ພລາສຕິກ

ພລາສຕິກ

ເອີ້ນໄດ້ວ່າເປັນຂ່າວດີຂອງໂລກເຮົາເລີຍກໍວ່າໄດ້ ເພາະເມື່ອບໍ່ດົນມານີ້ໄດ້ມີຜົນການສຶກສາຈາກມະຫາວິທະຍາໄລແຄມບຣິດຈ໌ (University of Cambridge) ທີ່ຖືກຕີພິມໃນວາລະສານວິຊາການທາງວິທະຍາສາດທໍາມະຊາດຢ່າງ Nature Communications ທີ່ໄດ້ເຜີຍວ່າ ນັກວິທະຍາສາດໄດ້ຄົ້ນພົບແບັກທີເຣຍໃນທະເລສາບ 29 ແຫ່ງຂອງສະແກນດິເນເວຍ ໂດຍມັນສາມາດເຕີບໃຫຍ່ໄດ້ຢ່າງໄວວາແລະມີປະສິດທິພາບດ້ວຍການກິນພລາສຕິກໃນທະເລສາບເປັນອາຫານ.

ພລາສຕິກ

ງານວິໄຈດັ່ງກ່າວນີ້ນໍາໂດຍ Andrew Tanentzap ສາສະດາຈານດ້ານນິເວດວິທະຍາການປ່ຽນແປງລະດັບໂລກ ຂອງມະຫາວິທະຍາໄລແຄມບຣິດຈ໌ ທີ່ໄດ້ເຮັດການສຶກສາການເຕີບໃຫຍ່ຂອງແບັກທີເຣຍກັບຂີ້ເຫຍື້ອພລາສຕິກໃນທະເລສາບຫຼາຍແຫ່ງໃນພາກພື້ນສະແກນດິເນເວຍ ໂດຍຜົນການສຶກສານີ້ພົບວ່າ ມີແບັກທີເຣຍຫຼາຍຊະນິດໃນທະເລສາບເກີດການປັບພຶດຕິກໍາການກິນອາຫານແບບໃໝ່ ໂດຍທີ່ພວກມັນສາມາດຍ່ອຍສະຫຼາຍພລາສຕິກ ແລະ ມັກບັນດາພລາສຕິກຫຼາຍກວ່າຊາກພືດຫຼືຊາກສັດອີກ.

ພລາສຕິກ

ທັງນີ້ ເພື່ອຢືນຢັນການຄົ້ນພົບ ນັດວິທະຍາສາດໄດ້ແຊ່ຖົງພລາສຕິກໃນນ້ຳຈົນເລີ່ມເປື່ອຍ ແລະ ໄດ້ນຳເອົາແບັກທີເຣຍລົງໄປໃນນ້ຳ ໃນເວລາ 72 ຊົ່ວໂມງ ເຊິ່ງພົບວ່າແບັກທີເຣຍເພີ່ມຂຶ້ນເປັນ 3 ເທົ່າຈາກເດີມ ເຊິ່ງນັ້ນເປັນເຄື່ອງພິສູດໄດ້ວ່າແບັກທີເຣຍດັ່ງກ່າວແມ່ນສາມາດຈະເລີນເຕີບໃຫຍ່ໄດ້ດີໂດຍການກິນພລາສຕິກເປັນອາຫານ.

ນອກຈາກນີ້ ນັກວິທະຍາສາດຍັງຄົ້ນພົບວ່າແບັກທີເຣຍດັ່ງກ່າວບໍ່ພຽງທຳລາຍພລາສຕິກໄດ້ເທົ່ານັ້ນ ແຕ່ຍັງມີສານຄາບອນ (CO2) ທໍາມະຊາດອື່ນໆ ໃນທະເລສາບອີກນໍາ.

ພລາສຕິກ

ຢ່າງໃດກໍຕາມ ຂີ້ເຫຍື້ອພລາສຕິກນັ້ນບໍ່ໄດ້ສົ່ງຜົນກະທົບຢູ່ໃນມະຫາສະໝຸດເທົ່ານັ້ນ ແຕ່ແຫຼ່ງນ້ຳຈືດກໍໄດ້ຮັບຜົນກະທົບຈາກຂີ້ເຫຍື້ອພາສຕິກເຊັ່ນກັນ.  ເຖິງວ່າຫຼາຍແຫຼ່ງນ້ຳທົ່ວໂລກເຖິງວ່າຈະບໍ່ມີພລາສຕິກໃຫ້ເຫັນ ແຕ່ວ່າຈາກການວິໄຈໃນຫຼາຍໆບ່ອນ ພົບວ່າມີເສດໄມໂຄຣພາສຕິກເຈືອປົນຢູ່.

ເຊິ່ງຖ້າຫາກໃນອະນາຄົດການວິໄຈນີ້ປະສົບຜົນສໍາເລັດຂຶ້ນອີກຂັ້ນ ເຮົາກໍອາດຈະໄດ້ເຫັນການເອົາແບັກທີເຣຍຕົວນີ້ໄປຊ່ວຍໃນການຍ່ອຍສະຫຼາຍພລາສຕິກໃນແຫຼ່ງນ້ຳອື່ນໆ ທົ່ວໂລກກໍເປັນໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ