/