ສົງຄາມລະຫວ່າງຈີນ ແລະ ສະຫະລັດອາເມຣິກາ ທີ່ສົ່ງຜົນຕໍ່ນັກກິລາ Olympics


ຈາກເຫດການທີ່ເກີດຂຶ້ນໃນງານມະຫະກຳກິລາ Olympics ລະດູໜາວຄັ້ງນີ້ທີ່ຈີນເປັນເຈົ້າພາບ ອາດເວົ້າໄດ້ວ່າເປັນງານທີ່ເຮັດໃຫ້ເກີດມີຫຼາຍໆຂໍ້ຖົກຖຽງກັນ ບໍ່ວ່າຈະເປັນ ເລື່ອງສະຖານທີ່ບໍ່ເໝາະສົມ, ສະພາບອາກາດທີ່ບໍ່ເອື້ອອຳນວຍ ຈົນໄດ້ສ້າງຫິມະທຽມຂຶ້ນມາ. ຫຼ້າສຸດບັນຫາຄວາມຂັດແຍ້ງ ດ້ານເສດຖະກິດ-ການເມືອງ ຂອງອາເມຣິກາແລະຈີນ ກໍໄດ້ລາມໄປຮອດ ບັນດານັກກິລາແລ້ວ ໂດຍສະເພາະ ນັກກິລາທີ່ມີເຊື້ອສາຍ ຈີນ-ອາເມຣິກາ.

ການແຂ່ງຂັນຄັ້ງນີ້ ມີນັກກິລາສອງດາວເດັ່ນ ທີ່ມີຄວາມກ່ຽວຂ້ອງລະຫວ່າງ ຈີນ-ອາເມຣິກາ ໂດຍທີ່ທັງສອງເປັນນັກກິລາທີ່ລົງຫຼິ້ນໃນນາມທີມຊາດຈີນ ແຕ່ທັງສອງ ເກີດ, ເຕີບໃຫຍ່ ແລະ ໃຊ້ຊີວິດສ່ວນໃຫຍ່ຢູ່ທີ່ສະຫະລັດອາເມຣິກາ ນັ້ນກໍຄື: Eileen Gu ນັກກິລາ Freestyle skiing ແລະ Zhu Yi ນັກກິລາ Ice Skate. ໂດຍທາງ Eileen Gu ສາມາດຄວ້າຫຼຽນຄຳ ແລະ ປະສົບຜົນສຳເລັດຢ່າງສູງ ໃນນາມທີມຊາດຈີນ ເຮັດໃຫ້ປະຊາຊົນຊາວຈີນພູມໃຈສຸດໆ ທີ່ນັກກິລາເຊື້ອຊາດ ອາເມຣິກາ ເລືອກຫຼິ້ນໃຫ້ຈີນ ແລະ ປະສົບຜົນສຳເລັດ.

ຕັດພາບມາທີ່ Zhu Yi ທີ່ປະກາດເລືອກປ່ຽນສັນຊາດມາຫຼິ້ນໃຫ້ຈີນ ຈາກກ່ອນໜ້ານັ້ນໄດ້ຫຼິ້ນໃຫ້ອາເມຣິກາມາກ່ອນ ເມື່ອທາງການຈີນໄດ້ປະກາດວ່າລາວເປັນນັກກິລາຂອງຈີນແລ້ວ ຊາວເນັດຈີນກໍພາກັນໄປຄົ້ນປະຫວັດ ແລະ ພົບວ່າສະໄໝລາວຫຼິ້ນໃຫ້ອາເມຣິການັ້ນ ມີຜົນງານທີ່ດີຫຼາຍ ປະສົບຜົນສຳເລັດໃນລະດັບໜຶ່ງ. ແຕ່ກັບກັນ ເມື່ອມາຫຼິ້ນໃຫ້ຈີນໃນ Olympics ຄັ້ງນີ້ກັບກາຍເປັນເຮັດຜົນງານບໍ່ຄືເກົ່າປານໜ້າມືເປັນຫຼັງມື, ໃນການແຂ່ງຂັນ Skate ຄັ້ງນີ້ ລາວລົ້ມໄປຮອດສອງເທື່ອ ແລະ ບໍ່ໄດ້ເຂົ້າໃກ້ກັບຄຳວ່າຫຼຽນໃດໆເລີຍ.

ຈາກເຫດການດັ່ງກ່າວ ເຮັດໃຫ້ຊາວຈີນບາງຄົນບໍ່ພໍໃຈ ແລະ ກ່າວຫາຕ່າງໆນານາ. ບາງຄົນກໍບອກວ່າ Zhu Yi ເປັນໂຈນ, ລາວລັກເອົາຄວາມຝັນຂອງຄົນອື່ນ, ລັກເອົາບົດບາດໜ້າທີ່ຂອງຄົນອື່ນ ແລະ ບໍ່ເໝາະສົມກັບການເປັນຕົວແທນປະເທດຈີນ. ຊຳ້ຮ້າຍໄປກວ່ານັ້ນບາງຄົນກ່າວຫາວ່າລາວ ເປັນສາຍລັບຂອງອາເມຣິກາທີ່ສົ່ງມາທຳລາຍຊື່ສຽງຂອງປະເທດຈີນ ພ້ອມກັບ ໄລ່ລາວກັບປະເທດອາເມຣິກາ.

ທີ່ກ່າວມາທັງໝົດ ມັນກໍເປັນພຽງສ່ວນໜ້ອຍທີ່ຢູ່ຕາມສັງຄົມອອນລາຍ ເພາະຊາວຈີນສ່ວນໃຫຍ່ກໍບໍ່ເຫັນດີກັບການກະທຳແບບນີ້ ແລະ ກ່າວປະນາມຄົນທີ່ແບ່ງແຍກເຊື້ອຊາດ ໂດຍກ່າວວ່າ ສິ່ງທີ່ເກີດຂຶ້ນກັບ Zhu Yi ມັນເປັນສິ່ງທີ່ບໍ່ສົມຄວນຢ່າງຍິ່ງ ແລະ ນັກກິລາທຸກຄົນຄວນຈະໄດ້ຮັບການປະຕິບັດທີ່ດີກວ່ານີ້ ບໍ່ວ່າຜົນການແຂ່ງຂັນຈະອອກມາເປັນແແບບໃດ ແລະ ນັກກິລາຄົນນັ້ນ ເປັນຄົນສັນຊາດໃດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/