ດູໄບເປີດຕົວ Museum of the Future ສະຖານທີ່ຮວບຮວມຈິນຕະນາການແຫ່ງໂລກອະນາຄົດ


ໂລກແຫ່ງອະນາຄົດ ແມ່ນໂລກທີ່ມະນຸດເຮົາລ້ວນຈິນຕະນາການເຖິງມັນ ເພາະເຮົາບໍ່ສາມາດຄາດເດົາໄດ້ວ່າມັນຈະອອກມາເປັນໂລກໃນລັກສະນະໃດ ຫຼື ຮູບແບບໃດ. ຢ່າງໃດກໍຕາມເຖິງອະນາຄົດຈະມາບໍ່ທັນຮອດເຮົາ ແຕ່ເຮົາສາມາດສຳຜັດມັນໄດ້ທີ່ Museum of the Future ຫຼື ພິພິທະພັນແຫ່ງອະນາຄົດ ທີ່ໄດ້ເປີດຕົວເມື່ອບໍ່ດົນມານີ້.

ໂດຍ Museum of the Future ຫຼື ພິພິທະພັນແຫ່ງອະນາຄົດ ແມ່ນໄດ້ເລີ່ມຕົ້ນສ້າງໃນປີ 2016 ແລະ ເປີດຕົວທີ່ປະເທດດູໄບ ໃນວັນທີ  22 ກຸມພາ 2022 ທີ່ຜ່ານມານີ້ ເຊິ່ງພິພິທະພັນນີ້ຈະເປັນພື້ນທີ່ທີ່ເປີດໂອກາດໃຫ້ກັບຄົນທຸກເພດທຸກໄວມາຮ່ວມອອກເດີນທາງໄປສູ່ໂລກແຫ່ງອະນາຄົດ ເພື່ອເປັນສ່ວນໜຶ່ງໃນການສ້າງແຮງບັນດານໃຈແລະຄວາມຫວັງເພື່ອສ້າງປັດຈຸບັນທີ່ດີກວ່າເກົ່າ.

Museum of the Future ມີຈຸດເດັ່ນຄື ລັກສະນະຂອງອາຄານທີ່ມີຮູບຮ່າງໂດດເດັ່ນສະດຸດຕາ ໂດຍເປັນການອອກແບບທີ່ປະສົມປະສານລະຫວ່າງເທັກໂນໂລຢີຂັ້ນສູງກັບງານສິລະປະແບບດັ້ງເດີມເພື່ອເຊື່ອມຕໍ່ໂລກອະດີດແລະໂລກແຫ່ງອະນາຄົດໄວ້ນຳກັນ.

ໃນສ່ວນຂອງອາຄານພິພິດທະພັນແຫ່ງນີ້ແມ່ນມີຄວາມສູງ 77 ແມັດ ແລະ ແຝງໄປຄວາມໝາຍສໍາຄັນ ໂດຍລັກສະນະມົນກົມຂອງອາຄານແມ່ນສື່ເຖິງຄວາມເປັນມະນຸດ ພ້ອມສະຫຼັກພາສາອາຫຼັບຈາກບົດກະວີເອົາໄວ້ເທິງຕົວອາຄານ ທີ່ກະຈາຍແສງສະຫວ່າງດ້ວຍໄຟ LED ໃນຕອນກາງຄືນ ເນີນດິນສີຂຽວເຊິ່ງເປັນທີ່ຕັ້ງຂອງພິພິທະພັນມັນກໍສື່ຄວາມໝາຍເຖິງໂລກຂອງເຮົາ, ຊ່ອງວ່າງທີ່ຢູ່ບ່ອນກາງຂອງວົງມົນເປັນສັນຍະລັກຂອງຂອງອະນາຄົດທີ່ບໍ່ສາມາດຄາດເດົາໄດ້ ແລະ ທີ່ສຳຄັນພາຍໃນອາຄານບໍ່ມີເສົາເຊິ່ງເປັນກ້າວສຳຄັນຂອງການກໍ່ສ້າງ.

ນອກຈາກນີ້ ສິ່ງທີ່ໜ້າສົນໃຈຂອງ Museum of the Future ບໍ່ແມ່ນພິພິທະພັນທົ່ວໄປທີ່ຈັດສະແດງວັດຖຸບູຮານ ແຕ່ເປັນປະຕູສູ່ໂລກອະນາຄົດທີ່ປະສົມປະສານອົງປະກອບຂອງນິທັດສະການ, ໂຮງລະຄອນ ແລະ ສະຖານທີ່ຕາມຕີມ ເຊິ່ງໃນແຕ່ລະຊັ້ນຂອງອາຄານນັ້ນຄືກັນກັບເອົາສາກໃນຮູບເງົາຈາກອະນາຄົດ ທີ່ໃຫ້ຄົນສາມາດມີສ່ວນຮ່ວມແລະສາມາດໂຕ້ຕອບໄດ້.

ພິພິທະພັນແຫ່ງນີ້ນັບວ່າເປັນອີກໜຶ່ງສະຖານທີ່ຂອງໂລກທີ່ໜ້າສົນໃຈ ແລະ ມັນກໍຍັງສາມາດເປັນແຮງບັນດານໃຈໃນການຕໍ່ຍອດຈິນຕະນາການທີ່ສາມາດເກີດຂຶ້ນໄດ້ແທ້ໃຫ້ກັບຄົນທຸກເພດທຸກໄວ ໂດຍເປີດໃຫ້ທຸກຄົນເຂົ້າໄປຢ້ຽມຢາມແລ້ວນັບຕັ້ງແຕ່ມື້ນີ້ ຜ່ານການຈອງທາງເວັບໄຊ Museum of the Future ໂດຍມີຄ່າບໍລິການ 145 AED ຫຼື ປະມານ 400,000 ກີບ, ສຳລັບຜູ້ທີ່ມີອາຍຸ 3 ປີຂຶ້ນໄປ ສ່ວນເດັກນ້ອຍທີ່ອາຍຸຕໍ່າກວ່າ 3 ປິ ແລະ ບຸກຄົນທີ່ໄດ້ຮັບການຍົກເວັ້ນສາມາດເຂົ້າໄດ້ຟຣີ.

Link ວິດີໂອເປີດຕົວ Museum of the Future: https://cutt.ly/mPKaXRc

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/