ນ້ອງ ມ.7 ກຽມພ້ອມກັນຫຼືຍັງ? ໃກ້ເຂົ້າມາແລ້ວກັບການສອບເສັງເຂົ້າ ມະຫາວິທະຍາໄລແຫ່ງຊາດ!

ມ.7

ພ້ອມກັນຫຼືຍັງນ້ອງໆ ມ.7 ທີ່ກຽມຕົວສອບເສັງເຂົ້າ ມຊ.

ມະຫາວິທະຍາໄລແຫ່ງຊາດລາວ ເປັນສະຖານທີ່ຂອງນ້ອງໆທຸກຄົນທີ່ຈົບການຮຽນສາມັນແລ້ວ,ສິ່ງໜຶ່ງທີ່ຕ້ອງຄິດຄື ຈະສາມາດເຮັດແນວໃດໃນການສອບເສັງເຂົ້າສຶກສາທີ່ ມຊ ໂດຍປີນີ້ທາງມະຫາວິທະຍາໄລແຫ່ງຊາດມີຕົວເລກຮັບນັກສຶກສາພຽງແຕ່ 6,990 ຄົນເທົ່ານັ້ນ.

ສຳລັບກຳນົດການຈັດສອບເສັງ ວັນທີ 13 ສິງຫາທີ່ຈະມາເຖິງນີ້ ແມ່ນມື້ສອບເສັງຄັດເລືອກເອົານັກສຶກສາທີ່ຮຽນຈົບ ມ.7 ປີນີ້ ຫຼືປີທີ່ຜ່ານໆມາ ເພື່ອເຂົ້າມາສຶກສາທີ່ ມຊ ໃນສົກຮຽນປີ 2022-2023 ເຊິ່ງ ມຊ ມີແຜນຮອງຮັບ 6,990ຄົນ. ໃນນີ້ປະລິນຍາຕີ 5,150 ຄົນ, ປະລິນຍາຕໍ່ເນື່ອງ 1,480 ຄົນ, ຫຼັກສູດນານາຊາດ + ຫຼັກສູດຄູພາສາຈີນ 210 ຄົນ ແລະ ອະນຸປະລິນຍາ 150 ຄົນ.

ສຳລັບ ມຊ ໄດ້ເປີດໃຫ້ນັກຮຽນລົງທະບຽນອອນລາຍເລີ່ມແຕ່ 18 ກໍລະກົດ ເຖິງ 10 ສິງຫາ 2022 ປິດລົງທະບຽນອອນລາຍ ແລະ ປິດແຈກບັດເຂົ້າຫ້ອງສອບເສັງໃນວັນທີ 10 ສິງຫານີ້ ສຳລັບການສອບເສັງແມ່ນແບ່ງ ອອກເປັນ 2ກຸ່ມຄື: ກຸ່ມ A ກຸ່ມວິທະຍາສາດທຳມະຊາດ ແລະ ກຸ່ມ B ກຸ່ມວິຊາສັງຄົມສາດ. ສຳລັບການສອບເສັງຈະຈັດຂຶ້ນໃນມື້ດຽວກັນໃນວັນທີ 13/08/2022 ທີ່ຈະມາເຖິງນີ້.

ສຳລັບກຸ່ມ A ຈະສອບເສັງວິຊາຄະນິດສາດ A ແລະ ວິຊາຟິຊິກສາດ, ວິຊາພາສາລາວ-ວັນນະຄະດີ, ພາສາອັງກິດ, ເຄມີສາດ, ຊີວະສາດ.

ກຸ່ມ B ຈະສອບເສັງວິຊາຄະນິດສາດ B, ວິຊາພາສາລາວ-ວັນນະຄະດີ, ພາສາອັງກິດ, ພູມສາດ, ປະຫວັດສາດ. ນອກຈາກນັ້ນ ມຊ ຍັງສອບເສັງເຂົ້າຮຽນໃນຫຼັກສູດນານາຊາດ ເຊິ່ງຈະສອບເສັງໃນວັນທີ 22 ສິງຫາ ນີ້.

ສຳລັບສະຖານທີ່ສອບເສັງແບ່ງອອກເປັນ 4 ເຂດຄື: ວິທະຍາເຂດດົງໂດກ, ວິທະຍາເຂດໂສກປ່າຫຼວງ, ວິທະຍາເຂດດອນນົກຂຸ້ມ ແລະ ໂຮງຮຽນມັດທະຍົມ ທີ່ຂຶ້ນກັບນະຄອນຫຼວງວຽງຈັນ. ພາຍຫຼັງສອບເສັງແລ້ວ ຄາດວ່າ ຈະປະກາດຜົນສອບເສັງກ່ອນວັນທີ 12 ກັນຍາ 2022 ແລະ ໃນວັນທີ 10 ຕຸລາ 2022 ນັກສຶກສາປີທີ 1 ເລີ່ມຕົ້ນເຂົ້າຮຽນພາກຮຽນທີ 1 ຂອງສົກສຶກສາ 2022-2023.

ພວກເຮົາ Lao X ❤️ ຂໍສົ່ງແຮງໃຈໃຫ້ນ້ອງໆທຸກຄົນຈົ່ງປະສົບຜົນສຳເລັດ ແລະ ໄດ້ເຂົ້າຕາມຄະນະທີ່ຕົນເອງຫວັງໄວ້ ❤️ ທຸກຄວາມພະຍາຍາມຈະນຳທາງໄປສູ່ຄວາມສຳເລັດ

ຂອບໃຈຂໍ້ມູນຈາກ: https://cutt.ly/7ZWuYzW

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ