ສະຖານທູດ

ນັບຕັ້ງແຕ່ໄດ້ມີການສູ້ຮົບກັນລະຫວ່າງ ຣັດເຊຍ ແລະ ຢູເຄຣນ ຕັ້ງແຕ່ໄລຍະເດືອນກຸມພາທີ່ຜ່ານມາ ທົ່ວໂລກກໍຕ້ອງປະເຊີນກັບສະຖານະການ ແລະ ຂໍ້ຫຍຸ້ງຫຍາກຫຼາຍຢ່າງ ບໍ່ວ່າຈະເປັນວິກິດການທາງເສດຖະກິດ, ໄພເງິນເຟີ້, ບັນຫາການຂາດແຄນດ້ານພະລັງງານຕ່າງໆ ເຊັ່ນ: ນໍ້າມັນເຊື້ອໄຟ ອາຍແກ໊ສ ແລະ ປຸ໋ຍ ເປັນຕົ້ນ. ເຮັດໃຫ້ປະຊາຊົນໃນຫຼາຍປະເທດທົ່ວໂລກ ໄດ້ອອກມາປະນາມເຖິງສະຖານະການດັ່ງກ່າວ ວ່າເປັນຕົ້ນເຫດເຮັດໃຫ້ໂລກຕ້ອງຕົກຢູ່ໃນສະພາວະວິກິດການແບບນີ້.

ຫຼ້າສຸດ ສະຖານທູດຣັດເຊຍປະຈຳລາວ ໄດ້ອອກມາຖະແຫຼງການເນັ້ນຍ້ຳເຖິງແນວທາງ ແລະ ການເຄື່ອນໄຫວທາງການທະຫານໃນຢູເຄຣນ ວ່າການກະທຳທັງໝົດແມ່ນຣັດເຊຍໄດ້ຄຳນຶງເຖິງຄວາມປອດໄພຂອງພົນລະເມືອງຢູເຄຣນ ແລະ ການໂຈມຕີທັງໝົດໃນຢູເຄຣນ ແມ່ນແນໃສ່ເພື່ອການທຳລາຍຄວາມສາມາດດ້ານການທະຫານຂອງ ກອງທັບຢູເຄຣນ ເທົ່ານັ້ນ.

ສະຖານທູດ

ວັນທີ 29 ກໍລະກົດ 2022 ນີ້, ທີ່ສູນວິທະຍາສາດ ແລະ ວັດທະນະທຳ ສ ຣັດເຊຍ, ທ່ານ ດານິລ ອາໂວໂດ ປີອານອບ ເລຂານຸການຕີ ປະຈຳສະຖານ ທູດ ສ ຣັດເຊຍ ປະຈຳ ສປປ ລາວ ໄດ້ຖະແຫຼງຄວາມຄືບໜ້າການເຄື່ອນໄຫວພິເສດທາງການທະຫານໃນຢູເຄຣນ ເຊິ່ງໄລຍະປະຕິບັດໜ້າທີ່ ກອງກຳລັງຕິດອາວຸດຣັດເຊຍ ໄດ້ສືບຕໍ່ບຸກໂຈມຕີ ຢູ່ບັນດາເປົ້າໝາຍທາງການທະຫານ ໂດຍໃຊ້ພຽງແຕ່ອາວຸດທີ່ມີຄວາມຊັດເຈນສູງເທົ່ານັ້ນ, ພ້ອມທັງ ສ້າງແລວທາງດ້ານມະນຸດສະທໍາ ເພື່ອອົບພະຍົບພົນລະເຮືອນອອກຈາກເຂດອັນຕະລາຍ ແລະ ນັບຕັ້ງແຕ່ການປະຕິບັດງານດັ່ງກ່າວ ປະມານ 3 ລ້ານຄົນ ໄດ້ອົບພະຍົບອອກໄປຢູ່ປະເທດຣັດເຊຍ, ໃນນັ້ນມີເດັກນ້ອຍ 450,000 ຄົນ.

ສະຖານທູດ

ທ່ານ ດານິລ ອາໂວໂດ ປີອານອບ ໄດ້ໃຫ້ຮູ້ວ່າ: ໃນວັນທີ 22 ກໍລະກົດ 2022 ຜ່ານມານີ້, ໄດ້ມີພິທີລົງນາມເອກະສານກ່ຽວກັບ ການສົ່ງອອກເມັດພືດທາງທະເລຂອງ ຢູເຄຣນ ແລະ ການສົ່ງອອກຜະລິດຕະພັນກະເສດຂອງຣັດເຊຍ ເພື່ອຮັບປະກັນການສະໜອງສະບຽງອາຫານ ແລະ ປຸ໋ຍຝຸ່ນຂອງຣັດເຊຍ ຢ່າງໂປ່ງໃສ, ລວມທັງວັດຖຸດິບໃນການຜະລິດອອກສູ່ຕະຫຼາດໂລກ.

ສະຖານທູດ

ທ່ານ ດານິລ ອາໂວໂດ ປີອານອບ ຍັງໃຫ້ຮູ້ອີກວ່າ: ຕໍ່ການຕັດສິນໃຈ ແລະ ການກະທໍາຫຼ້າສຸດຂອງການນຳຣັດເຊຍ, ຢືນຢັນອີກເທື່ອໜຶ່ງ ເຖິງຄວາມຖືກຕ້ອງ ແລະ ທັນເວລາຂອງການເຄື່ອນໄຫວທາງການທະຫານພິເສດ, ຄວາມຈຳເປັນຂອງເປົ້າໝາຍ ວ່າດ້ວຍ ການທຳລາຍຄວາມສາມາດດ້ານການທະຫານຂອງຢູເຄຣນ ແລະ ການປົດປ່ອຍຢູເຄຣນຈາກອຸດົມການນາຊີ ຢ່າງໄວວາ, ລົບລ້າງໄພຂົ່ມຂູ່ຕໍ່ພົນລະເມືອງຂອງຢູເຄຣນ ແລະ ລົບລ້າງໄພຂົ່ມຂູ່ຕໍ່ພົນລະເມືອງ ສາທາລະນະລັດ ປະຊາຊົນຂອງດອນບັສ (Donbass) ແລະ ຣັດເຊຍ, ເປົ້າໝາຍທັງໝົດນີ້ຈະບັນລຸໄດ້.

ສະຖານທູດ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ