ສະຫະລັດອາເມຣິກາ

ຈາກສະຖານະການໃນຊ່ອງແຄບໄຕ້ຫວັນທີ່ຕະຫຼອດໄລຍະ 2-3 ເດືອນທີ່ຜ່ານມາຈະເບິ່ງຄືວ່າຈະມີຄວາມເຄັ່ງຕຶງຢູ່ຕະຫຼອດ ແລະ ຫຼ້າສຸດ ມື້ວານນີ້ ( 2 ສິງຫາ 2022) ນາງ ແນນຊີ່ ເພໂລຊີ ປະທານສະພາຜູ້ແທນ ຂອງສະຫະລັດອາເມຣິກາ ໄດ້ເດີນທາງມາຢ້ຽມຢຽມໄຕ້ຫວັນ ໂດຍບໍ່ສົນໃຈກັບຄຳເຕືອນຂອງຈີນ ເຮັດຫຼາຍຝ່າຍເກີດຄວາມກັງວົນຕໍ່ກັບສະຖານະການດັ່ງກ່າວຫຼາຍຂຶ້ນ.

ມື້ນີ້ Lao X ຈະມາຂໍສະສະຫຼຸບໃຫ້ອ່ານວ່າເປັນຫຍັງການມາຢາມໄຕ້ຫວັນຂອງ ເພໂລຊີ ຄັ້ງນີ້ ຈຶ່ງເຮັດໃຫ້ເກີດຄວາມກັງວົນຫຼາຍປານນີ້.

ສະຫະລັດອາເມຣິກາ

* ແນນຊີ ເພໂລຊີ ແມ່ນໃຜ?

ທ່ານ ນາງ ແນນຊີ ເພໂລຊີ ປັດຈຸບັນອາຍຸໄດ້ 82 ປີ ແລະ ດຳລົງຕຳແໜ່ງປະທານສະພາຜູ້ແທນຂອງສະຫະລັດອາເມຣິກາ ຈຶ່ງຖືເປັນ ຜູ້ນຳອັນດັບ 3 ຂອງປະເທດ ທີ່ມີຄວາມສຳຄັນຕໍ່ປະເທດຊາດເປັນຢ່າງສູງ. ໂດຍຕະຫຼອດເສັ້ນທາງການເມືອງຂອງ ນາງ ແນນຊີ ເພໂລຊີ ແມ່ນລາວວິພາກວິຈານທາງການຈີນມາຕະຫຼອດ ໂດຍສະເພາະປະເດັນເລື່ອງກ່ຽວກັບການລະເມີດສິດທິມະນຸດ ຂອງລັດຖະບານຈີນ. ນອກຈາກນີ້ ເພໂລຊີ ຍັງເນັ້ນຍໍ້າໃຫ້ ທາງສະຫະລັດອາເມຣິກາ ລວມເຖິງ ປະຊາຄົມໂລກ ຈະຕ້ອງສະໜັບສະໜູນ ໃຫ້ໄຕ້ຫວັນແຍກຕົວອອກມາເປັນເອກະລາດ ເຊິ່ງແນ່ນອນວ່າຂັດກັບ ຫຼັກການ “ຈີນດຽວ” ທີ່ທາງສະຫະລັດອາເມຣິກາ ປະກາດ ແລະ ເນັ້ນຍໍ້າມາຕະຫຼອດວ່າເຄົາລົບໃນຫຼັກການນີ້ຂອງຈີນ.

ສະຫະລັດອາເມຣິກາ

*ເປັນຫຍັງ ເພໂລຊີ ຈຶ່ງຕ້ອງການມາຢາມໄຕ້ຫວັນ

ຕາມທີ່ ເພໂລຊີ ໄດ້ປະກາດເຖິງເປົ້າໝາຍຂອງການມາຢາມໄຕ້ຫວັນຄັ້ງນີ້ ກໍເພື່ອສະໜັບສະໜູນ ເອກະລາດຂອງໄຕ້ຫວັນ ແລະ ສົ່ງເສີມຜົນປະໂຫຍດ ພ້ອມກັບກະຊັບຄວາມສຳພັນຂອງທັງ ອາເມຣິກາ ແລະ ໄຕ້ຫວັນໃຫ້ແໜ້ນແຟ້ນກວ່າເກົ່າ.

ແຕ່ຫຼາຍຝ່າຍກໍເບິ່ງວ່າ 1 ໃນເຫດຜົນສຳຄັນທີ່ຕັດສິນໃຈເຮັດແບບນີ້ກໍເພື່ອສຽງນິຍົມທາງການເມືອງ ໃນສະພາຂອງສະຫະລັດອາເມຣິກາ ຂອງຕົວ ເພໂລຊີ ເອງ ເພາະການສະແດງຈຸດຢືນທີ່ວ່າ ຕໍ່ຕ້ານຈີນແຜ່ນດິນໃຫຍ່, ເບິ່ງຈີນເປັນຄູ່ແຂ່ງຄົນສຳຄັນ ແລະ ສະໜັບສະໜູນໄຕ້ຫວັນນັ້ນ ໄດ້ຮັບຄະແນນນິຍົມເປັນຢ່າງສູງໃນສະພາຂອງສະຫະລັດອາເມຣິກາ.

ໃນຕອນເຊົ້າຂອງມື້ນີ້ (3 ສິງຫາ 2022) ເພໂລຊີ ໄດ້ເດີນທາງໄປຢ້ຽມຢາມສະພານິຕິບັນຍັດແຫ່ງໄຕ້ຫວັນ ໄດ້ເດີນທາງເຂົ້າໄປພົບປະກັບ ໄຊ່ ອິງເຫວິນ ຜູ້ນຳສູງສຸດຂອງໄຕ້ຫວັນ ພ້ອມກັບຮ່ວມຮັບປະທານອາຫານສວາຍນຳກັນ.

ນອກຈາກນີ້ ຍັງມີລາຍງານອອກມາວ່າ ເພໂລຊີ ຍັງຈະເດີນທາງຮ່ວມປະຊຸມກັບບັນດານັກທຸລະກິດລາຍໃຫຍ່ຂອງໄຕ້ຫວັນເຊັ່ນ: ມາກ ຫຼິວ ປະທານບໍລິຫານຂອງບໍລິສັດ TSMC ຜູ້ຜະລິດໜ່ວຍປະມວນຜົນລາຍໃຫຍ່ທີ່ສຸດຂອງໄຕ້ຫວັນ  ແລະ ຜູ້ແທນຈາກພາກປະຊາສັງຄົມ. ຂະນະທີ່ຫຼາຍສື່ຈາກຕ່າງປະເທດລາຍງານວ່າ ເພໂລຊີ ອາດຈະເດີນທາງໄປພົບປະກັບນັກເຄື່ອນໄຫວເພື່ອປະຊາທິປະໄຕ ແລະ ສິດທິມະນຸດອີກດ້ວຍ.

*ທ່າທີຂອງລັດຖະບານອາເມຣິກາເອງ ທີ່ມີຕໍ່ການເດີນທາງຄັ້ງນີ້ຂອງ ເພໂລຊີ

ການເດີນທາງມາຢາມໄຕ້ຫວັນຄັ້ງນີ້ຂອງປະທານສະພາ ແຫ່ງ ສະຫະລັດອາເມຣິກາ ບໍ່ພຽງແຕ່ສ້າງຄວາມກັງວົນໃຫ້ກັບທາງການຈີນ ແຕ່ ທາງຝັ່ງຂອງກອງທັບ ແລະ ລັດຖະບານອາເມຣິກາເອງກໍບໍ່ໄດ້ເຫັນດີກັບການເດີນທາງມາໄຕ້ຫວັນ ໃນໄລຍະເວລາແບບນີ້ເຊັ່ນດຽວກັນ.

*ທ່າທີຂອງປະຊາຊົນໄຕ້ຫວັນທີ່ມີຕໍ່ການເດີນທາງຄັ້ງນີ້ຂອງ ເພໂລຊີ

ສະຫະລັດອາເມຣິກາ

ເຖິງແມ່ນວ່າ ສະຖານະການຈະເຄັ່ງຕຶງຫຼາຍກວ່າເກົ່າ ແຕ່ປະຊາຊົນໃນໄຕ້ຫວັນບາງສ່ວນກັບເບິ່ງວ່າ ເປັນພຽງສົງຄາມນໍ້າລາຍລະຫວ່າງຈີນ ແລະ ສະຫະລັດອາເມຣິກາ ໂດຍມີໄຕ້ຫວັນເປັນເຄື່ອງມື. ຂະນະດຽວກັນປະຊາຊົນບາງສ່ວນ ກໍບໍ່ເຫັນດີ ແລະ ບໍ່ຢາກໃຫ້ ເພໂລຊີ ມາຢາມໄຕ້ຫວັນ ເພາະເບິ່ງວ່າມີແຕ່ຈະສ້າງຄວາມເດືອດຮ້ອນ ແລະ ກົດດັນໃຫ້ກັບໄຕ້ຫວັນເທົ່ານັ້ນ.

*ເປັນຫຍັງການເດີນທາງຄັ້ງນີ້ຈຶ່ງສ້າງຄວາມກັງວົນໃຫ້ກັບຈີນ

ສະຫະລັດອາເມຣິກາ

ຈີນຖືວ່າໄຕ້ຫວັນເປັນໜຶ່ງດຽວກັບຈີນ ແລະ ເພໂລຊີ ຖືເປັນໜຶ່ງໃນ ຜູ້ນຳລະດັບສູງຂອງ ສະຫະລັດອາເມຣິກາ, ການເດີນທາງມາໄຕ້ຫວັນຄັ້ງນີ້ ຈີນຖືວ່າເປັນການລະເມີດຫຼັກການ ຈີນດຽວ ແລະ ເປັນການບໍ່ໃຫ້ກຽດ ເພາະຖ້າຈະມີຄວາມສຳພັນທາງການທູດ ຄວນຈະມາຢາມປັກກິ່ງ ບໍ່ແມ່ນໄຕ້ຫວັນ.

ຈີນຖືວ່າການມາຢາມໄຕຫວັນຄັ້ງນີ້ ເປັນການລະເມີດ ແລະ ບໍ່ໃຫ້ກຽດ ແຕກຕ່າງຈາກເມື່ອປີ 1997 ທີ່ຕອນນັ້ນ ນິວ ກິງຣິສ ປະທານສະພາຂອງສະຫະລັດ ໄດ້ເດີນທາງມາຢາມໄຕ້ຫວັນ ໂດຍຕອນນັ້ນ ນິວ ກິງຣິສ ໄດ້ມີການເດີນທາງໄປປະຊຸມກັບທາງການຈີນທີ່ນະຄອນປັກກິ່ງແລ້ວ ກ່ອນທີ່ຈະເດີນທາງມາໄຕ້ຫວັນ.

ຈີນມີຄວາມກັງວົນເປັນການສ່ວນຕົວກັບ ເພໂລຊີ ຢູ່ແລ້ວ ເພາະ ເພໂລຊີ ເປັນໜຶ່ງໃນບຸກຄົນລະດັບສູງ ທີ່ມັກຈະກ່າວປະນາມ ແລະ ໂຈມຕີເຖິງແນວທາງການນຳຂອງປະເທດຈີນຢູ່ຕະຫຼອດ.

ກຳນົດການເດີນທາງທີ່ບໍ່ແນ່ນອນ ປ່ຽນໄປປ່ຽນມາຂອງ ເພໂລຊີ ເຮັດໃຫ້ທາງການຈີນເສຍຄວາມເຊື່ອໝັ້ນ ແລະ ຫຼາຍຝ່າຍເບິ່ງວ່າເປັນການປຸກປັ່ນ ແລະ ເພີ່ມທະວີຄວາມກົດດັນໃຫ້ສະຖານະການດັ່ງກ່າວ.

*ການຕອບໂຕ້ຂອງຈີນຫຼັງ ເພໂລຊີ ມາຢຽບແຜ່ນດິນໄຕ້ຫວັນ.

ສະຫະລັດອາເມຣິກາ

ກະຊວງການຕ່າງປະເທດຈີນໄດ້ອອກຖະແຫຼງການ ກ່າວໂຈມຕີທ່ານ ເພໂລຊີ ວ່າ ການຢ້ຽມຢາມໄຕ້ຫວັນຂອງ ເພໂລຊີ ເປັນການບໍ່ເອົາໃຈໃສ່ຕໍ່ຄຳເຕືອນທີ່ເຄັ່ງຄັດຂອງຈີນ ແລະ ການຢ້ຽມຢາມໄຕ້ຫວັນຄັ້ງນີ້ເປັນສັນຍານໃຫ້ຝ່າຍທີ່ຕ້ອງການເອກະລາດຈາກໄຕ້ຫວັນ, ນອກຈາກນີ້ຍັງເປັນການລະເມີດນະໂຍບາຍ “ຈີນດຽວ” ທີ່ອາເມຣິກາຖືມາຕະຫຼອດ.

ທາງການຈີນຍັງໄດ້ລະບຸອີກວ່າ ການເຄື່ອນໄຫວຄັ້ງນີ້ ຈະສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ພື້ນຖານການເມືອງຂອງຈີນ ແລະ ອາເມຣິກາ. ແລະນີ້ຍັງເປັນການລະເມີດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຈີນຢ່າງຮ້າຍແຮງ.

ຂະນະດຽວກັນກໍໄດ້ມີການປະກາດ ຊ້ອມຮົບທີ່ສຳຄັນ ແລະ ຈັດການຍິງລູກລະເບີດແທ້ທັນທີ ຢູ່ເຂດທະເລ ແລະ ເຂດອາກາດ ບໍລິເວນອ້ອມຮອບເກາະໄຕ້ຫວັນ.

ທ່ານພັນເອກ ຊື່ຢີ້ ໂຄສົກເຂດສູ້ຮົບຕາເວັນອອກຂອງກອງທັບປົດປ່ອຍປະຊາຊົນຈີນໄດ້ກ່າວວ່າ: “ການເຄື່ອນໄຫວເທື່ອນີ້ເປັນການຕອບໂຕ້ຕໍ່ການກະທຳຫຍໍ້ທໍ້ຂອງອາເມຣິກາກ່ຽວກັບບັນຫາໄຕ້ຫວັນໃນໄລຍະມໍ່ໆມານີ້ ແລະ ເປັນການເຕືອນຢ່າງເຄັ່ງຂຶມຕໍ່ການກະທຳສະແຫວງຫາ “ການເປັນເອກະລາດ” ຂອງພວກອິດທິກຳລັງ “ແບ່ງແຍກໄຕ້ຫວັນເປັນເອກະລາດ”

ນອກຈາກນີ້ ໃນວັນທີ 3 ສິງຫາ ທາງການຈີນຍັງໄດ້ຈີນສັ່ງຫ້າມນໍາເຂົ້າສິນຄ້າຈາກໄຕ້ຫວັນກວ່າ 2,000 ຊະນິດ ເພື່ອຕອບໂຕ້ການມາຢ້ຽມຢາມໄຕ້ຫວັນຄັ້ງນີ້ ຂອງ ແນນຊີ ເພໂລຊີ. ເຊິ່ງຄຳສັ່ງຄັ້ງນີ້ຈະສົ່ງຜົນກະທົບຕໍ່ຜະລິດຕະພັນໃນກຸ່ມນ້ຳຊາ, ນ້ຳເຜິ້ງ, ໝາກໄມ້ຣົດສົ້ມ, ປາດາບເງິນ ແລະ ຜະລິດຕະພັນແຊ່ແຂງ ເປັນຕົ້ນ.

ຊູ ຊຸຍເຈິ້ງ ຮອງປະທານກິດຈະການແຜ່ນດິນໃຫຍ່ແຫ່ງໄຕ້ຫວັນ ສະແດງເຖິງຄວາມໝັ້ນໃຈວ່າຈີນຈະຍົກລະດັບມາດຕະການກົດດັນທາງເສດຖະກິດຕໍ່ໄຕ້ຫວັນໃຫ້ເຂັ້ມຂຸ້ນຂຶ້ນອີກຢ່າງແນ່ນອນ.

ຢ່າງໃດກໍຕາມຈາກເຫດການທັງໝົດທີ່ຜ່ານມາ ນັກວິເຄາະຫຼາຍຄົນຍັງເບິ່ງວ່າ ເປັນພຽງການຂົ່ມຂູ່ກັນຊື່ໆ ແຕ່ເຮົາກໍຍັງຕ້ອງຈັບຕາຢ່າງໃກ້ຊິດ ກັບສະຖານະການດັ່ງກ່າວ ແລະ ຫວັງວ່າ ສະຫະລັດອາເມຣິກາ ແລະ ຈີນຈະຊອກຫາທາງລົງຂອງບັນຫາເລື່ອງນີ້ ແບບສັນຕິວິທີ ໃຫ້ໄດ້ໄວທີ່ສຸດ.

ຂ່າວທີ່ກ່ຽວຂ້ອງ:

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ