Community Shield

ເອີ້ນໄດ້ວ່າເລີ່ມຕົ້ນກັນໄດ້ຢ່າງສວຍງາມ ກັບສະໂມສອນ ລິເວີ້ພູລ ທີ່ສາມາດຄວ້າແຊ້ມ ຄອມມູນິຕີ້ ຊິວ ໄປໄດ້ກ່ອນ ແລະ ເປັນໜຶ່ງໃນທີມທີ່ຖືກເບິ່ງວ່າຈະສາມາດຄວ້າແຊ້ມ ພຣີເມຍລີກໄດ້ ກັບລະດູການທີ່ຈະມາຮອດນີ້. ແຕ່ຫຼາຍຄົນຮູ້ບໍ່ວ່າ ຕະຫຼອດ 12 ປີທີ່ຜ່ານມາ ຖ້າທີມໃດຄວ້າແຊ້ມ ຄອມມູນິຕີ້ ຊິວ ໄດ້ແລ້ວ ລະດູການຕໍ່ມາໃນ ພຣີເມຍລີກ ມັກຈະບໍ່ສາມາດຄວ້າແຊ້ມໄດ້.

Community Shield

ໂດຍຈາກສະຖິຕິໃນໄລຍະ 12 ປີຫຼັງສຸດ ມີພຽງທີມດຽວ ແລະ ເທື່ອດຽວທີ່ສາມາດຄວ້າທັງແຊ້ມ ຄອມມູນິຕີ້ ຊິວ ແລະ ພຣີເມຍລີກ ໄດ້ໃນປີດຽວກັນກໍຄື ທີມ ແມນເຊັສເຕີ້ ຊິຕີ້ ທີ່ສາມາດເຮັດໄດ້ໃນລະດູການ 2018-19  ທີ່ຕອນນັ້ນເອົາຊະນະ ເຊວຊີ ໄປໄດ້ 2 ປະຕູຕໍ່ 0 ແລະ ໃນພຣີເມຍລີກ ກໍຈົບໂດຍການເປັນແຊ້ມ ມີຄະແນນ 98 ຄະແນນ ນຳໜ້າ ລິເວີ້ພູລ ທີມຮອງແຊ້ມ ພຽງຄະແນນດຽວ.

Community Shield

     ສຳລັບສະຖິຕິ 12 ປີຫຼັງມີດັ່ງນີ້.

ຄອມມູນິຕີ້ ຊິວ:

  • 2010/11- ແມນເຊັສເຕີ້ ຊິຕີ້
  • 2011/12- ເຊວຊີ
  • 2012/13- ວິແກນ ແອັດແລນຕິກ
  • 2013/14- ອາເຊນອລ
  • 2014/15- ອາເຊນອລ
  • 2015/16- ແມນເຊັນເຕີ້ ຢູໄນເຕັດ
  • 2016/17- ອາເຊນອລ
  • 2017/18- ເຊວຊີ
  • 2018/19- ແມັນເຊັສເຕີ ຊິຕີ້
  • 2019/20- ອາເຊນອລ
  • 2020/21- ເລສເຕີ້ ຊິຕີ້
  • 2021/22- ລິເວີ້ພູລ
Community Shield

ແຊ້ມພຣີເມຍລີກ:

  • 2010/11- ແມນເຊັສເຕີ້ ຢູໄນເຕັດ
  • 2011/12- ແມນເຊັສເຕີ້ ຊິຕີ້
  • 2012/13- ແມນເຊັສເຕີ້ ຢູໄນເຕັດ
  • 2013/14- ແມນເຊັສເຕີ້ ຊິຕີ້
  • 2014/15- ເຊວຊີ
  • 2015/16- ເລສເຕີ້ ຊີຕີ້
  • 2016/17- ເຊວຊີ
  • 2017/18- ແມນເຊັສເຕີ້ ຊິຕີ້
  • 2018/19- ແມນເຊັສເຕີ ຊິຕີ້
  • 2019/20- ລິເວີ້ພູລ
  • 2020/21- ແມນເຊັສເຕີ້ ຊິຕີ້
  • 2021/22- ແມນເຊັສເຕີ້ ຊິຕີ້

ແຕ່ເຖິງຢ່າງໃດກໍຕາມ ທຸກສິ່ງທຸກຢ່າງທີ່ກ່າວມາ ມັນກໍເປັນພຽງສະຖິຕິ ແລະ ທິດສະດີສົມຄົບຄິດເທົ່ານັ້ນ ບວກກັບສະຖານະການຂອງແຕ່ລະທີມທີ່ຜ່ານມາ ມັນຕ່າງກັນ ເພາະສ່ວນຫຼາຍທີມທີ່ໄດ້ແຊ້ມຄອມມູນິຕີ້ ຊິວ ສ່ວນຫຼາຍຈະແມ່ນທີມທີ່ຖືກເບິ່ງວ່າເປັນຮອງຢູ່ສະເໝີ ຍົກຕົວຢ່າງງ່າຍໆເຊັ່ນ: ອາເຊນອລ ເປັນທີມທີ່ໄດ້ແຊ້ມ ຄອມມິນິຕີ້ ຊິວ ຫຼາຍທີ່ສຸດໃນຮອບ 12 ປີ ແຕ່ໃນໄລຍະ 12 ປີນີ້ ຂຸມກຳລັງຂອງ ອາເຊນອລ ກໍດີພໍທີ່ຈະຄວ້າແຊ້ມ ພຣີເມຍລີກໄດ້ ເຊິ່ງຕ່າງຈາກ ລິເວີ້ພູລ ໃນຍຸກນີ້ ທີ່ເຫັນໄດ້ຊັດເຈນວ່າມີສັກກະຍະພາບພຽງພໍ ທີ່ຈະຄວ້າແຊ້ມ ພຣີເມຍລີກໄດ້.

Community Shield

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ