ທົ່ວແຂວງຫຼວງພະບາງມີຄົນເປັນພະຍາດໄຂ້ຍຸງລາຍແລ້ວ 450 ຄົນ

ແຂວງຫຼວງພະບາງ

ນັບແຕ່ເດືອນມັງກອນ ມາເຖິງປັດຈຸບັນ ທົ່ວ ແຂວງຫຼວງພະບາງ ມີການລາຍງານຕົວເລກການລະບາດຂອງພະຍາດໄຂ້ຍຸງລາຍແລ້ວທຸກເມືອງ ເຊິ່ງມີຕົວເລກສະສົມ 450 ກໍລະນີ ແຕ່ບໍ່ມີການລາຍງານກໍລະນີເສຍຊີວິດ.

ສຳລັບເມືອງທີ່ມີຈຳນວນຜູ້ຕິດເຊື້ອ ຫຼາຍກວ່າໝູ່ແມ່ນ ນະຄອນຫຼວງພະບາງ ມີ 161 ຄົນ, ຮອງລົງມາແມ່ນເມືອງນານ 140 ຄົນ, ເມືອງຊຽງເງິນ 54 ຄົນ, ເມືອງປາກອູ 27 ຄົນ ແລະ ເມືອງນ້ຳບາກ 22 ຄົນ.

ດຣ ນາງ ຄຳພູ ຈັນທະວົງ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ໃຫ້ສຳພາດວ່າ: ປັດຈຸບັນ ຄະນະນຳພະແນກສາທາລະນະສຸກ ໄດ້ແຈກຢາຍຢາຂ້າໜອນນ້ຳຍຸງລາຍ, ທັງໄດ້ຊີ້ນຳໃຫ້ບັນດາເມືອງທີ່ກຳລັງມີການລະບາດ ໃຫ້ສືບຕໍ່ຕິດຕາມກວດກາ ຂອບເຂດທີ່ກວດພົບຄົນເປັນພະຍາດໄຂ້ຍຸງລາຍຢ່າງໃກ້ຊິດ. ໂອກາດນີ້ ທ່ານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມກັນເປັນເຈົ້າການປະຕິບັດຕາມຫລັກການ 5ປ ໃຫ້ເຂັ້ມງວດ ເປັນຕົ້ນ: ປິດຝາພາຊະນະທີ່ເກັບນໍ້າໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງມາໄຂ່ໃສ່, ປ່ຽນນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ຖ້ານຮອງຈອກນ້ຳ, ປ່ອຍປາຫາງນົກຍຸງ ເພື່ອກິນໜອນນ້ຳ, ປັບປຸງການອະນາໄມສິ່ງແວດລ້ອມ ອ້ອມເຮືອນບໍ່ໃຫ້ມີກະໂປະ-ກະປ໋ອງ-ຢາງຕີນລົດເກົ່າ ທີ່ມີນ້ຳຂັງ ແລະປະຕິບັດໃຫ້ເປັນນິດໄສປະຈຳທຸກອາທິດ ຖ້າເປັນໄຂ້ໃຫ້ໄປພົບແພດໝໍດ່ວນ.

ແຂວງຫຼວງພະບາງ

ດຣ ນາງ ຄຳພູ ຈັນທະວົງ ໃຫ້ຮູ້ຕື່ມວ່າ: ນັບແຕ່ໄດ້ກວດພົບມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ມາຮອດປັດຈຸບັນ ເຖີງວ່າຈະບໍ່ມີການລາຍງານຕົວເລກຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ ແຕ່ໄດ້ກວດພົບຜູ້ຕິດເຊື້ອທີ່ມີອາການຮຸນແຮງເຖິິງ 5 ກໍ ລະນີ ເຊິ່່ງແພດ-ໝໍ ໄດ້ເອົາໃຈໃສ່ຕິດຕາມອາການຢ່າງໃກ້ຊິດ ແລະເຮັດໃຫ້ຄົນເຈັບມີອາການດີຂື້ນເປັນປົກກະຕິ. ສະເພາະວັນທີ 1 ສິງຫາ 2022 ມີການລາຍງານຕົວເລກຜູ້ຕິດເຊື້ອໃໝ່ 28 ກໍລະນີ. ໃນນັ້ນ ນະຄອນຫຼວງພະບາງ 15 ກໍລະນີ, ເມືອງນານ 8 ກໍລະນີ, ເມືອງປາກອູ 2 ກໍລະນີ, ເມືອງຈອມເພັດ, ເມືອງງອຍ ແລະເມືອງໂພນໄຊ ເມືອງລະ 1 ກໍລະນີ.

ແຂວງຫຼວງພະບາງ

ຂໍ້ມູນຈາກ: https://cutt.ly/2ZW9fOx

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ