Anonymous ກຸ່ມແຮັກເກີຊື່ດັງປະກາດ ເຮັດສົງຄາມໄຊເບີກັບ ປູຕິນ ແລະ ລັດຖະບານຣັດເຊຍ


ປັດຈຸບັນຣັດເຊຍກຳລັງຖືກຈັບຕາເບິ່ງຈາກຄົນທົ່ວໂລກ ຈາກການເຮັດສົງຄາມກັບຢູເຄຣນ. ຫຼ້າສຸດ ກຸ່ມແຮັກເກີລະດັບໂລກ Anonymous ໄດ້ປະກາດວ່າຈະເຮັດສົງຄາມໄຊເບີກັບຣັດເຊຍ. ໂດຍກຸ່ມ Anonymous ເປັນການລວມຕົວກັນຂອງແຮັກເກີຊື່ດັງ ເພື່ອການເຄື່ອນໄຫວທາງສັງຄົມ ໃນແຕ່ລະກໍລະນີໄປ.

ໂດຍທາງກຸ່ມດັ່ງກ່າວ ອອກມາສະແດງຈຸດຍືນ ກ່າວປະນາມການກະທຳຂອງຣັດເຊຍທີ່ມີຕໍ່ຢູເຄຣນ ແລະ ພ້ອມທີ່ຈະທີ່ຈະແຊກແຊງ ທຳລາຍລະບົບເຄືອຂ່າຍຄອມພິວເຕີຂອງລັດຖະບານຣັດເຊຍ ທັງຍັງກ່າວເຕືອນປະຊາຊົນຣັດເຊຍວ່າ ການປະຕິບັດການຄັ້ງນີ້ ອາດຈະສົ່ງຜົນກະທົບຕໍ່ຜູ້ໃຫ້ບໍລິການຕ່າງໆໃນຣັດເຊຍ.

ເຊິ່ງຕອນນີ້ມີລາຍງານວ່າເວັບໄຊຂອງອົງການຕ່າງໆໃນຣັດເຊຍໄດ້ຖືກລົບກວນ, ລວມທັງເວັບໄຊ RT ສື່ມວນຊົນຂອງລັດຖະບານຣັດເຊຍ.

ເຊື່ອກັນວ່າ Hacker ຫຼາຍຄົນໃນກຸ່ມ Anonymous ເປັນຊາວຣັດເຊຍເອງ ນັ້ນສະແດງໃຫ້ເຫັນວ່າ ຊາວຣັດເຊຍຫຼາຍຄົນ ກໍບໍ່ໄດ້ສະໜັບສະໜູນໃນການເຮັດສົງຄາມຄັ້ງນີ້ ຂອງ ຣັດເຊຍ ແລະ ຢູເຄຣນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/