ສື່ດັງ ອອກມາເຜີຍຜົນໂຫວດທີມທີ່ຈະຄວ້າແຊ້ມ Premier League ຊີຊັ່ນນີ້


ໃນວັນທີ 7 ມັງກອນ 2021 ທີ່ຜ່ານມາ The Sun ສື່ຂ່າວຊື່ດັງ ໄດ້ອອກມາເປີດເຜີຍຜົນຂອງການໂຫວດທີມທີ່ຈະໄດ້ຄວ້າແຊ້ມ Premier League ໃນລະດູການ 2020-2021 ນີ້. ຈາກການສັງເກດຂອງຂອງແຟນບານເຕະ ໂດຍທີ່ຜົນໂຫວດນັ້ນອອກມາບໍ່ແມ່ນທີມ Liverpool ພາຍໃຕ້ການນໍາພາທີມໂດຍ ເຈເກັນ ໂນເບີດ ຄັອບ (Jurgen Nobert Klopp) ຜູ່ຈັດການຊາວເຢຍລະມັນ ທີ່ເປັນທີມແຊ້ມເກົ່າ ແລະ ທີມຈ່າຝູງໃນເວລານີ້ແຕ່ຢ່າງໃດ, ແຕ່ກາຍເປັນທີມ Manchester United ຂອງທາງ ອູເລ ກຸນນາໂຊນຊາ (Ole Gunnar Solskjaer) ຊາວນໍເວ ທີ່ໄດ້ຮັບຄະແນນສະເລ່ຍ 34.31% (ທີ1) ສ່ວນທີມ Liverpool ນັ້ນສະເລ່ຍ 30.57% (ທີ2).

ໃນຂະນະທີ່ Manchester City ເຂົ້າປ້າຍທີ 3 ດ້ວຍຄະແນນຜົນໂຫວດ 18.04% ມາຕໍ່ອັນດັບ 4 ແມ່ນຜົນໂຫວດຢູ່ທີ່ 7.56% (ບໍ່ລະບຸວ່າທີມໃດ) ສ່ວນອັນວ່າທີ 5 ນັ້ນກໍຄື: Tottenham Hotspur ຄະແນນມີເຖິງ 6.15% ແລະ ທີ 6 ນັ້ນແມ່ນສະໂມສອນ Leicester City ມີຄະແນນ 3.37%.

ຂໍຂອບໃຈຂໍ້ມູນຈາກ:

https://www.thairath.co.th/sport/eurofootball/premierleague/2007896?fbclid=IwAR0-LiAddcGPAQh5DVy1eOpIbh8z43PQitGKpC8SJkkqLJ6X6wJC7Oa9YT0