ຈີນ ຊ້ອມຮົບ

ສືບເນື່ອງມາຈາກຄວາມເຄັ່ງຕຶງທີ່ເພີ່ມຂຶ້ນຈາກການທີ່ Nanny Pelosi ປະທານສະພາຜູ້ແທນ ຫຼື ຜູ້ນຳອັນດັບ 3 ຂອງສະຫະລັດ ອາເມຣິກາ ໄດ້ເດີນທາງມາຢ້ຽມຢາມໄຕ້ຫວັນ ໃນມື້ຄືນທີ່ຜ່ານ (2 ສິງຫາ) ເຮັດໃຫ້ທາງການຈີນ ເກີດຄວາມບໍ່ພໍໃຈເປັນຢ່າງຍິ່ງ ຈຶ່ງປະກາດຊ້ອມຮົບທາງການທະຫານ ອ້ອມຮອບບໍລິເວນເກາະໄຕ້ຫວັນທັນທີ ພ້ອມກັບເຕືອນປະຊາຊົນທຸກຄົນວ່າ ຫ້າມພາຫະນະທຸກຊະນິດ ເຂົ້າມາໃນພື້ນທີ່ດັ່ງກ່າວເດັດຂາດ.

ກາງເດິກຂອງວັນທີ 2 ສິງຫາ ເວລາປະມານ 22:58ໂມງ ສຳນັກຂ່າວຊິນຫົວ (Xinhua) ຈາກຈີນໄດ້ລາຍງານວ່າ ທາງການຈີນໄດ້ມີການປະກາດວ່າ ກອງທັບປົດປ່ອຍປະຊາຊົນຈີນຈະຈັດການຊ້ອມຮົບທີ່ສຳຄັນ ແລະ ຈັດການຍິງລູກລະເບີດແທ້ຢູ່ເຂດທະເລ ແລະ ເຂດອາກາດ ບໍລິເວນອ້ອມຮອບເກາະໄຕ້ຫວັນ

ຈີນ ຊ້ອມຮົບ

ພ້ອມກ່າວເຕືອນອີກວ່າ ເພື່ອຄວາມປອດໄພ ເຮືອ ແລະ ເຮືອບິນທຸກຊະນິດ ບໍ່ຄວນເຂົ້າໄປໃນເຂດທະເລ ແລະ ເຂດອາກາດດັ່ງກ່າວເດັດຂາດ.

ໃນຂະນະດຽວກັນ ທ່ານພັນເອກ ຊື່ຢີ້ ໂຄສົກເຂດສູ້ຮົບຕາເວັນອອກຂອງກອງທັບປົດປ່ອຍປະຊາຊົນຈີນໄດ້ກ່າວເຖິງການຊ້ອມຮົບດັ່ງກ່າວວ່າ: “ການເຄື່ອນໄຫວເທື່ອນີ້ເປັນການຕອບໂຕ້ຕໍ່ການກະທຳຫຍໍ້ທໍ້ຂອງອາເມຣິກາກ່ຽວກັບບັນຫາໄຕ້ຫວັນໃນໄລຍະມໍ່ໆມານີ້ ແລະ ເປັນການເຕືອນຢ່າງເຄັ່ງຂຶມຕໍ່ການກະທຳສະແຫວງຫາ “ການເປັນເອກະລາດ” ຂອງພວກອິດທິກຳລັງ “ແບ່ງແຍກໄຕ້ຫວັນເປັນເອກະລາດ”

ຈີນ ຊ້ອມຮົບ

ຂອບໃຈຂໍ້ມູຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ