ປະຊາຊົນ

ວັນທີ 28 ກໍລະກົດ ທີ່ຜ່ານມາທ່ານ ບຸນທົງ ເເກ້ວສີຍາ ຫົວໜ້າຫ້ອງການ ຍຸຕິທໍາເມືອງ ໄຊບົວທອງ ແຂວງຄຳມ່ວນ ໄດ້ເຄື່ອນໄຫວລົງຊຸກຍູ້ຂະບວນການສ້ອມເເປງຂົວຂ້າມຫ້ວຍໂຄນຢູ່ທີ່ບ້ານນາພ້າວທີ່ເປ່ເພ, ໂດຍມີ ທ່ານ ບຸນຫຼາຍ ສຸມະນີ ວິຊາການ ຫ້ອງການ ໂຍທາທິການ ແລະ ຂົນສົ່ງເມືອງ, ມີການຈັດຕັ້ງຂັ້ນບ້ານ, ເຖົ້າເເກ່ເເນວໂຮມຕະຫຼອດຮອດ ພໍ່ເເມ່ປະຊາຊົນບ້ານດັ່ງກ່າວເຂົ້າຮ່ວມດ້ວຍຄວາມສາມັກຄີ ເເລະ ຄວາມຮັບຜິດຊອບສູງ.

ປະຊາຊົນ

ເຊິ່ງຂົວຂ້າມຫ້ວຍໂຄນບ້ານນາພ້າວນີ້ ເເມ່ນໄດ້ເປ່ເພມາໃນໄລຍະເວລາໜຶ່ງເເລ້ວ. ດັ່ງນັ້ນການນໍາຂັ້ນເມືອງ ເເລະ ພໍ່ເເມ່ປະຊາຊົນບ້ານນາພ້າວຈຶ່ງເຫັນໄດ້ຄວາມຫຍຸ້ງຍາກໃນການໄປ-ມາ ຈຶ່ງໄດ້ຄົ້ນຄວ້າຊອກຫາໄມ້ຂາງ, ໄມ້ແປ້ນປູຂົວໃໝ່ ເຊິ່ງການສ້າງຂະບວນການດັ່ງກ່າວເເມ່ນນໍາໃຊ້ເເຮງງານຂອງຊາວບ້ານ ເພື່ອເປັນການພັດທະນາພື້ນຖານໂຄງລ່າງຂອງບ້ານກໍຄືເມືອງໄຊບົວທອງ ເຮັດໃຫ້ການສັນຈອນໄປ-ມາ, ແລກປ່ຽນຊື້-ຂາຍສິນຄ້າ ຂອງພໍ່ແມ່ປະຊາຊົນ ໃຫ້ສະດວກສະບາຍ. ພ້ອມດຽວກັນນີ້ການນໍາເມືອງໃຊ້ບົວທອງ ກໍຍັງໄດ້ມອບເງິນຈໍານວນ 3 ລ້ານກີບເພື່ອເປັນທຶນຮອນສົມທົບໃນການສ້ອມແປງຂົວດັ່ງກ່າວ.

ປະຊາຊົນ

ຂໍ້ມູນຈາກ: https://cutt.ly/pZYXuQj

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ