ຈີນ

ມື້ວານນີ້ 2 ສິງຫາ 2022 ເວັບໄຊກົມພາສີຂອງຈີນທີ່ໄດ້ລະບຸໃຫ້ຜະລິດຕະພັນກວ່າ 2,000 ລາຍການຂອງໄຕ້ຫວັນໄດ້ຈັດຢູ່ໃນໝວດ “ລະງັບການນໍາເຂົ້າ” ຈາກຜະລິດຕະພັນທັງໝົດກວ່າ 3,200 ລາຍການ ເຊິ່ງມັນສົ່ງຜົນກະທົບຕໍ່ຜູ້ຜະລິດຫຼາຍຮ້ອຍເຈົ້າເຊັ່ນ: ຜູ້ຜະລິດເຂົ້າໜົມ ແລະ ຜູ້ປະກອບກິດຈະການຟາມງົວນົມລາຍໃຫຍ່ໃນທ້ອງຖິ່ນ ໂດຍການປະກາດດັ່ງກາວແມ່ນມີຂຶ້ນຫຼັງຈາກ ແນນຊີ ເພໂລຊີ ໄດ້ເຂົ້າພົບກັບ ໄຊ່ອິງເຫວິນ ປະທານາທິບໍດີຂອງໄຕ້ຫວັນ. ນອກຈາກນີ້ ທາງການຈີນຍັງລະບຸວ່າເຫດຜົນທີ່ຕັດສິນໃຈປະກາດແບບນັ້ນໄປ ຍ້ອນສິນຄ້າເຫຼົ່ານີ້ບໍ່ໄດ້ຮັບການລົງທະບຽນຢ່າງຖືກຕ້ອງຕາມເກນໃໝ່ຂອງຈີນ.

ຈີນ

ຈາກການປະເມີນເບື້ອງຕົ້ນ ເຈົ້າໜ້າທີ່ຂອງສະພາກະເສດແຫ່ງໄຕ້ຫວັນກ່າວວ່າ ຄໍາສັ່ງດັ່ງກ່າວສົ່ງຜົນກະທົບຕໍ່ຜະລິດຕະພັນໃນກຸ່ມນ້ຳ, ຊາ ແລະ ນ້ຳເຜິ້ງຫຼາຍທີ່ສຸດ ໂດຍຂະນະນີ້ເຈົ້າໜ້າທີ່ໄດ້ເລັ່ງຕິດຕໍ່ບໍລິສັດທີ່ກ່ຽວຂ້ອງເພື່ອປະເມີນຂອບເຂດຄວາມເສຍຫາຍທັງໝົດຕໍ່ໄປ.

ຈີນ

ແລະຫຼ້າສຸດເມື່ອຕອນເຊົ້າຂອງມື້ນີ້ (3 ສິງຫາ) ກະຊວງການຄ້າຂອງຈີນໄດ້ປະກາດຫ້າມນໍາເຂົ້າໝາກໄມ້ຣົດສົ້ມ, ປາດາບເງິນ ແລະ ປາແຊ່ແຂງຈາກໄຕ້ຫວັນ ພ້ອມສັ່ງແບນການສົ່ງອອກຊາຍທໍາມະຊາດໄປທີ່ໄຕ້ຫວັນອີກພ້ອມ ໂດຍມີຜົນບັງຄັບໃຊ້ທັນທີ ສົ່ງຜົນໃຫ້ໃນຂະນະນີ້ມີຜະລິດຕະພັນທັງໝົດ 35 ປະເພດທີ່ຖືກລະງັບການນໍາເຂົ້າ ເຊິ່ງຖືເປັນການເຄື່ອນໄຫວທີ່ໜ້າກັງວົນ ເນື່ອງຈາກເສດຖະກິດຂອງໄຕ້ຫວັນຕ້ອງເພິ່ງພາຈີນຢ່າງຫຼາຍ ໂດຍຍອດການສົ່ງອອກສິນຄ້າຕ່າງໆ ໄປທີ່ຈີນເຊິ່ງເປັນຄູ່ຄ້າລາຍໃຫຍ່ທີ່ສຸດຄິດເປັນອັດຕາສ່ວນເກືອບ 30% ຂອງຍອດການສົ່ງອອກທັງໝົດ.

ຈີນ

ການລົງໂທດທາງເສດຖະກິດຖືວ່າເປັນກົນລະຍຸດທີ່ຈີນເຄີຍໃຊ້ລົງໂທດໄຕ້ຫວັນມາກ່ອນໜ້ານີ້ແລ້ວ ເຊັ່ນການສັ່ງ

ຫ້າມນໍາເຂົ້າໝາກນັດ, ແອັບເປິ້ນ ແລະໝາກຂຽບຈາກໄຕ້ຫວັນໃນປີ 2011 ຈົນທາງໄຕ້ຫວັນຕ້ອງເຮັດແຄມເປນໝາກນັດເພື່ອປະຊາທິປະໄຕແລະເສລີພາບຂຶ້ນມາຕໍ່ສູ້. ຢ່າງໃດກໍຕາມທີ່ຜ່ານມາການແບນຂອງຈີນມັກຈະຈຳກັດສິນຄ້າບາງຊະນິດເທົ່ານັ້ນ ເຊິ່ງບໍ່ເຄີຍມີການແບນສິນຄ້າຈໍານວນຫຼາຍແບບນີ້ມາກ່ອນ.

ຈີນ

ທາງດ້ານ ຊູຊຸຍເຈິ້ງ ຮອງປະທານກິດຈະການແຜ່ນດິນໃຫຍ່ແຫ່ງໄຕ້ຫວັນ ໄດ້ກ່າວວ່າ ໃນອະດີດທີ່ຜ່ານມານັ້ນຈີນມັກໃຊ້ມາດຕະການໃນລັກສະນະນີ້ເພື່ອລົງໂທດປະເທດອື່ນທີ່ຕົນເອງເບິ່ງວ່າມີພຶດຕິກໍາບໍ່ເໝາະສົມ ໂດຍກ່ອນໜ້ານີ້ຈີນຈະໃຊ້ວິທີໂຈມຕີສິນຄ້າທ້ອງຖິ່ນເຊັ່ນ: ໝາກໄມ້ຫຼືປາ ເພື່ອສ້າງແຮງກົດດັນຕໍ່ເສດຖະກິດຂອງໄຕ້ຫວັນ. ແຕ່ມາໃນຮອບນີ້ຈີນໄດ້ຂະຫຍາຍຂອບເຂດການແບນສິນຄ້າກວ້າງຂຶ້ນ ເຊິ່ງລວມເຖິງຜະລິດຕະພັນອາຫານແປຮູບ ແລະນີ້ອາດເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ ເພາະ ຊູຊຸຍເຈິ້ງ ໝັ້ນໃຈວ່າຈີນຈະຍົກລະດັບມາດຕະການກົດດັນທາງເສດຖະກິດຕໍ່ໄຕ້ຫວັນໃຫ້ເຂັ້ມຂຸ້ນຂຶ້ນອີກຢ່າງແນ່ນອນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ