ຫຼາຍປະເທດໃນຢູໂຣບເຊື່ອ ການຮົ່ວໄຫຼຄັ້ງໃຫຍ່ຂອງທໍ່ສົ່ງກ໊າສຈາກຣັດເຊຍ ເກີດຈາກການໂຈມຕີ ບໍ່ແມ່ນອຸບັດຕິເຫດ

ຢູໂຣບ

ໃນວັນທີ 26 ກັນຍາ 2022 ທີ່ຜ່ານມາ ໄດ້ເກີດເຫດການຮົ່ວໄຫຼຄັ້ງໃຫຍ່ຂອງທໍ່ສົ່ງກ໊າສຈາກຣັດເຊຍ Nord Stream ໝາຍເລກ 1 ແລະ 2 ທີ່ທະເລ ບອນຕິກ ເຊິ່ງທັງລັດຖະບານ ເຢຍລະມັນ, ເດນມາກ ແລະ ສະວີເດນ ເຊື່ອວ່າ ການຮົ່ວໄຫຼຄັ້ງນີ້ເກີດຈາກການໂຈມຕີ ບໍ່ແມ່ນອຸບັດຕິເຫດ ຫຼື ໄພທຳມະຊາດ.

ຢູໂຣບ

ບໍລິສັດ Nord Stream AG ເຊິ່ງເປັນຜູ້ດຳເນີນການທຸລະກິດທໍ່ສົ່ງກ໊າສ Nord Stream 1 ແລະ 2 ໄດ້ອອກມາເປີດເຜີຍເມື່ອວັນທີ 27 ກັນຍາ ວ່າ ລະບົບສົ່ງກ໊າສ Nord Stream ໃນທະເລບອນຕິກນັ້ນ ເກີດຄວາມເສຍຫາຍເຖິງ 3 ຈຸດ ພາຍໃນມື້ດຽວກັນ ເຊິ່ງເປັນເລື່ອງທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ໂດຍມີການກວດພົບການຮົ່ວໄຫຼຂອງກ໊າສ 2 ຈຸດ ໃນທໍ່ສົ່ງກ໊າສ Nord Stream 1, ສ່ວນ ທໍ່ສົ່ງກ໊າສ Nord Stream 2 ພົບການຮົ່ວໄຫຼ 1 ຈຸດ.

ຢູໂຣບ

ໂຣເບີດ ຮາເບັກ (Robert Habeck) ລັດຖະມົນຕີເສດຖະກິດ ຂອງເຢຍລະມັນກ່າວຕໍ່ບັນດາຜູ້ນຳພາກທຸລະກິດວ່າ “ການຮົ່ວໄຫຼນັ້ນແມ່ນເກີດຈາກການໂຈມຕີທີ່ຕັ້ງໃຈ ແລະ ຕອນນີ້ລັດຖະບານເຢຍລະມັນຮູ້ຢ່າງໜຶ່ງວ່າ ສິ່ງເຫຼົ່ານີ້ບໍ່ໄດ້ເກີດຈາກອຸບັດຕິເຫດ, ເຫດການທາງທຳມະຊາດ ຫຼື ບັນຫາອຸປະກອນເສື່ອມສະພາບແຕ່ຢ່າງໃດ”.

ຢູໂຣບ

ນາຍົກລັດຖະມົນຕີຂອງສະວີເດນກ່າວວ່າ: ເຫດການຮົ່ວໄຫຼຄັ້ງນີ້ ຊັດເຈນວ່າເປັນການກະທຳທີ່ຕັ້ງໃຈ ໂດຍມີຂໍ້ມູນທີ່ຊີ້ໄດ້ວ່າໜ້າຈະເປັນການໂຈມຕີ. ສ່ວນໃນດ້ານຂອງ ນາຍົກລັດຖະມົນຕີ ໂປແລນ ກໍລະບຸຢ່າງຊັດເຈນວ່າ ນີ້ເປັນການໂຈມຕີ ແຕ່ຍັງບໍ່ມີຫຼັກຖານມາອ້າງອີງ ຫຼື ຢືນຢັນໃດໆ.

ນາຍົກລັດຖະມົນຕີ ໂປແລນ ຍັງໄດ້ກ່າວຕື່ມອີກວ່າ: ເຫດການຮົ່ວໄຫຼຂອງທໍ່ສົ່ງກ໊າສ Nord Stream 1 ແລະ 2 ນັ້ນເປັນການໂຈມຕີທີ່ກ່ຽວຂ້ອງກັບການຍົກລະດັບສະຖານະການຄວາມຮຸນແຮງໃນຢູເຄຣນ.

ເຊັ່ນດຽວກັນກັບເຈົ້າໜ້າທີ່ອາວຸໂສຄົນໜຶ່ງຂອງຢູເຄຣນທີ່ລະບຸວ່າ ຣັດເຊຍຕັ້ງໃຈໃຫ້ເກີດການໂຈມຕີເພື່ອທຳລາຍສະຖຽນລະພາບດ້ານພະລັງງານຂອງຢູໂຣບ.

ຢູໂຣບ

ນັກແຜ່ນດິນວິທະຍາໃນເດນມາກ ແລະ ສະວີເດນລະບຸວ່າ ພົບບັນທຶກການລະເບີດຂຶ້ນ 2 ເທື່ອເມື່ອວັນທີ 26 ກັນຍາ ໃນບໍລິເວນໃກ້ຄຽງກັບພື້ນທີ່ ທີ່ມີລາຍງານການຮົ່ວໄຫຼ ໂດຍສູນສຳຫຼວດທໍລະນີຂອງເດນມາກ ແລະ ສະວີເດນໝັ້ນໃຈວ່າ ສັນຍານການລະເບີດດັ່ງກ່າວບໍ່ໄດ້ມາຈາກເຫດແຜ່ນດິນໄຫວ ແຕ່ມັນຄ້າຍກັບການລະເບີດຂອງວັດຖຸລະເບີດຫຼາຍກວ່າ.

ຢ່າງໃດກໍຕາມ ຈົນເຖິງປັດຈຸບັນ ຍັງບໍ່ມີການລະບຸຢ່າງຊັດເຈນວ່າ ໃຜເປັນຜູ້ຢູ່ເບື້ອງຫຼັງເຫດການຮົ່ວໄຫຼ ຂອງທໍ່ສົ່ງກ໊າສມູນຄ່າຫຼາຍພັນລ້ານໂດລາ ຄັ້ງນີ້.

ສ່ວນໃນດ້ານຂອງຣັດເຊຍເອງ ດີມີຕີ້ ເປສຄອບ (Dmitry Peskov) ໂຄສົກປະຈຳລັດຖະບານຣັດເຊຍກໍອອກມາກ່າວວ່າ: ລັດຖະບານຣັດເຊຍມີຄວາມກັງວົນຕໍ່ເຫດການຮົ່ວໄຫຼດັ່ງກ່າວ ແລະ ກຳລັງຫາສາເຫດຂອງຄວາມເສຍຫາຍທາງທຳມະຊາດບາງຢ່າງທີ່ຕອນນີ້ຍັງບໍ່ສາມາດລະບຸໄດ້ເທື່ອ.

ຢູໂຣບ

ພາຍຫຼັງມີຂ່າວການຮົ່ວໄຫຼດັ່ງກ່າວ ລາຄານໍ້າມັນໃນຢູໂຣບໄດ້ປັບຕົວຂຶ້ນສູງຕາມຂ່າວ ໂດຍລາຄາພະລັງງານໃນເດືອນ ຕຸລາ ຂອງ ເນເທີແລນ ເພີ່ມຂຶ້ນໄປສູງເກືອບ 10% ເຖິງແມ່ນວ່າຈະຕ່ຳກວ່າຈຸດສູງສຸດຂອງປີນີ້ ແຕ່ຍັງຄົງສູງກວ່າໄລຍະດຽວກັນຂອງປີ 2021 ເຖິງ 200%.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ