ສົບຂອງຊາຍທີ່ຈົມນ້ຳເສຍຊີວິດໄປແລ້ວ 6 ອາທິດຍັງກວດພົບວ່າເຊື້ອ Covid-19 ເປັນບວກຢູ່


ຊາຍຊາວຢູເຄຣນອາຍຸ 41 ປີ ໄດ້ເດີນທາງທ່ອງທ່ຽວກັບໝູ່ໄປລອຍນ້ຳໃນແຂວງ Chieti, ປະເທດອີຕາລີ ແຕ່ 16 ຊົ່ວໂມງຕໍ່ມາກໍໄດ້ພົບວ່າຕົວລາວນັ້ນໄດ້ຈົມນ້ຳເສຍຊີວິດໄປແລ້ວ. ເຫດການດັ່ງກ່າວແມ່ນເກີດຂຶ້ນເມື່ອເດືອນກັນຍາຂອງປີທີ່ຜ່ານມາ, ຕົວຜູ້ໂຊກຮ້າຍຄັ້ງນີ້ບໍ່ໄດ້ມີປະຫວັດສຸຂະພາບແຕ່ຢ່າງໃດ ຈົນຜ່ານໄປ 6 ອາທິດທີ່ທາງເຈົ້າໜ້າທີ່ຊັນນະສູດກວດຫາເຊື້ອໂຄວິດ-19 ໃນຮ່າງກາຍແລ້ວພົບວ່າຜົນເປັນບວກບໍ່ຕ່ຳກວ່າ 28 ຄັ້ງ.

ເຖິງແມ່ນວ່າສາເຫດການຕາຍຈະມາຈາກການຈົມນ້ຳ ແຕ່ທາງຄູ່ມືໃນອິຕາລີຈະຕ້ອງໄດ້ມີການກວດຫາເຊື້ອ Covid-19. ທັນທີທີ່ກວດຫາເຊື້ອແລະຊັນນະສູດຮຽບຮ້ອຍ, ສົບກໍຈະຖືກຍ້າຍໄປທີ່່ຫ້ອງເຢັນໃນທ້ອງຖິ່ນ. ຕົວຊາຍດັ່ງກ່າວຖືກເກັບຮັກສາໄວ້ໃນຖົງອະນາໄມກັນນ້ຳ ພາຍໃຕ້ຫ້ອງອຸນຫະພູມ 4 ອົງສາ ເພື່ອລໍຖ້າອະນຸມັດການຝັງສົບ ແຕ່ກໍຫຼ້າຊ້າກວ່າທີ່ຄາດ ເຊິ່ງມັນລາກຍາວໄປຈົນຮອດ 41 ມື້.

ການກວດຫາເຊື້ອຜ່ານຊ່ອງຮູດັງໂດຍເຈົ້າໜ້າທີ່ກຸ່ມທີ່ມີປະສົບການ ແລະ ມີຂັ້ນຕອນຕາມມາດຕະຖານເຖິງ 28 ຄັ້ງ ແຕ່ທຸກຜົນກວດກໍຍັງສະແດງວ່າພົບເຊື້ອ COVID-19 ເປັນບວກຄືເກົ່າ. ບໍ່ພຽງເທົ່ານັ້ນ ພວກເຂົາຍັງກວດອຸປະກອນຂອງຕົນເອງຢ່າງຄັກແນ່ພ້ອມ. ນອກຈາກນີ້ແລ້ວ ເຊື້ອໂຄວິດທີ່ພວກເຂົາກວດພົບນັ້ນ ຜ່ານໄປເກືອບ 6 ອາທິດ ກໍຍັງກາຍເປັນກຸ່ມເຊື້ອດຽວທີ່ກວດພົບໃນໄລຍະຫຼັງພ້ອມ. ວິທີການແມ່ນເຈົ້າໜ້າທີ່ໄດ້ກວດເຊວ RNA ຂອງສົບ ທີ່ຈະມີເຊື້ອຢູ່ນຳ ແຕ່ຫຼັງຈາກຜ່ານໄປ 41 ມື້ ກໍບໍ່ພົບເຊວ RNA ຂອງມະນຸດແລ້ວ ມີພຽງເຊື້ອໂຄວິດທີ່ຍັງກວດພົບຢູ່.

ສິ່ງນີ້ໄດ້ສ້າງຄວາມປະຫຼາດໃຈຢ່າງຫຼວງຫຼາຍ ເນື່ອງຈາກວ່າຊາຍຢູເຄຣນເສຍຊີວິດໄປແລ້ວ ແລະ ບໍ່ມີອາການໃດໆເລີຍ ຈົນເຖິງຂັ້ນທີ່ເຈົ້າໜ້າທີ່ບັນທຶກວ່າມີປະລິມານເຊື້ອພະຍາດຕ່ຳເມື່ອຊາຍດັ່ງກ່າວເສຍຊີວິດລົງ. ເຖິງຢ່າງໃດກໍຕາມ ມັນກໍເປັນສິ່ງຊີ້ນຳໃຫ້ເຫັນວ່າ ການສຶກສາວິໄຈພຶດຕິກຳຂອງໂຄວິດທີ່ເຮົາມີຢ່າງຫຼວງຫຼາຍນັ້ນແມ່ນຈະມາຈາກລະບົບແວດລ້ອມ ແລະ ຄົນທີ່ມີຊີວິດຢູ່ ແຕ່ກໍຍັງຂາດຂໍ້ມູນຂອງເຊື້ອໄວຣັສດັ່ງກ່າວ ວ່າມັນສາມາດຄົງຢູ່ໃນຮ່າງກາຍທີ່ເສຍຊີວິດໄປໄດ້ຫຼືບໍ່ ແລະ ຄວາມສ່ຽງໃນການຕິດຕໍ່ເຊື້ອຈາກຊາກສົບອີກ. ດ້ວຍເຫດນັ້ນ ຄວາມສ່ຽງດັ່ງກ່າວຈຶ່ງລາມໄປຮອດກຸ່ມຄົນທີ່ໄດ້ໃກ້ຊິດໃນຂະນະທີ່ຊັນນະສູດສົບ ຫຼື ສຳຜັດກັບສົບ ເຊັ່ນ: ທີມນັກກວດພະຍາດ ແລະ ບັນດາຊ່ຽວຊານຕ່າງໆ.

ສຸດທ້າຍແລ້ວ ຊາຍຢູເຄຣນກໍໄດ້ຮັບອະນຸມັດໃນການຈັດການກັບຮ່າງກາຍຂອງລາວເຊິ່ງເປັນການຝັງ ແລະ ທີມນັກວິໄຈກໍຕ້ອງໄດ້ຍຸຕິລົງເນື່ອງຈາກຊັນນະສູດຊາກສົບເປັນເວລາດົນ ໂດຍພວກເຂົາຫວັງວ່າການຄົ້ນພົບນີ້ຈະກະຕຸ້ນໃຫ້ເກີດການວິໄຈໃນພາຍພາກໜ້າ.

ເຖິງແມ່ນວ່າການຕິດເຊື້ອຈາກໂຄວິດຈະເປັນທີ່ຮູ້ກັນວ່າຕ້ອງຜ່ານການຫາຍໃຈ ເຊິ່ງທີ່ຈິງແລ້ວນັ້ນບໍ່ແມ່ນປັດໄຈດຽວ; ມັນຍັງມີ ການໄດ້ສຳຜັດກັບອາກາດ ຫຼື​ ສິ່ງຂັບຖ່າຍອອກມາ ກໍສາມາດຕິດເຊື້ອໄດ້. ໃນປັດຈຸບັນຍັງບໍ່ມີການວິໄຈຫຼາຍພຽງພໍເຖິງການທີ່ຜູ້ມີຊີວິດຢູ່ນັ້ນຕິດເຊື້ອຈາກສົບ ແຕ່ຢ່າງໜ້ອຍກໍມີວິໄຈໜຶ່ງສະແດງໃຫ້ເຫັນວ່າສົບຍັງສາມາດຕິດເຊື້ອໄດ້ເປັນເວລາເຖິງ 35 ຊົ່ວໂມງຫຼັງຈາກເສຍຊີວິດ ເຊິ່ງກໍເປັນຂໍ້ມູນສຳຄັນ ໃຫ້ກັບບັນດາສະມາຊິກໃນຄອບຄົວທີ່ຕ້ອງການຈະຈັດການພິທີກຳກັບຮ່າງກາຍຜູ້ເສຍຊີວິດ ວ່າຈະຕ້ອງໄດ້ກຽມຕົວສຳລັບການຝັງ ຫຼື ເຜົາກໍຕາມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/