10 ດອກໄມ້ ທີ່ເໝາະແກ່ການມອບໃຫ້ກັນໃນວັນ Valentine ພ້ອມກັບຄວາມໝາຍດີໆ


ເນື່ອງໃນໂອກາດຕ້ອນຮັບວັນ Valentine ທີ່ໃກ້ຈະມາຮອດ ເຊື່ອວ່າຫຼາຍໆຄົນກໍອາດຈະກຽມຂອງຂວັນໃຫ້ແຟນຕົນເອງເປັນທີ່ຮຽບຮ້ອຍແລ້ວ ແລະ ສຳລັບຄົນທີ່ຍັງຄິດບໍ່ທັນອອກ ຈະຊື້ຫຍັງໄປໃຫ້ກັບຄົນຮັກຂອງຕົນເອງດີ ມື້ນີ້ເຮົາມີ 10 ດອກໄມ້ ທີ່ມີຄວາມສວຍງາມແລະຄວາມໝາຍດີໆມາແນະນຳ ເຊິ່ງເໝາະກັບການມອບໃຫ້ແຟນໃນວັນແຫ່ງຄວາມຮັກນີ້.

1. ດອກເຢີບີຣ່າ (Gerbera)

ເປັນຕົວແທນຂອງຄວາມຮັກທີ່ຊື່ກົງແລະຈົງຮັກພັກດີ ເຊິ່ງປຽບໄດ້ຄືກັບລັກສະນະຂອງດອກໄມ້ ທີ່ມີສິສັນງາມ, ສົດໃສ, ຢູ່ໄດ້ດົນ ແລະ ຍັງເປັນດອກໄມ້ທີ່ນິຍົມເອົາມາປະດັບອາຄານອີກດ້ວຍ. ນອກຈາກຄວາມສວຍງາມແລະທົນທານແລ້ວ ດອກເຢີບີຣ່າຍັງມີຄຸນສົມບັດໃນການດູດສານພິດໄດ້ເປັນຢ່າງດີ.

2. ດອກເດຊີ່ (Daisy)

ດອກເດຊີ່ນັ້ນ ນອກຈາກຈະເປັນດອກໄມ້ທີ່ມີຄວາມໜ້າຮັກສົດໃສແລ້ວ ດ້ວຍລັກສະນະຂອງດອກທີ່ມີຂະໜາດນ້ອຍ, ໜ້າຮັກ ເຮັດໃຫ້ດອກໄມ້ຊະນິດນີ້ເປັນທີ່ນິຍົມ ເຊິ່ງຄວາມໝາຍຂອງດອກເດຊີ່ ກໍມີຄວາມໜ້າຮັກແລະຄວາມໝາຍດີຄືຕົວດອກໄມ້ເລີຍ ເຊິ່ງເດຊີ່ມີຄວາມໝາຍເຖິງຄວາມສວຍງາມ, ຄວາມບໍລິສຸດໄຮ້ດຽງສາ, ຄວາມຫວັງ, ຄວາມຊື່ສັດ ແລ້ວຍັງເປັນສັນຍະລັກແທນຄວາມຮັກແລະແທນໃຈໃຫ້ກັບຄົນພິເສດໄດ້ອີກດ້ວຍ.

3. ດອກໄອຣິສ (Iris)

ມີຖິ່ນກຳເນີດໃນອາຟຣິກາໃຕ້ ແລະ ເຂດຕະເວັນອອກຂອງທະເລ Mediterranean ເປັນດອກໄມ້ທີ່ເປັນຕົວແທນໃຫ້ຄວາມສຸກ, ມິດຕະພາບ, ຄວາມຮັກທີ່ບໍລິສຸດ, ຄວາມກະຕັນຍູ, ຄວາມກ້າຫານ ແລະ ຄວາມສັດທາ ສາມາດມອບໃຫ້ຄົນທີ່ມັກ ຫຼື ຄົນຮັກເກົ່າ.
ສຳລັບຄົນທີ່ເຄີຍມີຄວາມຮັກແຕ່ຕ້ອງເລີກລາກັນໄປ ເມື່ອກັບມາພົບກັນອີກຄັ້ງ ແລະ ຕ້ອງການທີ່ຈະໃຫ້ຖ່ານໄຟເກົ່າມັນຮຸ່ງຂຶ້ນມາອີກ ກໍແນະນຳໃຫ້ໃຊ້ດອກໄອຣິສມອບໃຫ້ແກ່ເຂົາຄົນນັ້ນ.

4.ດອກກຸຫຼາບ (Rose)

ດອກກຸຫຼາບ ເປັນດອກໄມ້ແທນໃຈ ແລະ ແທນຄວາມປາດຖະໜາ ນິຍົມໃຊ້ເພື່ອທີ່ຈະບອກຄວາມໝາຍເຖິງການເປັນທີ່ຮັກ ເປັນຄວາມຫອມຫວານແລະແສງສະຫວ່າງຂອງຊີວິດ. ແຕ່ວ່າກຸຫຼາບຕ່າງສີ ກໍຍັງມີຄວາມໝາຍແຕກຕ່າງກັນອອກໄປອີກພ້ອມເຊັ່ນ: ດອກກຸຫຼາບຂາວ ໝາຍເຖິງຄວາມມີສະເໜ່ ແລະ ຄວາມສະຫງົບ, ກຸຫຼາບແດງ ທີ່ເປັນທີ່ນິຍົມນັ້ນໝາຍເຖິງ ຄວາມຮັກ, ຄວາມປາຖະໜາ ແລະ ທີ່ສຳຄັນເປັນດອກໄມ້ຂອງຄິວປິດອີກດ້ວຍ.

5. ດອກຕາເວັນ (Sunflower)

ດອກໄມ້ສີເຫຼືອງສົດໃສນີ້ ແມ່ນຈະບານ ຫຼື ຫັນໄປຕາມແສງຂອງດວງຕາເວັນ ເປັນດອກໄມ້ທີ່ສື່ຄວາມໝາຍເຖິງຄວາມເຊື່ອໝັ້ນ, ຮັກດຽວໃຈດຽວ, ຄວາມຮັກທີ່ໝັ້ນຄົງສະເໝີ ແລະ ຖ້າຫາກໃຜກໍຕາມທີ່ໄດ້ຮັບດອກຕາເວັນ ກໍອາດຈະຕີຄວາມໝາຍໄດ້ວ່າ ຜູ້ໃຫ້ແມ່ນຕ້ອງການທີ່ຈະເອົາຊະນະໃຈເຈົ້າໃຫ້ໄດ້ ຫຼື ບໍ່ກໍອາດຈະໝາຍເຖິງຜູ້ໃຫ້ຕ້ອງການທີ່ຈະບອກວ່າຄວາມຮັກຂອງເຂົາເປັນທີ່ຮັກທີ່ໝັ້ນຄົງ ແລະ ຊື່ສັດ ກໍໄດ້ເຊັ່ນກັນ.

6. ດອກແກລດິໂອລັສ (Gladiolus)

ເປັນດອກໄມ້ທີ່ມີສີສັນສົດໃສ ເຊິ່ງມີຖິ່ນກຳເນີດຢູ່ທີ່ບໍລິເວນ Mediterranean. ເປັນດອກໄມ້ແທນຄວາມຮູ້ສຶກຍິນດີ, ດອກໄມ້ແຫ່ງຄຳໝັ້ນສັນຍາ, ຄວາມຮັກຜູກພັນ ແລະ ແທນຄວາມກ້າຫານແຂງແກ່ນ. ໂດຍເຈົ້າສາມາດເລືອກໃຊ້ດອກແກລດິໂອດັສມອບແກ່ຄົນທີ່ເຈົ້າເຄົາລົບ ເພື່ອສະແດງຄວາມນັບຖື ເຊິ່ງຈະເໝາະກັບໂອກາດທີ່ໜ້າຍິນດີຕ່າງໆ ເຊັ່ນ: ການຈົບການສຶກສາ, ເລື່ອນຕຳແໜ່ງ ຫຼື ໄດ້ວຽກໃໝ່. ນອກຈາກນີ້ຍັງມີຄວາມພິເສດທີ່ເໝາະກັບການມອບໃຫ້ ຍິງສາວທີ່ມີຄວາມໝັ້ນໃຈ, ເຂັ້ມແຂງ ແລະ ມີຄວາມເປັນຕົນເອງຫຼາຍທີ່ສຸດ.

7. ດອກເບນຈະມາດ (Chrysanthemum)

ດອກເບນຈະມາດນັ້ນ ເປັນດອກໄມ້ແຫ່ງຄວາມມ່ວນຊື່ນແລະຄວາມບໍລິສຸດໃຈ, ຜູ້ທີ່ມັກດອກໄມ້ນີ້ ສະແດງວ່າເປັນຄົນເບິ່ງໂລກໃນແງ່ດີຢູ່ສະເໝີ. ຖ້າຫາກເຈົ້າຢາກສະແດງເຖິງຄວາມມ່ວນຊື່ນເບີກບານ ໃຫ້ໃຊ້ດອກໄມ້ນີ້ແກ່ຜູ້ຮັບ.

ດອກເບນຈະມາດແມ່ນມີຫຼາຍສີສັນ ແຕ່ສີທີ່ໄດ້ຮັບຄວາມນິຍົມແມ່ນຈະເປັນສີຂາວທີ່ມີຄວາມໝາຍເຖິງ ຄວາມຊື່ສັດ ແລະ ດອກເບນຈະມາດສີແດງທີ່ຄົນສ່ວນຫຼາຍນິຍົມມອບໃຫ້ກັນ ແມ່ນໝາຍເຖິງການມັກຮັກໃຜຈັກຄົນ.

8. ດອກລິລລີ່ (Lily)

ເປັນດອກໄມ້ທີ່ມີຫຼາກຫຼາຍສີສັນ ບໍ່ວ່າຈະເປັນສີຂາວ ຫຼື ບົວ ດອກລິລລີ່ນັ້ນເປັນດອກໄມ້ແທນຄວາມຮັກທີ່ອ່ອນຫວານ ແລະ ໜ້າຮັກສົດໃສ. ຖ້າຫາກມີໃຜມອບຊໍ່ດອກລິລລີ້ໃຫ້ກັບເຈົ້າຫຼືເຈົ້າມອບດອກລິລລີ່ໃຫ້ຄົນອື່ນກໍໝາຍເຖິງ ຄວາມປະທັບໃຈໃນຕົວຂອງອີກຄົນໜຶ່ງເປັນຢ່າງຫຼາຍ. ແຕ່ຖ້າເປັນຄົນຮັກກັນແລະມອບໃຫ້ກັນ ກໍຈະໝາຍເຖິງ ອີກຝ່າຍໜຶ່ງເປັນຄູ່ຮັກທີ່ສົມບູນແບບແທ້ໆ ຫຼືບາງເທື່ອກໍອາດຈະໝາຍເຖິງ ຜູ້ທີ່ໄດ້ຮັບເປັນຄົນທີ່ມີຄວາມຮັກບໍລິສຸດ.

9. ດອກຄາເນຊັ່ນ (Carnation flower)

ເປັນດອກໄມ້ແທນຄວາມຮູ້ສຶກຂອງຄວາມຮັກທີ່ບໍ່ຫວັງສິ່ງໃດໆ ຕອບແທນ. ດອກຄາເນຊັ່ນນັ້ນມີຫຼາຍສີ ເຊິ່ງແຕ່ລະສີກໍຈະໃຫ້ຄວາມຮູ້ສຶກທີ່ແຕກຕ່າງອອກໄປ ເຊັ່ນ: ດອກຄາເນຊັ່ນສີແດງ ແທນຄວາມຮູ້ສຶກສັດທາ, ຄາເນຊັ່ນສີຂາວ ເປັນຄວາມຮັກທີ່ບໍລິສຸດ, ຄາເນຊັ່ນສີບົວໝາຍເຖິງຄວາມຮັກທີ່ອ່ອນຕໍ່ໂລກແລະໄຮ້ດຽງສາ.

10.  ດອກທິວລິບ (Tulip)

ທິວລິບແມ່ນສື່ຄວາມໝາຍເຖິງ ການຫຼົງຮັກແບບຖອນຕົວບໍ່ໄດ້. ໃຜທີ່ຕ້ອງການຈະບອກຄົນທີ່ຕົນເອງຮັກວ່າ “ຂ້ອຍຮັກເຈົ້າແບບໝົດຫົວໃຈແລ້ວ” ເຊິ່ງນັ້ນບໍ່ມີຫຍັງທີ່ຈະເໝາະໄປກວ່າ ດອກທິວລິບສີແດງແລະສີບົວ ທີ່ໝາຍເຖິງຄວາມຮັກທີ່ເລິກເຊິ່ງແລະຄວາມຄິດຮອດ.

ທີ່ມາ: https://cutt.ly/5ORgCxT

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/