Nancy Pelosi

ເມື່ອວັນທີ 2 ສິງຫາ 2022 ເວລາປະມານ 21:50 ຕາມເວລາບ້ານເຮົາ ມີລາຍງານວ່າ ນາງ ແນນຊີ ເພໂລຊີ ປະທານສະພາ ແຫ່ງສະຫະລັດອາເມຣິກາ ໄດ້ເດີນທາງມາຢຽບແຜ່ນດິນໄຕ້ຫວັນແລ້ວ ໂດຍບໍ່ສົນໃຈຄຳເຕືອນຂອງຈີນ ແລະ ໄດ້ເຮັດໃຫ້ສະຖານະການຂອງທັງ 3 ປະເທດ ເພີ່ມທະວີຄວາມເຄັ່ງຕຶງຂຶ້ນຕື່ມອີກ.
ກ່ອນໜ້ານີ້ ຈີນໄດ້ອອກຄຳເຕືອນຫຼາຍເທື່ອ ລວມທັງການປະກາດການຊ້ອມຮົບທາງທະຫານຢູ່ໃນຊ່ອງແຄບໄຕ້ຫວັນ ເພື່ອສົ່ງສັນຍານ ເພໂລຊີ ໃຫ້ປ່ຽນຄວາມຕັ້ງໃຈຂອງລາວ. ນອກຈາກນີ້, ໃນການສົນທະນາທາງໂທລະສັບລະຫວ່າງປະທານາທິບໍດີ ໂຈ ໄບເດັນ ແລະ ປະທານປະເທດ ສີ ຈິ້ນຜິງ ໃນອາທິດທີ່ຜ່ານມາ, ຜູ້ນຳຈີນຍັງໄດ້ກ່າວເຕືອນ ທ່ານ ໄບເດັນ ວ່າສະຫະລັດ “ຢ່າຫຼິ້ນກັບໄຟ” ໃນກໍລະນີໄຕ້ຫວັນ.

Nancy Pelosi



ໂດຍຫຼັງຈາກ ເພໂລຊີ ໄດ້ເດີນທາງຮອດໄຕ້ຫວັນ ນາງໄດ້ໂພສຂໍ້ຄວາມລົງ Twitter ເຖິງເປົ້າໝາຍຂອງການເດີນທາງມາໄຕ້ຫວັນຄັ້ງນີ້ວ່າ ການເດີນທາງມາໄຕ້ຫວັນຄັ້ງນີ້ ເປັນການສະແດງເຖິງຄວາມສຳພັນຂອງ ອາເມຣິກາ ແລະ ໄຕ້ຫວັນ ແລະ ສະໜັບສະໜູນປະຊາທິປະໄຕ ຢູ່ໄຕ້ຫວັນ, ການສົນທະນາຂອງເຮົາກັບຜູ້ນຳຂອງໄຕ້ຫວັນເປັນການຢືນຢັນສຳລັບການສະໜັບສະໜູນຄູ່ຮ່ວມມືຂອງພວກເຮົາ ແລະ ເພື່ອສົ່ງເສີມຜົນປະໂຫຍດຮ່ວມກັນ ລວມທັງຄວາມກ້າວໜ້າໃນພາກພື້ນອິນໂດປາຊີຟິກ.

Nancy Pelosi


ຂະນະດຽວກັນ ກະຊວງການຕ່າງປະເທດຈີນໄດ້ອອກຖະແຫຼງການ ກ່າວໂຈມຕີທ່ານ ເພໂລຊີ ວ່າ ການຢ້ຽມຢາມໄຕ້ຫວັນຂອງ ເພໂລຊີ ເປັນການບໍ່ເອົາໃຈໃສ່ຕໍ່ຄຳເຕືອນທີ່ເຄັ່ງຄັດຂອງຈີນ ແລະ ການຢ້ຽມຢາມໄຕ້ຫວັນຄັ້ງນີ້ເປັນສັນຍານໃຫ້ຝ່າຍທີ່ຕ້ອງການເອກະລາດຈາກໄຕ້ຫວັນ, ນອກຈາກນີ້ຍັງເປັນການລະເມີດນະໂຍບາຍ “ຈີນດຽວ” ທີ່ອາເມຣິກາຖືມາຕະຫຼອດ.

ທາງການຈີນຍັງໄດ້ລະບຸອີກວ່າ ການເຄື່ອນໄຫວຄັ້ງນີ້ ຈະສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ພື້ນຖານການເມືອງຂອງຈີນ ແລະ ອາເມຣິກາ. ແລະນີ້ຍັງເປັນການລະເມີດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຈີນຢ່າງຮ້າຍແຮງ.

Nancy Pelosi


ໂດຍກຳນົດການຂອງ ເພໂລຊີ ຄາດການວ່າຈະພັກຢູ່ Taipei ໃນຄືນນີ້ ແລະ ມີກຳນົດຈະພົບປະກັບທ່ານປະທານປະເທດ ໄຊ ອິງເຫວິນ Tsai Ing-wen ໃນຕອນເຊົ້າວັນທີ 3 ສິງຫານີ້ ແລະ ຈະໄປຢ້ຽມຢາມລັດຖະສະພາໄຕ້ຫວັນ.

ຂ່າວທີ່ກ່ຽວຂ້ອງ:


ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ